ນາງງາມຈາກເວທີລະດັບໂລກ ເດີນທາງກັບມາຮອດປະເທດລາວ ໃນຕອນບ່າຍຂອງວັນທີ 31 ຕຸລາ 2019
ທີ່ຜ່ານມາ ພ້ອມທັງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກມວນຊົນ ທີ່ສະໜາມບິນສາກົນວັດໄຕ.
ທ່ານ ນາງ ມະໄລທອງ ສີລິສັກ “ປິວ” ອາຍຸ 56 ປີ ສາມາດຜ່ານເຂົ້າຮອບ 5 ຄົນສຸດທ້າຍ
ພ້ອມທັງຄວ້າມາໄດ້ 2 ລາງວັນ ຈາກເວທີການປະກວດ Mrs. Tourism Pageant 2019 ໃນຄໍ່າຄືນຂອງວັນທີ 28 ຕຸລາ 2019 ຜ່ານມາ ທີ່ປະເທດຟີລິບປິນ (ມີ 27 ປະເທດເຂົ້າຮ່ວມ) ຄື: ລາງວັນ ຂວັນໃຈມິດຕະພາບ ແລະລາງວັນ Mrs. Tourism Earth 2019 ຫຼືເອີ້ນວ່າ: ແມ່ຂອງໂລກທີ່ເປັນແບບຢ່າງທີ່ໃຫ້ແກ່ສັງຄົມ
ພ້ອມທັງຈະໄດ້ເຄື່ອນໄຫວຊ່ວຍເຫຼືອສັງຄົມເປັນເວລາ 2 ປີ ເຊິ່ງສິ່ງທໍາອິດທີ່ຈະລາວຈະເຮັດພາຍຫຼັງໄດ້ຮັບລາງວັນກໍຄື
ການຊ່ວຍເຫຼືອດ້ານການສຶກສາໃນຂົງເຂດຊົນນະບົດ
ເພື່ອເຮັດໃຫ້ຄົນຢູ່ໃນຂົງເຂດດັ່ງກ່າວໄດ້ເຂົ້າເຖິງການສຶກສາ.
ໂຄງການດັ່ງກ່າວແມ່ນໄດ້ຊອກຫາຜູ້ທີ່ມີຄວາມສາມາດພຽບພ້ອມຢູ່ຫຼາຍໆປະເທດ, ສ່ວນຫຼາຍບາງປະເທດແມ່ນເຂົາເຈົ້າໄດ້ເລືອກຈາກເວທີການປະກວດ.
ແຕ່ສໍາລັບປະເທດລາວເຮົາ ແມ່ນເປັນປະເທດທໍາອິດ ໃນຄັ້ງປະຫວັດສາດ ກັບການປະກວດ Mrs. Tourism Pageants 2019 ຮຸ່ນໃຫຍ່
ຫຼືເອີ້ນວ່າ: ການປະກວດແມ່ທີ່ເປັນແບບຢ່າງທີ່ດີຂອງສັງຄົມ ພາຍໃຕ້ຫົວຂໍ້ “ງາມຈາກພາຍໃນສູ່ພາຍນອກ”.
ການກະກຽມກ່ອນການເດີນທາງປະກວດແມ່ນ ຂ້າພະເຈົ້າໄດ້ກຽມຄວາມພ້ອມໃນຫຼາຍໆດ້ານ
ໂດຍສະເພາະກໍແມ່ນເລື່ອງຂອງສຸຂະພາບ ເຊິ່ງໄດ້ເນັ້ນບໍລິໂພກອາຫານຄຼີນ, ງົດກິນຈໍາພວກແປ້ງ
ແລະອາຫານລົດຊາດຈັດ ແລະອອກກໍາລັງກາຍໜັກຂຶ້ນ.
ໃນຊ່ວງໄລຍະການເກັບຕົວກ່ອນມື້ປະກວດ ເວລາ 15 ວັນ ຢູ່ທີ່ປະເທດຟີລິບປິນ ຈະມີການຕິດຕາມພຶດຕິກໍາຂອງແຕ່ລະຄົນ,
ນັບຕັ້ງແຕ່ການກິນຢູ່ ແລະກິດຈະກໍາປະຈໍາວັນ ເພື່ອທີ່ຈະເປັນການທົດສອບວ່າເຮົາຈະສາມາດປັບຕົວເຂົ້າກັບສະພາບແວດລ້ອມທີ່ເປັນຢູ່ຫຼືບໍ່.
ໃນທີ່ສຸດພາຍໃນເວລາ 13 ວັນ ນາງ ມະໄລທອງ ສີລິສັກ ໄດ້ຜ່ານເຂົ້າຮອບ 15
ຄົນແບບອັດຕະໂນມັດ ເພາະໄດ້ຄະແນນສູງເຖິງ 75 ຄະແນນ.
ໃນການປະກວດໃນປີ 2020 ແມ່ນ ຂ້າພະເຈົ້າຈະຊອກຫາຜູ້ທີ່ມີຄວາມພ້ອມ ແລະສັກກະຍະພາບພຽງພໍ ເຊິ່ງອາດຈະເລີ່ມຈາກການເປັນແບບຢ່າງທີ່ດີໃຫ້ຄອບຄົວ,
ເປັນເມຍທີ່ດີຂອງຜົວ, ເປັນແມ່ທີ່ເປັນແບບຢ່າງໃຫ້ແກ່ລູກໆ, ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ,
ຊ່ວຍເຫຼືອສັງຄົມ ແລະຜູ້ດ້ອຍໂອກາດ ເພື່ອສົ່ງເຂົ້າປະກວດທີ່ປະເທດໄທ ເພື່ອໃຫ້ເຂົາເຈົ້າສືບທອດມູນເຊື້ອອັນດີງາມນີ້ໄວ້ຕະຫຼອດໄປ.