• ເປີດຂາຍແລ້ວ! ບັດພິເສດຮອບທີ 2 ຮອບສຸດທ້າຍ

ໂດຍ: ສີເປື້ອນມື 06 ພະຈິກ 2019 (14.45 ນ.) Read : 2,621

ເທດສະການດົນຕີ ແລະສິລະປະວັດທະນະທໍາ “Vientiane Zodiac Music Festival 2019” ເປັນງານເທດສະການດົນຕີທີ່ຍິ່ງໃຫຍ່ທີ່ສຸດ ເຊິ່ງລວມເອົາບັນດາສິລະປິນທີ່ມີຊື່ສຽງລະດັບແຖວໜ້າຈາກພາຍໃນປະເທດ ແລະຈາກປະເທດເພື່ອນບ້ານ ຈໍານວນ 22 ສິລະປິນ ໄດ້ແກ່: ວົງລາບານູນ, ໜຸ່ມ ກະລາ, Klear, Tarn, Softwhip, ລໍາໄຍ ໄຫທອງຄໍາ, ເຈນນີ່-ລິນລີ່, ໂຈໂຈ້ ມິລາໂຄ, ວົງແບລັກອາຍສ໌, ວົງຢູ່ນາ, ຕ່າຍ ອາກາດ, ວົງ Animal will do, ມິ້ນ, ວົງ Sixth – Sense, ບ໋ອບຟຣີແມນ, ຕຸລີ່ ບິດາລັກ, ແຜັດ ເພັດດາວອນ, ວົງດາວເໜືອ, ດີເຈ ຕຸກຕາ, ດີເຈ ອູ໊ດດີ້xອີ່ຊີ່, ດີເຈ ບິນລີ່ ແລະເຊີໄພ້ສິລະປິນແຖວໜ້າຂອງລາວຢ່າງຫຼວງຫຼາຍ.

ເປີດຂາຍບັດເຂົ້າຊົມຮອບທໍາອິດ ໃນວັນທີ 2-3 ພະຈິກ 2019 ຜ່ານມາ ກໍໄດ້ຮັບກະແສຕອບຮັບເປັນຢ່າງດີ ບັດລາຄາພິເສດ ມູນຄ່າ 79.000 ກີບ ໄດ້ຂາຍໝົດແລ້ວ ແລະຮອບທີ 2 ຈະເປີດຈໍາໜ່າຍບັດພິເສດ ມູນຄ່າ 89.000 ກີບ ໃນວັນທີ 09 ພະຈິກ 2019 ເຊິ່ງເປັນຮອບສຸດທ້າຍ ແລະມີພຽງ 3000 ບັດເທົ່ານັ້ນ. ສາມາດຊື້ບັດໄດ້ທີ່ ມິນິບິກຊີລາວ ທຸກສາຂາ ແລະທາງເພຈ Vientiane Zodiac Music Festival. ສໍາລັບໃຜທີ່ພາດບັດລາຄາພິເສດ ແມ່ນຈະໄດ້ຊື້ບັດໃນລາຄາປົກກະຕິໜ້າງານ ມູນຄ່າ 150.000 ກີບ ສາມາດເຂົ້າງານໄດ້ສອງມື້ (ລວມທັງບັດລາຄາພິເສດ).

ງານເທດສະການດົນຕີ ແລະສິລະປະວັດທະນະທໍາ “Vientiane Zodiac Music Festival 2019” ຈະຈັດຂຶ້ນໃນຄໍ່າຄືນຂອງວັນທີ 23-24 ພະຈິກ 2019 ທີ່ບຶງສາລະຄໍາ (ຫຼັງໂຮງງານເບຍລາວ) ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.




ທີ່ມາ:
  • ຮູບພາບ