-
"ຫລ້ານ້ອຍ" ຜູ້ຊະນະເລີດການປະກວດ Miss Friendship mall 2019
ໂດຍ: ສີເປື້ອນມື
20 ພະຈິກ 2019 (14.42 ນ.)
Read : 3,425
ນາງ ຫລ້ານ້ອຍ ແກ້ວພູວົງ ອາຍຸ 18 ປີ, ຮຽນຢູ່ ມສ ຂົວຕະພານ, ໝາຍເລກ F 20 ຊະນະເລີດການປະ ກວດ ນາງສາວ ແຟຣນຊິບ ມໍ 2019 (Miss Friendship mall 2019 ) ທັງ ແມ່ນນາງສາວທີ່ໄດ້ຮັບລາງວັນຂວັນໃຈຊ່າງພາບ ໃນຮອບຕັດສິນ ເຊິ່ງໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 19 ພະຈິກ 2019 ທີ່ແຟຣນຊິບມໍ ນະຄອນປາກເຊ ແຂວງຈໍາສັກ. ສ່ວນຮອງຊະນະເລີດ ແມ່ນ ນາງ ດາວພາສຸກ ຈັນທະວົງ ໝາຍເລກ F18, ອັນດັບທີ3 ນາງ ອານັດດາ ວົງແພງຄໍາ ໝາຍເລກ F12 ,ອັນດັບທີ 4 ນາງ ດວງພະໄທ ໄຊຍະວົງ ໝາຍເລກ F13 ແລະ ອັນດັບທີ 5 ນາງ ສອນສະຫວັນ ບົວສີ ໝາຍເລກ F10 .
ທ່ານ ນາງ ເພັດສະໄໝ ແສງອາລຸນ ຜູ້ອຳນວຍການແຟຣນຊິບມໍ ປະທານສະມາຄົມນັກທູລະກິດ ແມ່ຍິງ ແຂວງຈໍາປາສັກ ກ່າວວ່າ: ງານນີ້ເກີດຂຶ້ນໄດ້ດ້ວຍການຮ່ວມມືຂອງຫຼາຍພາກສ່ວນຫົວໜ່ວຍທຸລະກິດດ້ວຍກັນ,ອົງການຈັດຕັ້ງພັກ,ລັດ ແລະສັງຄົມ ທີ່ໃຫ້ການອູ້ມຊູສະໜັບສະໜູນ ພິເສດແມ່ນພະແນກຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ສະຫະພັນແມ່ຍິງແຂວງຈໍາປາສັກ ອີກດ້ວຍ.
ຈຸດປະສົງຂອງງານປະກວດຄັ້ງນີ້ ເພື່ອສົ່ງເສີມແມ່ຍິງລາວ ໂດຍສະເພາະພາຍໃນທ້ອງຖິ່ນ ແຂວງຈໍາປາສັກໃຫ້ມີຄວາມສາມາດກ້າສະແດງອອກ ຄຽງຄູ່ກັບຄວາມງາມ ແລະ ສ້າງພື້ນຖານເງື່ອນໄຂຮອງຮັບໃຫ້ແກ່ການປະກວດລະດັບຊາດ,ລະດັບພາກພື້ນ ແລະ ສາກົນໃນອະນາຄົດ.
ທີ່ມາ: ປະເທດລາວ Pathedlao