ກຸງເທບ, ປະເທດໄທ - 25 ມີນາ 2021 – ເລີໂນໂວ (Lenovo) ເປີດໂຕແລັບທັອບ ThinkBook ລຸ້ນໃໝ່ລ່າສຸດທີ່ອອກແບບມາເພື່ອເປັນຕົວຊ່ວຍໃຫ້ຄົນເຮັດວຽກໃນປັດຈຸບັນກ້າວຜ່ານຄວາມທ້າທາຍແຫ່ງຍຸກທີ່ເກີດຂຶ້ນດ້ວຍການປະສົມປະສານປັດຊະຍາການອອກແບບສະໄໝໃໝ່ເຂົ້າກັບຄຸນສົມບັດທີ່ສັນສ້າງຂຶ້ນເພື່ອຕອບຮັບເທຣນ
"ເຮັດວຽກໄດ້ຈາກທຸກບ່ອນ
" ຫຼື “work-from-anywhere”
ແລັບທັອບລຸ້ນໃໝ່ໃນຕະກູນ ThinkBook ປະກອບດ້ວຍ ThinkBook Plus Gen 2 i, ThinkBook 13s Gen 2 i,
ThinkBook 13x i, ThinkBook 14s Yoga i, ThinkBook 14p Gen 2,
ThinkBook 15 Gen 2 i
ແລະ ThinkBook
16p Gen 2
ໃນຂະນະທີ່ອົງກອນທຸລະກິດຂະໜາດໃຫຍ່ຕ່າງກຳລັງປັບໂຕເພື່ອໃຫ້ເຂົ້າກັບວິຖີການເຮັດວຽກແບບໃໝ່
ທຸລະກິດຂະໜາດນ້ອຍແລະກາງຫຼື SMB ຕ້ອງປະເຊີນກັບການປັບໂຕໃນການນຳໂມເດວທຸລະກິດແບບໄຮບຣິດມາໃຊ້ໄດ້ຍາກຍິ່ງກວ່າ ເລີໂນໂວຈຶ່ງຕັ້ງໃຈອອກແບບເຕັກໂນໂລຊີທີ່ຈະຊ່ວຍໃຫ້ທຸລະກິດຂະໜາດນ້ອຍແລະກາງສາມາດເດີນໜ້າຕໍ່ໃນຍຸກແຫ່ງການປ່ຽນແປງນີ້ໄດ້
ໄຮໄລຂອງຜະລິດຕະພັນ ThinkBook ລຸ້ນໃໝ່ມີດັ່ງນີ້ :
ThinkBook Plus Gen 2
i
·
ຈໍສະແດງຜົນ e-Ink
ມາພ້ອມກັບອັດຕາ screen-to-body (STB) ເພິ່ມຂຶ້ນຈາກ 48% ເປັນ 68% ແລະມີພື້ນທີ່ໃຊ້ງານທີ່ໃຫຍ່ຂຶ້ນເປັນ 12 ນິ້ວ ຂະນະທີ່ຄວາມລະອຽດຂອງຈໍສະແດງແບບ top cover ກໍເພິ່ມຂຶ້ນເພື່ອໃຫ້ສອດຄ່ອງກັບຄວາມລະອຽດ
2560x1600
ຂອງຈໍສະແດງຜົນຫຼັກ
·
ດ້ານປະສິດທິພາບກໍສູງຂຶ້ນດ້ວຍອັດຕາການຣີເຟສທີ່ດີຂຶ້ນແລະ
e-Ink
User Interface (UI) ໄດ້ຮັບການຄິດຄົ້ນແລະອອກແບບໃໝ່ເພື່ອໃຫ້ເຂົ້າເຖິງແອັບພິເຄເຊິນເພີ່ມຜະລິດຕະພາບ
(productivity) ໄດ້ສະດວກງ່າຍດາຍຂຶ້ນໂດຍບໍ່ຕ້ອງເປີດຝາ
·
ແລັບທັອບລຸ້ນໃໝ່ນີ້ບາງຂຶ້ນກວ່າເກົ່າ (13.9 ມມ.) ແລະເບົາຂຶ້ນ (1.3 ກກ.) ແລະປ່ຽນໄປເປັນຈໍສະແດງຜົນແສງສີຟ້າຕ່ຳ
16:10
ແບບໃໝ່ ເຊິ່ງຍັງເຫັນວ່າອັດຕາສ່ວນ STB ເພີ່ມຂຶ້ນຈາກ 78% ເປັນເກືອບ 90% ເພື່ອມອບປະສົບການໃຊ້ງານໜ້າຈໍແບບເກືອບຂອບຈຳຂອບ (edge-to-edge screen experience)
· ປະສິດທິພາບການໂຕ້ຕອບຂອງໜ້າຈໍແບບສຳຜັດ (touch interaction) ຖືກຍົກລະດັບດ້ວຍບິກແບບໃໝ່ເຮັດໜ້າທີ່ເປີດແອັບພິເຄເຊິນທີ່ເລືອກໂດຍອັດຕະໂນມັດເພື່ອໃຫ້ໃຊ້ງານໄດ້ງ່າຍຂຶ້ນ.
ThinkBook 13x i,
·
ThinkBook 13x i ມາພ້ອມຂະໜາດກະທັດຮັດ ມີສີ Storm Grey ຫຼື Cloud Grey ໃຫ້ເລືອກ ນັບເປັນໜຶ່ງໃນແລັບທັອບເພື່ອໃຊ້ງານທຸລະກິດຂະໜາດ 13 ນິ້ວ ທີ່ບາງທີ່ສຸດເທົ່າທີ່ມີຢູ່ໃນຕະຫຼາດ ໂດຍມີຄວາມບາງພຽງ 12.9
ມມ. ແລະນ້ຳໜັກພຽງ 1.2 ກກ.
· - ແລັບທັອບທີ່ບາງແລະທັນສະໄໝນີ້ມາພ້ອມກັບພອດ
Dolby
Vision, Dolby Atmos ແລະ Thunderbolt
4.
· - ອອກແບບເທິງແພຣດຟອມ Intel Evo ແລະຂັບເຄື່ອນໂດຍໂປເຊສເຊີ 11th Gen Intel Core Processor ທີ່ໃຊ້ພະລັງງານຕ່ຳ.
· - ThinkBook Plus Gen 2 i ແລະ 13x i ໃຫ້ຄວາມໄວທີ່ດີເລີດແລະຄວາມສະຫຼາດຫຼັກແຫຼມ ພ້ອມຍືດອາຍຸການໃຊ້ງານທີ່ດີເລີດຂອງແບັດເຕີຣີໄວ້3
· - ການເພີ່ມ wireless LAN ໄຮ້ສາຍຄວາມໄວສູງດ້ວຍ Wi-Fi 61 ແລະແບັດເຕີຣີ 53 ວັດຕໍ່ຊົ່ວໂມງ ນັ້ນໝາຍຄວາມວ່າຜູ້ໃຊ້ສາມາດປັບເຂົ້າກັບສະຖານະການການໃຊ້ງານສ່ວນໃຫຍ່ ທັງໃນແລະນອກພື້ນທີ່ເຮັດວຽກຫຼັກໄດ້.
ThinkBook 14p and 16p
·
ThinkBook 14p ແລະ 16p ຂັບເຄື່ອນດ້ວຍ AMD
Ryzen™ 9 5000 H Series Mobile Processors ເວີຊັ້ນລ່າສຸດ
ຈຶ່ງເປັນທີ່ສົນໃຈຂອງຜູ້ໃຊ້ງານລະດັບສູງທີ່ຕ້ອງການລຸ້ນປະສິດທິພາບພ້ອມຄຸນນະພາບການສະແດງຜົນລະດັບມືອາຊີບ ໜ່ວຍຄວາມຈຳທີ່ປະມວນຜົນວ່ອງໄວ ແລະການເຊື່ອມຕໍ່ດ້ວຍຄວາມໄວສູງ.
· ຜູ້ໃຊ້ຈະມ່ວນຊື່ນໄປກັບແລັບທັອບທີ່ພັດທະນາມາເພື່ອຮອງຮັບການປະຊຸມຜ່ານ video conference ຜ່ານ webcam ລະດັບ Full HD ເຊິ່ງເປັນອຸປະກອນເສີມທີ່ໄດ້ຮັບການປົກປ້ອງໂດຍຝາປິດ ThinkShutter ພ້ອມ Touchpad ທີ່ໃຫຍ່ຂຶ້ນແລະຄີບອດສະທ້ອນແສງທີ່ກວດຈັບແສງໂດຍຮອບທີ່ໃຊ້ງານສະດວກສະບາຍ ເຊິ່ງມີປຸ່ມລັດສຳລັບເຂົ້າເຖິງລະບົບເອີ້ນປະຊຸມ video conference ໄດ້ຢ່າງວ່ອງໄວ.
·
ThinkBook 14p ທັງບາງແລະເບົາ (16.9 ມມ. ແລະ 1.4
ກກ.) ແລະສາມາດກຳນົດຄ່າດ້ວຍຈໍສະແດງຜົນ OLED 2.8K ສູງສຸດ 14 ນິ້ວ ພ້ອມມາດຕະຖານ VESA® DisplayHDR ™ True Black.
ThinkBook 16p ຈະມາພ້ອມກັບກຣາບຟິກແຍກ NVIDIA GeForce RTX ລຸ້ນໃໝ່ທີ່ເປັນອຸປະກອນເສີມ ເພື່ອເສີມພະລັງການປະມວນຜົນຂອງ AMD Ryzen ໃຫ້ແລັບທັອບປະສິດທິພາບສູງພ້ອມຈໍສະແດງຜົນຂະໜາດ 16 ນິ້ວຂະໜາດ 2560x1600 ທີ່ສາມາດຍົກລະດັບງານສ້າງສັນ ລວມເຖິງການຕິດຕາມລັງສີ ຕະຫຼອດຈົນ AI ແລະວີດີໂອຄວາມລະອຽດສູງ.
ThinkBook 13s Gen 2 i:
· - ThinkBook 13s Gen 2 i ເກີດຈາກການອອກແບບຮ່ວມກັບ Intel® ມາພ້ອມຈໍສະແດງຜົນ WQXGA ເຊິ່ງເປັນນອຸປະກອນເສີມທີ່ຜ່ານການທົດສອບ ປັບແຕ່ງ ແລະກວດສອບເພື່ອໃຫ້ເປັນໄປຕາມຂໍ້ກຳນົດຂອງ ແພດຟອມ Intel® Evo™ ໃນທຸກຄຸນສົມບັດຂອງຮາດແວແລະເປົ້າໝາຍດ້ານການສ້າງປະສົບການ
-ການໃຊ້ງານຫຼັກໆ
ເພື່ອໃຫ້ເອື້ອຕໍ່ການຕອບສະໜອງຂອງອຸປະກອນ ຄວາມພ້ອມໃນການເຮັດວຽກຢ່າງວ່ອງໄວ (instant wake) ອາຍຸການໃຊ້ງານແບັດເຕີຣີ ແລະການສາກໄວ3 ນັບເປັນແລັບທັອບທີ່ດີເລີດສຳລັບການເຮັດສິ່ງຕ່າງໆ
ໃຫ້ສຳເລັດ.
· Thunderbolt™ 4 ອຸປະກອນຈັດເກັບຂໍ້ມູນ PCIe Gen 4 ທີ່ເປັນອຸປະກອນເສີມ ແລະອາຍຸການໃຊ້ງານແບັດເຕີຣີທີ່ຍາວນານ2 ຊ່ວຍໃຫ້ທ່ານເຮັດວຽກໄດ້ຢ່າງມີປະສິດທິພາບສູງຕະຫຼອດຈົນໝົດມື້.
ThinkBook 14s Yoga i:
·
ບິກອັດສະລິຍະ (Smart Pen) ຈະຊິງກັບອຸປະກອນຂອງທ່ານ ເມື່ອດຶງບິກດັ່ງກ່າວອອກມາໃນໂໝດ Modern Standby ແລະແອັບຈົດບັນທຶກ (note-taking
app) ຈະເປີດຂຶ້ນໂດຍອັດຕະໂນມັດ
ເມື່ອເຂົ້າສູ່ລະບົບ Windows
10 ຊັອດຄັດ Windows Ink ຈະພ້ອມໃຊ້ງານທັນທີທີ່ທ່ານຈັບບິກຂຶ້ນມາ
·
ພະລັງຂອງໂປເຊັດເຊີ
11th
Gen Intel® Core™ ແລະຄວາມຢືດຢຸ໋ນຂອງ Yoga
form factor ຊ່ວຍໃຫ້ສາມາດປ່ຽນລະຫວ່າງໂໝດຕ່າງໆ
ໄດ້ຢ່າງລື່ນໄຫຼເພື່ອຜະລິດພາບທີ່ຫຼາຍຍິ່ງຂຶ້ນ ພອດ Thunderbolt™ 4
ແລະ USB-C
ຊ່ວຍອຳນວຍຄວາມສະດວກໃນການເຊື່ອມຕໍ່ລະຫວ່າງອຸປະກອນເຊື່ອມຕໍ່ແລະຈໍພາບໄດ້ຢ່າງວ່ອງໄວເປັນພິເສດ
· ລຸ້ນ 14s Yoga ມີໃຫ້ເລືອກທັງສີຄຣາສສິກແບບ ThinkBook mineral grey ແລະ limited-edition ແບບ Abyss Blue ເຊິ່ງເພີ່ມການປະສົມປະສານທີ່ລົງຕົວຂອງສີທີ່ສື່ເຖິງຄວາມມີໄຫວພິບແລະຄວາມສະຫງ່າງາມ.
ThinkBook 15 Gen 2 i:
· - ຫູຟັງໄຮ້ສາຍ ThinkBook
ໃນຕົວ ເຊິ່ງສາມາດຈັດເກັບໄວ້ໃນແລັບທັອບ ຈະມອບປະສົບການຂອງພະລັງສຽງໃໝ່ທີ່ສົມບູນແບບ7 ຫູຟັງເຫຼົ່ານີ້ຈະສາກໂດຍອັດຕະໂນມັດເມື່ອຈັດເກັບແລະເຊື່ອມຕໍ່ກັບລະບົບສຽງຂອງແລັບທັອບທັນທີເມືອນຳອອກມາ
ການປິດສຽງຫຼືເປີດສຽງລະຫວ່າງການໂທເຮັດໄດ້ງ່າຍພຽງແຕ່ສຳຜັດທີ່ຫູຟັງສອງຄັ້ງ
ຫູຟັງນີ້ມາພ້ອມກັບໄມໂຄໂຟນຄູ່ແລະລະບົບຕັດສຽງລົບກວນຈາກສິ່ງແວດລ້ອມ
ເຮັດໃຫ້ການປະຊຸມອອນລາຍມີປະສິດທິພາບຫຼາຍຂຶ້ນກວ່າທີ່ເຄີຍເປັນມາ.
· - ຕົວເລືອກການຈັດເກັບທີ່ຢືດຢຸ໋ນ
ເຊິ່ງລວມເຖິງການປະສານກັນຂອງ Hard disk drive (HDD) ແລະ Solid-state
drive (SSD) ຫຼື dual
SSD.
· - Modern Standby ເປີດປະສົບການເຊື່ອມຕໍ່ແບບ always-on ແລະ always-connected ເພື່ອໃຫ້ແນ່ໃຈວ່າພີຊີຂອງທ່ານພ້ອມໃຫ້ທ່ານໃຊ້ງານເມື່ອທ່ານຢູ່ແລະດາວໂຫຼດອີເມວເຖິງວ່າຝາຈະປິດຢູ່ກໍຕາມ.
1 ຕ້ອງໃຊ້ເຣົາເຕີ Wi-Fi
ທີ່ຊື້ແຍກຕ່າງຫາກແລະແພັກເກັດອາດແຕກຕ່າງກັນໄປຕາມທຳເລທີ່ຕັ້ງ
ທັງນີ້ ເປັນໄປຕາມຂໍ້ກຳນົດ ເງື່ອນໄຂ ແລະ/ຫຼືອາດຈະມີຄ່າທຳນຽມເພິ່ມຕື່ມ.
2 ອາຍຸການໃຊ້ງານແບັດເຕີຣີຈະແຕກຕ່າງກັນໄປແລະຂຶ້ນຢູ່ກັບປັດໃຈຫຼາຍປະການ.
3 ທີ່ມາ: Intel ສຳລັບຂໍ້ມູນເພິ່ມຕື່ມກ່ຽວກັບປະສິດທິພາບແລະຜົນການວັດປະສິດທິພາບ
ກະລຸນາເຂົ້າໄປທີ່ www.intel.com/Evo
4
ລະຫວ່າງເດືອນມັງກອນເຖິງເມສາຂອງປີ 2021 ການອັບເດດ Vantage ເຫຼົ່ານີ້ຈະພ້ອມໃຊ້ງານເທິງພີຊີຂອງຜູ້ບໍລິໂພກທົ່ວໄປ
ຫຼື SMB
ທີ່ກຳນົດຄ່າສຳລັບ "ໃຊ້ໃນບ້ານແລະສຳນັກງານ" ໃນລະຫວ່າງການຕັ້ງຄ່າອຸປະກອນ ທັງນີ້
ສາມາດດາວໂຫຼດອັບເດດໄດ້ໃນ Microsoft Store (ດາວໂຫຼດດ້ວຍຕົນເອງ).
5 ເວລາໃນການໂຫຼດຈິງອາດຈະແຕກຕ່າງກັນໄປຕາມພູມິພາກແລະການກຳນົດຄ່າທີ່ແຕກຕ່າງກັນ.
6 ລາຄາອາດຈະປ່ຽນແປງໄດ້ໂດຍບໍ່ຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ
ໂດຍເປັນໄປຕາມຂໍ້ກຳນົດແລະເງື່ອນໄຂເພີ່ມຕື່ມ.
7ຈາກການວິໄຈຂອງ Lenovo ໃນເດືອນມິຖຸນາປີ 2020 ກ່ຽວກັບຄອມພິວເຕີທີ່ຈຳໜ່າຍໂດຍຜູ້ຜະລິດພີຊີລາຍໃຫຍ່ທີ່ມີຍອດຂາຍຫຼາຍກວ່າ
1 ລ້ານເຄື່ອງທົ່ວໂລກຕໍ່ປີ.