3 ປີຜ່ານມາວົງການເພງລາວສະໄໝຂອງບ້ານເຮົາຮູ້ສຶກວ່າຫງຽບເຫງົາ
ຍ້ອນຜົນກະທົບຈາກຫລາຍໆດ້ານໂດຍສະເພາະແມ່ນຜົນກະທົບຈາກທຶນຮອນທີ່ບໍ່ມີຄົນສະຫນັບສະຫນູນພຽງພໍໃນການສ້າງຜົນງານເພງລາວສະໄໝ
ທີ່ຕ້ອງໃຊ້ງົບສູງກວ່າເພງ ລູກທົ່ງບ້ານນາ ຈຶ່ງເປັນສາເຫດຫນຶ່ງເຮັດໃຫ້ເພງລາວສະໄໝຖືກຜະລິດອອກມາສູ່ຕະຫລາດໜ້ອຍ.
ໃນປີ 2020 ວົງການເພງລາວສະໄໝ ຈະຄຶກຄັກຂຶ້ນ
ຍ້ອນມີສິລະປິນນ້ອງໃຫມ່ທີ່ເປີດຊ່ອງຍູທູບຂອງຕົນເອງ ແລ້ວປ່ອຍເພງອອກມາຫລາກຫລາຍແນວເພງເຮັດໃຫ້ຜູ້ຟັງມີທາງເລືອກແລະກັບມານິຍົມຟັງເພງລາວສະໄໝອີກຄັ້ງ.
ສ່ວນຄ້າຍເພງລາວກະປ່ອຍອອກມາເປັນໄລຍະໄລຍະ ເຊັ່ນດຽວກັບຄ້າຍທີເຄ ທີ່ຢຸດປ່ອຍເພງລາວສະໄໝມາຫລາຍປີ.
ໃນປີນີ້ກໍຈະມີເພງແນວນີ້ອອກມາອີກຄັ້ງ ເຊ່ິງເພງທໍາອິດຂອງປີ ແມ່ນ ໂປເຈັກຮ່ວມມືກັບຄ້າຍເພງ
ລາວລ້ານຊ້າງ ກັບຜົນງານຄຸນນະພາບ ທີ່ມີຊື່ວ່າ: ຢາກລົບຄວາມຊົງຈຳ ເຊິ່ງຮ້ອງ ໂດຍ: TANE ຜິວພອນ ພົມມີໄຊ ເນື້ອຮ້ອງ ແລະ ທຳນອງ
ກໍແມ່ນ ຜິວພອນ ພົມມີໄຊ ເຊິ່ງໄດ້ປ່ອຍອອກອາກາດທາງວິທະຍຸ ໂທລະພາບ ແລະ ໂຊຊຽວມີເດຍ
ແລ້ວໃນວັນທີ່ 3 ກຸມພາ 2020 ເຊິ່ງເປັນວັນຄ້າຍວັນເກີດຂອງນັກຮ້ອງເອງ
ໃນຮູບແບບມິວຊິກວີດີໂອເລີຍ.
ສໍາຫລັບມິວຊິກວີດີໂອເພງນີ້ ກໍແມ່ນການຜະລິດຂອງ
ທີມງານ ທີເຄ ການບັນເທີງ ເຊິ່ງໄດ້ຮັບການສະຫນັບສະຫນູນໂດຍ: ເຂົ້າຈີ້ແຊບບ້ານພ້າວ ແລະ
ທະນາຄານຮ່ວມພັດທະນາ ເຊິ່ງຂຽນບົດ ແລະ ກຳກັບໂດຍ: ທະວີສັກ ທຳມະວົງສາ ຜູ້ກຳກັບຮູບເງົາ
ຂ້ອຍຮັກເຈົ້າ ແລະ ຄວາມຮັກຫລຸຍໃບຕອງ ເປັນເລື່ອງລາວຂອງຊາຍຄົນຫນຶ່ງທີ່ຫລາຍໃຈ
ມີຄອບຄົວຢູ່ແລ້ວ ແຕ່ກໍຍັງມີສາວຄົນໃຫມ່ເຂົ້າມາ ເຮັດໃຫ້ຊິວິດຄອບຄົວພັງທະລາຍ
ຫລັງຈາກນັ້ນ ຊາຍຄົນນັ້ນໄດ້ເກີດອຸບັດຕິເຫດຈົນຂາຍ່າງບໍ່ໄດ້ເປັນປົກກະຕິ ແລະ
ມີຖານະຢາກຈົນ ສາວໃຫມ່ຈີ່່ງຫນີ້ຈາກ ຍັງເຫລືອແຕ່ພຽງພັນລະຍາເກົ່າທີ່ມາຄ່ອຍເປັນກຳລັງໃຈ
ສຸດທ້າຍເມື່ອຊາຍຄົນນັ້ນຄິດໄດ້ຈິ່ງຢາກກັບໄປຫາຄືນ ແຕ່ກໍສາຍເກີນໄປເພາະພັນລະຍາເກົ່າມີຄົນຮັກໃຫມ່ແລ້ວ
ນອກນັ້ນ ອາຈານແຕນ ຍັງມີເພງເປັນຂອງຕົນເອງຫລາຍເພງເຊັ່ນ ຮັກເຈົ້າເທົ່ານັ້ນ,
ຂ້ອຍເຈັບຄົນດຽວ, ຢ່າພົບກັນເລີຍ, ຈັງໃດລະອີຫລ້າຄຳແພງ......ຈົນມາຮອດຜົນງານຫລ້າສຸດກັບເພງ:ຢາກລົບຄວາມຊົງຈຳ