• ບຸນກິນຈຽງ ແລະການປະກວດນາງສາວມົ້ງລາວ ປະຈໍາປີ 2020 ຈະຈັດຂຶ້ນໃນທ້າຍປີນີ້

ໂດຍ: ສີເປື້ອນມື 25 ພະຈິກ 2019 (14.16 ນ.) Read : 2,953

ໃນວັນທີ 24 ພະຈິກ 2019 ຜ່ານມາ ໄດ້ມີການຈັດງານຖະແຫຼ່ງຂ່າວການກະກຽມຈັດງານບຸນກິນຈຽງຊົນເຜົ່າມົ້ງ ແລະການປະກວດນາງສາວຊົນເຜົ່າມົ້ງລາວປະຈຳປີ 2020 ຄັ້ງທີ 4 ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ. ໃຫ້ເຂົ້າຮ່ວມມີ: ທ່ານ ອິນປອງ ທຸມມາ ຮອງເຈົ້າເມືອງໆ ສີໂຄດຕະບອງ,ທ່ານ ນາງ​ ປານີ ກິນດາວົງ ຮອງຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ວິໄຊ ໄຊທານີ ຄະນະຮັບຜິດຊອບຈັດງານບຸນກິນຈຽງເຜົ່າມົ້ງ, ທ່ານ ພັທ ສົມແພງ ຈະເລີນໄຊ ກອງພັນໃຫຍ່ 614, ທ່ານ ທອງວິໄລ ລິດທິເດດ ປະທານຈັດງານບຸນກິນຈຽງຊົນເຜົ່າມົ້ງ, ທ່ານ ດຣ. ໂຊກໄຊ ຊົ້ງ ຄະນະຈັດງານບຸນກິນຈຽງຊົນເຜົ່າມົ້ງ, ທ່ານ ວາກີລີ ວົງໄຊ ຄະນະຈັດງານບຸນກິນຈຽງຊົນເຜົ່າມົ້ງ, ທ່ານ ນາງ ແກ້ວມະນີ ລິດທິເດດ ຄະນະຈັດງານບຸນກິນຈຽງຊົນເຜົ່າມົ້ງ ແລະບັນດາພາກສ່ວນຜູ້ສະໜັບສະໜູນໂຄງການປະກວດນາງສາວຊົນເຜົ່າມົ້ງລາວເຂົ້າຮ່ວມ.

ບຸນກິນຈຽງຊົນເຜົ່າມົ້ງ ແມ່ນເທດສະການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງຊົນເຜົ່າມົ້ງ ເຊິ່ງເປັນສັນຍາລັກແຫ່ງຄວາມສາມັກຄີ, ຄວາມຜູກໝັ້ນໃນວົງສາຄະນາຍາດຂອງປະຊາຊົນເຜົ່າມົ້ງທີ່ຢູ່ຫ່າງໄກ ໄດ້ມາພົບປະສ້າງສັນ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາຄະນະຍາດຕົນ ເຊິ່ງເຈົ້າກົກເຈົ້າເລົ່າໄດ້ນຳພາຊາວເຜົ່າມົ້ງຈັດງານບຸນນໍເປເຈົ່າທີ່ຍິ່ງໃຫຍ່ມາແຕ່ດົນນານແລ້ວ ແລະມີຄວາມໝາຍຄວາມສຳຄັນ ທີ່ສ່ອງແສງເຖິງຮີດຄອງປະເພນີ ແລະວັດທະນະທຳອັນດີງາມຂອງຊົນເຜົ່າໃນລາວ.

ສຳລັບເທດສະການບຸນກິນຈຽງ ແລະການປະກວດນາງສາວມົ້ງລາວ ປະຈໍາປີ 2020 ແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 27 ທັນວາ 2019 ຫາວັນທີ 5 ມັງກອນ 2020 ທີ່ບ້ານ ຊໍາເກດ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍພາຍໃນງານຈະມີກິດຈະກໍາຫຼາຍຢ່າງ ເຊັ່ນ: ກີລາງົວຊົນ, ເຕະບານ, ໂຍນໝາກຄອນ, ເປົ່າແຄນ, ປະກວດຂັບລຳ ແລະຮ້ອງເພງ, ຍິງໜ້າເກັກ, ຕີໝາກຂ່າງ, ເປົ່າຂຸ່ຍ ແລະອື່ນໆ.

ນອກຈາກນັ້ນ, ການປະກວດຄັດເລືອກນາງສາວງາມຊົນເຜົ່າມົ້ງລາວປະຈຳປີ 2020 ເພື່ອຊີງເງິນລາງວັນ 103 ລ້ານກີບ ໃນນີ້; ແມ່ນສາມາດຄັດເລືອກໄດ້ແລ້ວ ສໍາລັບນາງສາວທີ່ຈະຮ່ວມປະກວດແຂ່ງຂັນໃນຮອບຊີງຊະນະເລີດ ເຊິ່ງມີທັງໝົດ 30​ ຄົນ.




ທີ່ມາ:
  • ຮູບພາບ

  • ແທັກທີ່ກ່ຽວຂ້ອງ