ໃນວັນທີ 11-12 ທັນວາ 2020 ນີ້ ບໍລິສັດ ຄ້າຍເພງ ທີເຄ ເອັນເຕີເທັນເມັ້ນ ( TK Entertainment) ຮ່ວມກັບພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງສາລະວັນ ໄດ້ຈັດງານການປະກວດນັກຮ້ອງສຽງດີສ່ອງຟ້າຫາດາວ 4 ຂຶ້ນທີ່ ຕະຫຼາດໃໝ່ເອບີໂຊກໄຊ ໃຫ້ກຽດຮ່ວມເປັນປະທານໂດຍ ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ທະວີສັກ ທໍາມະວົງສາ ຜູ້ອໍານວຍການ ບໍລິສັດຄ້າຍເພງ ທີເຄ ເອັນເຕີເທັດເມັ້ນ ( TK Entertainment) ທ່ານ ນາງ ລິນທອງ ຄໍາພູມີ ນັກສະແດງຈາກຄ້າຍເພງ ທີເຄ ຊາວລາວ ແລະມີກໍາມະການໃຫ້ຄະແນນ, ພ້ອມດ້ວຍ ຜູ້ເຂົ້າປະກວດນັກຮອງສຽງດີ ແລະ ຜູ້ຊົມຜູ້ເຊຍເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ທະວີສັກ ທໍາມະວົງສາ ກໍໄດ້ໃຫ້ສຳພາດວ່າ: ຈຸດປະສົງໃນການຈັດງານປະກວດນັກຮອງສຽງດີ ສ່ອງຟ້າຫາດາວ 4 ຄັ້ງນີ້ກໍ່ເພື່ອເປັນການຄົ້ນຫານັກຮ້ອງສຽງດີ ໄປສັງກັດຄ້າຍເພງ ທີເຄ ຊາວລາວ ອອກຮັບໃຊ້ໃນສັງຄົມ ແລະ ປະເທດຊາດ, ແລະທັງເປັນການສ້າງໃຫ້ຕົນເອງມີຊື່ສຽງໃນວົງການເພງລາວອີກ, ອີກອັນໜຶ່ງກໍເພື່ອເປັນການຂໍ່ານັບຊົມເຊີຍວັນສະຖາປະນາ ສປປລາວ ຄົບຮອບ 45 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ແລະຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານພະແນກ ຖວທ ໃຫ້ປະກົດຜົນເປັນຈິງ, ງານປະກວດນັກຮ້ອງສຽງດີສ່ອງຟ້າຫາດາວນີ້ມີຜູ້ເຂົ້າປະກວດທັງໝົດ 23 ໝາຍເລກ, ຜ່ານການແຂ່ງຂັນ ງານປະກວດ ສ່ອງຟ້າຫາດາວ 4 ຊະນະເລີດ ອັນດັບ1 ແມ່ນ ທ້າວ ວິໄລລັກ ໝາຍເລກ 19 ມາໃນເພງ ເເຟນປະຈຸບັນສໍາຄັນສໍ່າໃດ ໄດ້ຮັບເງິນລາງວັນ 1,500,000 ກີບ ພ້ອມດ້ວຍຂັນ 1 ໜ່ວຍ ເປັນກຽດມອບລາງວັນໂດຍ ທ່ານ ມະໄລວອນ ສີປະເສີດ, ອັນດັບ2 ນາງ ປາວິ້ງ ໝາຍເລກ 13 ມາໃນເພງ ຄວາມຮັກຜູ້ຍິງ ໄດ້ຮັບເງິນລາງວັນ 1,000,000 ກີບ ພ້ອມດ້ວຍຂັນ 1 ໜ່ວຍ ຂຶ້ນມອບລາງວັນໂດຍ ທ່ານ ທະວີສັກ ທໍາມະວົງສາ, ອັນດັບທີ 3 ທ້າວ ທ່ຽງ ໄກທ້ອງຖິ່ນ ໝາຍເລກ 8 ມາໃນບົດເພງ ຍອມເປັນແຟນເກົ່າ ໄດ້ຮັບເງິນລາງວັນ 500,000 ກີບ ພ້ອມດ້ວຍຂັນ 1ໜ່ວຍ, ຂຶ້ນມອບລາງວັນໂດຍ ທ່ານ ນາງ ລິນທອງ ຄໍາພູມີ ແລະ ລາງວັນຊົມເຊີຍ ທ້າວສຸກອານັນ ໝາຍເລກ 16 ມາໃນເພງຟ້າສັ່ງສະຫວັນສ້າງ, ນາງ ແກ້ວໃຈ ໝາຍເລກ 07 ມາໃນເພງ ສັນຍາຮັກກອງເຟືອງ ໄດ້ຮັບເງິນລາງວັນ 250,000 ກີບ, ຜູ້ເຂົ້າຮ່ວມແຂ່ງຂັນຍັງໄດ້ຮັບລາງວັນປອບໃຈ ຄົນລະ 1 ແສນກີບ, ສ່ວນທ້າວ ໂຍທະສິນ ໝາຍເລກ 03 ມາໃນເພງ ຍ່າງກາຍອ້າຍກໍມີແຮງ ແມ່ນໄດ້ຮັບລາງວັນພິເສດຄື: ໄດ້ສັງກັດເປັນນັກຮ້ອງຢູ່ຄ້າຍເພງທີເຄ ພ້ອມທັງດື່ມນ້ຳທີເຄ ຊາວລາວ ເປັນເວລາ 1 ປີ.
ພິເສດຜູ້ເຂົ້າຮ່ວມຊົມ, ຮວ່ມເຊຍໃນການຈັດງານປະກວດຄັ້ງນີ້ ທາງ ບໍລິສັດ ຄ້າຍເພງທີເຄ ຊາວລາວ ກໍໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກໍາເຊັ່ນ: ຊົມການສະແດງກາຍຍະສິນທີ່ໜ້າຕື່ນເຕັ້ນ,ການສະແດງຈາກນັກຮ້ອງຮັບເຊີນທີ່ມາຈາກຄ້າຍເພງທີເຄຊາວລາວ 6 ທ່ານ, ນອກຈາກນັ້ນຍັງໄດ້ຮັບຊົມການປະກວດນັກຮ້ອງສຽງດີຈາກລູກຫຼານຊາວແຂວງສາລະວັນອີກດ້ວຍ.
ຂໍຂອບໃຈພາບແລະຂ່າວ ໂດຍ: ກິນດາວັນ ອ້ວນນາຄູ ຫນັສືພິມສາລະວັນ.