ໜຸ່ມ ສາຍຝົນ ແດນເມືອງຊ່ອນ ເປັນສິລະປິນນ້ອງໃໝ່ໃນສັງກັດ ໂຕເອງ ສະຕູດິໂອ (Toeng Studio) ໄດ້ປ່ອຍຜົນງານເພງໃໝ່
ເປັນການແຈ້ງເກີດໃນວົງການບັນເທີງ ນັ້ນກໍຄື ຜົນງານເພງ “ຄິດວ່າເຂົາຮັກແທ້” ແລະປັດຈຸບັນ ກໍໄດ້ປ່ອຍໃຫ້ໄດ້ຮັບຟັງກັນໄປເປັນທີ່ຮຽບຮ້ອຍທາງຊ່ອງຢູທູບຂອງ Toeng
Studio ແລະວິທະຍຸທຸກຄື້ນທົ່ວປະເທດ.
ສາຍຝົນ ແດນເມືອງຊ່ອນ ເປັນຄົນຖິ່ນຖານກໍາເນີດຈາກເມືອງ ຊ່ອນ ແຂວງ ຫົວພັນ
ເຊິ່ງເປັນໜຶ່ງໃນຜູ້ທີ່ມີໃຈມັກຮັກໃນດ້ານການຮ້ອງເພງ ແລະຫຼິ້ນດົນຕຣີ. ຜູ້ກ່ຽວຈຶ່ງໄດ້ສະໝັກເຂົ້າຮ່ວມກິດຈະກໍາການແຂ່ງຂັນປະກວດນັກຮ້ອງສຽງດີທາງອອນລາຍ
ຄັ້ງທີ 1 ທີ່ທາງຄ້າຍເພງ ໂຕເອງ ສະຕູດິໂອ “Toeng Studio” ຈັດຂຶ້ນ ເຊິ່ງຜູ້ກ່ຽວກໍສາມາດຍາດໄດ້ລາງວັນຊະນະເລີດມາຄອບຄອງ
ແລະໄດ້ເປັນນັກຮ້ອງນ້ອງໃໝ່ໃນສັງກັດ ພ້ອມດ້ວຍເປີດໂຕຜົນງານເພງທໍາອິດໃນຊີວິດ “ຄິດວ່າເຂົາຮັກແທ້” ເພງດັ່ງກ່າວແມ່ນ ໜຸ່ມ ໂຊນ່ານ
ແຈັກເກັດ ເຈົ້າຂອງຄ້າຍເພງ ໂຕເອງສະຕູດິໂອ ເປັນຜູ້ປະພັນໃຫ້.
ເປັນແນວເພງລູກທົ່ງອິນດີ້, ຈັງຫວະຊ້າໆຊື້ງກິນໃຈ ແລະມີເນື້ອຫາອົກຫັກ
ຍ້ອນຄິດວ່າເຂົາຮັກແທ້ ແຕ່ໃນຄວາມຈິງຄືເຂົາອີຕົນເຮົາເທົ່ານັ້ນ.
ໃນໄວໄວນີ້ຈະໄດ້ຮັບຊົມມິວສິກວີດິໂອ ຫຼືການສະແດງລະຄອນປະກອບເພງໃຫ້ອອກມາໄດ້ຮັບຊົມກັນ.
ສຸດທ້າຍນີ້ກໍຂອງຝາກຕິດຕາມຜົນງານຂອງນັກຮ້ອງນ້ອງໃໝ່ “ສາຍຝົນ ແດນເມືອງຊ່ອນ” ແນ່ເດີ ເພາະອາດຈະມີຜົນງານເພງໃໝ່ອອກມາໃຫ້ໄດ້ຮັບຊົມ ແລະຮັບຟັງເລື້ອຍໆ. ສາມາດຕິດຕາມການເຄື່ອນໄຫວຂອງສິລະປິນໄດ້ທາງເຟສບຸກສ່ວນຕົວ:
ສາຍຝົນ ແດນເມືອງຊ່ອນ, ເພຈເຟສບຸກ Toeng Studio ແລະຢູທູບຂອງ Toeng
Studio.