• ຍິນດີນໍາ ນ້ອງ ປາກູ້ລີ ຄວ້າມົງກຸດ MISS HMONG LAOS 2020

ໂດຍ: ສີເປື້ອນມື 05 ມັງກອນ 2020 (19.05 ນ.) Read : 2,565

ການປະກວດນາງສາວເຜົ່າມົ້ງລາວ ປະຈໍາປີ 2020 “MISS HMONG LAOS 2020” ຮອບຕັດສິນ ໄດ້ຈັດຂຶ້ນໃນວັນທີ 03 ມັງກອນ 2020 ຜ່ານມາ ທີ່ສະໜາມກີລາພື້ນເມືອງລາວສໍາພັນນານຊາດ ບ້ານ ຊໍາເກດ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໄດ້ແກ່: ທ່ານ ນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງໆ ສີໂຄດຕະບອງ,​ ທ່ານ ວາກີຣີ ວົງໄຊ ຄະນະປະທານຈັດງານບຸນກິນຈຽງຊົນເຜົ່າມົ້ງ, ທ່ານ ທອງວິໄລ ລິດທິເດດ ຄະນະປະທານຈັດງານບຸນກິນຈຽງຊົນເຜົ່າມົ້ງ ແລະທ່ານ ໂຊກໄຊ ຊົງ ຄະນະປະທານຈັດງານບຸນກິນຈຽງຊົນເຜົ່າມົ້ງ ພ້ອມດ້ວຍຄະນະກໍາມະການ, ນາງສາວເຂົ້າຮ່ວມປະກວດ 30 ນາງສາວ, ຜູ້ສະໜັບສະໜູນຫຼັກ ແລະມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂຄງການປະກວດນາງສາວເຜົ່າມົ້ງລາວ ໄດ້ຈັດຂຶ້ນເປັນປີທີ 4 ແລ້ວ ເຊິ່ງເປັນການຄັດເລືອກເອົາບັນດາສາວງາມຈາກທົ່ວປະເທດ ເພື່ອມາປະກວດໃນຮອບຕັດສິນໃນມື້ດັ່ງກ່າວ. ຜ່ານການຄັດເລືອກສາມາດຄົ້ນຫາຜູ້ທີ່ຄວ້າມົງກຸດ ນາງສາວເຜົ່າມົ້ງລາວ ປະຈໍາປີ 2020 ໄດ້ແກ່: ໝາຍເລກ M10 ນາງ ປ່າກູ້ລີ ເຍ່ຍຈາ ຈາກແຂວງ ໄຊສົມບູນ ໄດ້ຮັບມົງກຸດ ມູນຄ່າ 50 ລ້ານກີບຈາກຮ້ານ ຄໍາພູວົງ, ເງິນສົດ 15 ລ້ານກີບ ພ້ອມດ້ວຍສາຍສະພາຍ ແລະຂອງລາງວັນອື່ນຈາກຜູ້ສະໜັບສະໜູນ.

-    ຮອງຊະນະເລີດ ອັນດັບ 1 ໄດ້ແກ່: ໝາຍເລກ M21 ນາງ ປາດາວ່າງ ຈາກແຂວງ ວຽງຈັນ ໄດ້ຮັບລາງວັນເງິນສົດ 10 ລ້ານກີບ ພ້ອມສາຍສະພາຍ ແລະລາງວັນອື່ນຈາກຜູ້ສະໜັບສະໜູນຫຼັກ.

-    ຮອງຊະນະເລີດ ອັນດັບ 2 ໄດ້ແກ່: ໝາຍເລກ M16 ນາງ ຫຼ້າ ວ່າຢົງຈົວ ຈາກແຂວງ ຊຽງຂວາງ ໄດ້ຮັບລາງວັນເງິນສົດ 8 ລ້ານກີບ ພ້ອມສາຍສະພາຍ ແລະລາງວັນອື່ນຈາກຜູ້ສະໜັບສະໜູນຫຼັກ.

-    ຮອງຊະນະເລີດ ອັນດັບ 3 ໄດ້ແກ່: ໝາຍເລກ M5 ນາງ ໄມຢ່າວ່າງ ຈາກແຂວງ ໄຊສົມບູນ ໄດ້ຮັບລາງວັນເງິນສົດ 6 ລ້ານກີບ ພ້ອມສາຍສະພາຍ ແລະລາງວັນອື່ນຈາກຜູ້ສະໜັບສະໜູນຫຼັກ.

-    ຮອງຊະນະເລີດ ອັນດັບ 4 ໄດ້ແກ່: ໝາຍເລກ M15 ນາງ ລີລີຢ່າງ ຈາກແຂວງ ອຸດົມໄຊ ໄດ້ຮັບລາງວັນເງິນສົດ 4 ລ້ານກີບ ພ້ອມສາຍສະພາຍ ແລະລາງວັນອື່ນຈາກຜູ້ສະໜັບສະໜູນຫຼັກ.

ນອກຈາກນັ້ນ, ຍັງມີລາງວັນພິເສດອີກ 6 ລາງວັນ ແລະທຶນການສຶກສາ ຫຼັກສູດປະລິນຍາຕີຈາກສະຖາບັນ ແສງສະຫວັນທຸລະກິດ ມູນຄ່າ 97 ລ້ານກີບ ຕື່ມອີກ.




ທີ່ມາ:
  • ຮູບພາບ