-
ປະທານປະເທດ ຕ້ອນຮັບທູດຍື່ນສານຕາຕັ້ງ
ໂດຍ: Admin Mahason
09 ພະຈິກ 2017 (12.08 ນ.)
Read : 3,238
ວັນທີ 8 ພະຈິກ 2017 ທີ່ທຳນຽບຫ້ອງວ່າການປະທານປະເທດ (ຫໍຄຳ) ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານນາງ ມາເຣຍ ອາລີເຊຍ ກຸດໂຊນີ ເດີ ຊອງເຊັນ (Maria Alicia Cuzzonl de sonchein) ໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ອາກຊັງຕິນ ປະຈຳລາວຄົນໃໝ່ ທີ່ມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທ
ເຊິ່ງອາກຊັງຕິນ ແລະ ສປປ ລາວ ໄດ້ມີສາຍພົວພັນການທູດ ໃນວັນທີ 24 ກໍລະກົດ 1975 ຜ່ານມາ ການພົວພັນໄດ້ມີການແລກປ່ຽນສານອວຍພອນເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດວັນສຳຄັນຕ່າງໆ. ວັນດຽວກັນ ທ່ານປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ ເຊອິກ ຈາດຊິມ ບິນ ອັບດຸນລາມາ ອາລ-ທານີ (Sheikh jassim Bin Abdulrahman AI-Thani) ໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລັດກາຕາ ປະຈຳລາວ ທີ່ມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທ ເຊິ່ງລາວ ແລະ ກາຕາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 3 ກຸມພາ 2005
ເຊິ່ງຜ່ານມາ ໄດ້ມີການຮ່ວມມືແລກປ່ຽນບົດຮຽນ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ. ໂອກາດນີ້ ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ການມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ປະຈຳລາວ ຄົນໃໝ່ຂອງທັງສອງປະເທດ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນຄວາມສາມັກຄີຮັກແພງ ລະຫວ່າງປະເທດລາວກັບປະເທດອາກຊັງຕິນ ແລະ ກາຕາ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ເປັນການສືບຕໍ່ສະໜັບສະໜູນການຮ່ວມມືພັດທະນາ ສປປ ລາວ ຕື່ມອີກ.
ທີ່ມາ: