• ຄັດເລືອກນາງແບບ-ຊາຍແບບ ເຂົ້າຮ່ວມງານລາວແຟຊ່ັນວີກ 2020

ໂດຍ: ສີເປື້ອນມື 20 ພະຈິກ 2020 (15.58 ນ.) Read : 1,969

ໃນວັນທີ 14 ພະຈິກ 2020 ຜ່ານມາທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ລາວແຟຊັນວີກ ໄດ້ຄັດເລືອກນາງແບບ-ຊາຍແບບ ຈຳນວນ 80 ຄົນ, ຍິງ 60 ຄົນ ເພື່ອເຂົ້າໄປເດີນແບບ ໃນງານຄໍ່າຄືນແຫ່ງແຟຊັ້ນ 2020 ຂອງ ລາວແຟຊັ້ນວີກ ທີ່ຈະຈັດຂຶ້ນໃນຕົ້ນເດືອນ ທັນວາ 2020 ນີ້.

ທ່ານ ນາງ ປານີ ໄຊຍະວົງ ຜູ້ກໍ່ຕັ້ງລາວແຟຊັ້ນວີກ ແລະ ໂຄງການສົ່ງເສີມ ນັກອອກແບບ ໜຸ່ມນ້ອຍຂອງລາວໄດ້ກ່າວວ່າ: ການຄັດເລືອກເອົານາງແບບ-ຊາຍແບບໜ້າໃໝ່ ເຂົ້າວົງການເດີນແບບຊັ້ນນຳຂອງລາວ ເພື່ອເດີນແບບໃນງານສະແດງແຟຊັ້ນ ຂອງລາວແຟຊັນວີກ (One Night of Fashion of Lao Fashion Week), ເຊິ່ງພວກເຮົາໄດ້ຄັດເລືອກເອົານາງແບບທີ່ມີຄວາມສູງ 170 ຊັງຕີແມັດ ຂຶ້ນໄປ ແລະ ຊາຍແບບສູງ 180 ຊັງຕີແມັດ ຂຶ້ນໄປ. ສໍາລັບງານລາວແຟຊັ້ນວີກ ໃນປີນີ້ ພວກເຮົາຈະຈັດຂຶ້ນແຕ່ມື້ດຽວ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ພາຍໃນງານຈະມີການສະແດງການເດີນແບບແຟຊັນເສື້ອຜ້າ ຈາກຫລາກຫລາຍຫ້ອງເສື້ອດັງຂອງລາວ ແລະຍັງຈະມີ ຫ້ອງເສື້ອຈາກໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວນຳອີກ.

ໂອກາດນີ້, ທ່ານ ນາງ ວຽງຄຳ ນັນທະວົງດວງສີ ເຈົ້າຂອງຫ້ອງເສື້ອຄັງ, ທັງເປັນຄະນະກຳມະການຄັດເລືອກນາງແບບ-ຊາຍແບບ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ຈະເຫັນດາວດວງໃໝ່ ທີ່ເຂົ້າມາເປັນນາງແບບ-ຊາຍແບບຂອງພວກເຮົາ ເພາະວ່າແຕ່ລະປີພວກເຮົາກໍໄດ້ມີການສົ່ງເສີມຄົນໜຸ່ມນ້ອຍໃຫ້ກ້າວໄປພ້ອມໆກັນທັງວົງການແຟຊັນ ແລະ ນາງແບບ. ການຄັດເລືອກນາງແບບ-ຊາຍແບບໃນປີນີ້ ກໍຈະຄັດເລືອກແບບມາດຕະຖານສາກົນ, ຄວາມສູງ, ຮູບຮ່າງລັກສະນະ, ຄຸນສົມບັດ ແລະຄວາມໝັ້ນໃຈໃນໂຕເອງເປັນຫລັກ. ສຳລັບຫ້ອງເສື້ອຂອງຄັງ ໃນປີນີ້ມີພຽງແຕ່ 12 ຊຸດທີ່ຈະເຂົ້າໄປສະແດງໃນງານລາວແຟຊັນວີກ, ເຊິ່ງແບບເຄື່ອງນຸ່ງທີ່ຈະເອົາມາສະແດງ ເປັນແບບປະສົມປະສານ ລະຫວ່າງທ້ອງຖິ່ນກັບຄວາມທັນສະໄໝ ເພາະວ່າປີນີ້ເຮົາໄດ້ລົງໄປສົ່ງເສີມປະຊາຊົນບ້ານຢູ່ທາງພາກໃຕ້ ໂດຍການນຳເອົາຜ້າແພຂອງເຂົາເຈົ້າທີ່ຕ່ຳດ້ວຍມືເຂົ້າມາປະຍຸກໃຊ້ ເພື່ອສ້າງມູນຄ່າເພີ່ມ ແລະຄວາມໂດດເດັ່ນໃຫ້ກັບຜ້າແພຂອງລາວ ໃນວົງການແຟຊັນ ແລະມັນກໍເປັນການທ້າທາຍອີກແບບໜຶ່ງ ເພາະວ່າເຮົານຳເອົາຜ້າຝ້າຍກັບຜ້າໄໝມາປະຍຸກເຂົ້າກັນ ຕົວຢ່າງ: ເຄື່ອງນຸ່ງຂອງຊົນເຜົ່າກຣຽງ ທີ່ມີລວດລາຍເອກະລັກສະເພາະເຮົາຈະບໍ່ໄປປ່ຽນລວດລາຍຂອງເຂົາເຈົ້າທີ່ເປັນຝ້າຍ ແຕ່ພວກເຮົາຈະເອົາປະຍຸກໃຫ້ມັນເປັນຜ້າໄໝແຕ່ຍັງຄົງລວດລາຍເດີມຂອງເຂົາເຈົ້າ.

ສຳລັບລາຍຊື່ຜູ້ທີ່ໄດ້ເຂົ້າຮອບຄັດເລືອກແມ່ນໃຫ້ຕິດຕາມທາງ ເຟສບຸກ: Lao Fashion Week




ທີ່ມາ: ປະເທດລາວ Pathedlao
  • ຮູບພາບ

  • ແທັກທີ່ກ່ຽວຂ້ອງ