• Lao Fashion Week 2020 “One Night of Fashion”

ໂດຍ: ສີເປື້ອນມື 07 ທັນວາ 2020 (15.45 ນ.) Read : 4,199

ໃນວັນທີ 05 ທັນວາ 2020 ທີ່ຜ່ານມາ ທາງ ລາວແຟຊັ່ນວີກ 2020 (Lao fashion week 2020) ໄດ້ຈັດງານສະແດງອາພອນຂຶ້ນ ເຊິ່ງໃສ່ຊື່ວ່າ:​ ຄໍ່າຄືນແຫ່ງແຟຊັ່ນ” (Night of Fashion) ທີ່ໂຮງແຮມ ຄຣາວ ພລາຊ່າ ນະຄອນຫຼວງວຽງຈັນ.

ຄໍ່າຄືນແຫ່ງແຟຊັ່ນ ເປັນການສະແດງອາພອນທີ່ຍິ່ງໃຫຍ່ ແລະມີຄວາມສໍາຄັນທີ່ສຸດຂອງລາວ ໂດຍມີການສະແດງແບບຈາກ 20 ນັກອອກແບບໃນລາວ ລວມມີ 5 ຫ້ອງເສື້ອຊື່ດັງ ແລະ 15 ນັກອອກແບບໜຸ່ມຂອງລາວທີ່ກໍາລັງມາແຮງ ຈາກໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ໂດຍພາຍໃນງານດັ່ງກ່າວມີແຂກຄົນສໍາຄັນທີ່ຖືກເຊີນເຂົ້າຮ່ວມຫຼາຍກວ່າ 300 ກວ່າຄົນ ໃນນັ້ນລວມເຖິງຜູ້ນໍາພັກລັດ, ນັກການທູດ, ແຂກກິດຕິມະສັກ ແລະນ້ອງໆນາຍແບບນາງແບບ.

ຄຽງຄູ່ກັບການສະແດງອາພອນ ຍັງມີການວາງສະແດງຮູບພາບ ຈາກຊ່າງຖ່າຍພາບຊາວຝຣັ່ງ ຝຣັ່ງຊົວ ເຮວີ້ ເຊິ່ງໄດ້ສະແດງຜົນງານທີ່ຕົນເອງໄດ້ຖ່າຍໃຫ້ແກ່ ລາວແຟຊັ່ນວີກ ໃນໄລຍະຫຼາຍປີທີ່ຜ່ານມາ ເພື່ອສະເຫຼີມສະຫຼອງໂອກາດ ຄົບຮອບ 7 ປີຂອງ ລາວແຟຊັ່ນວີກ. ງານວາງສະແດງຮູບພາບ ແມ່ນເປີດໃຫ້ມວນຊົນເຂົ້າຊົມຟຣີ ຕັ້ງແຕ່ວັນທີ 05-08 ທັນວາ 2020 ທີ່ໂຮງແຮມ ຄຣາວ ພລາຊ່າ ນະຄອນຫຼວງວຽງຈັນ.

ນອກຈາກນັ້ນ, ຍັງໄດ້ມີຮ້ານຄ້າ ແລະຮ້ານວາງສະແດງສິນຄ້າການອອກແບບຂອງນັກອອກແບບທີ່ເຂົ້າຮ່ວມໂຄງການ ລາວແຟຊັ່ນວີກ ເປີດໃຫ້ມວນຊົນເຂົ້າຊົມ ຕັ້ງແຕ່ເວລາ 09:00-21:00 ໂມງ ຂອງວັນທີ 05-06 ທັນວາ 2020 ທີ່ຜ່ານມາ ທີ່ໂຮງແຮມ ຄຣາວ ພລາຊ່າ ເຊິ່ງໄດ້ຫັກ 20% ຈາກຍອດຂາຍໃຫ້ແກ່ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ເພື່ອສົ່ງເສີມໄວໜຸ່ມລາວຜູ້ທີ່ມີພອນສະຫວັນໃຫ້ສາມາດສ້າງຄວາມໄຝ່ຝັນຂອງຕົນ ໃນການກາຍເປັນນັກອອກແບບມືອາຊີບໃນວົງການແຟຊັ່ນ.

ເພື່ອເປັນການສະເຫຼີມສະຫຼອງ ຄົບຮອບ 07 ປີຂອງ ລາວແຟຊັ່ນວີກ, ວົງການແຟຊັ່ນຂອງລາວ ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະເຊື່ອມຕໍ່ກັບເວທີສາກົນ. ລາວແຟຊັ່ນວີກ ນັບແຕ່ຕົ້ນຈົນຮອດປັດຈຸບັນ ໄດ້ສ້າງນັກອອກແບບໜຸ່ມນ້ອຍທີ່ມີຄວາມສາມາດ ຈໍານວນ 25 ຄົນ ໃຫ້ແກ່ວົງການແຟຊັ່ນຂອງລາວ.

ຄໍ່າຄືນແຫ່ງແຟຊັ່ນ ໄດ້ຮັບການສະໜັບສະໜູນຈາກ ກຸ່ມບໍລິສັດເບຍລາວ, ທະນາຄານ ລາວ-ຝຣັ່ງ, ໂຮງແຮມ ຄຣາວ ພລາຊ່າ,​ ບໍລິສັດ ໂຊໄຊຕີ້, ສີສານອາທ໌ທິດສ໌, ມິດສ໌ເຕີ ອິນເຕີແນຊັ່ນແນວ ລາວ, ບາເບີ້ ລາວ, YesPls ແລະ KARMART.




ທີ່ມາ:
  • ຮູບພາບ