ໃນວັນທີ 06 ມັງກອນ 2019
ຜ່ານມາໄດ້ມີການຈັດງານເປີດງານບຸນປະເພນີກິນຈຽງຊົນເຜົ່າມົ້ງ ປະຈໍາປີ 2019 ຢ່າງເປັນທາງການ
ທີ່ສວນພຶກສາ ບ້ານ ດ່ານຊີ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານເຂົ້າຮ່ວມ
ໂດຍ: ທ່ານ ພູວົງ ພະມີສິດ ປະທານຮ້ານຄໍາພູວົງ ແລະປະທານ ສວນພຶກສາ ແລະທ່ານ ວິລະສັກ
ນາມມຸນຕີ ເຈົ້າເມືອງໆ ນາຊາຍທອງ ພ້ອມດ້ວຍການນໍາພາກລັດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພູວົງ ພະມີສິດ ໄດ້ກ່າວວ່າ: ການຈັດງານປະເພນີບຸນກິນຈຽງຊົນເຜົ່າມົ້ງຢູ່ສວນພຶກສານີ້
ຖືວ່າເປັນປີທີ 2 ແລ້ວ ຈຸດປະສົງຂອງການຈັດງານແມ່ນເພື່ອ ຮັກສາວັດທະນະທໍາ
ແລະຮີດຄອງປະເພນີອັນດີງາມຂອງຊົນເຜົ່າມົ້ງໄວ້, ສ້າງຄວາມສາມັກຄີໃຫ້ປວງຊົນບັນດາເຜົ່າ
ໃຫ້ມີກິດຈະກໍາຮ່ວມກັນ ແລະສົ່ງເສີມການທ່ອງທ່ຽວລາວ
ເນື່ອງຈາກປະເທດລາວເຮົາເປີດປີທ່ອງທ່ຽວ. ປັດຈຸບັນ
ສວນພຶກສາກໍໄດ້ມີການພັດທະນາມາຫຼາຍສົມຄວນ ພ້ອມນັ້ນໃນສວນພຶກສາພວກເຮົາ ໄດ້ມີພະນັກງານເຜົ່າມົ້ງຢູ່ປະມານ
60% ແລະສວນພຶກສາແຫ່ງນີ້ ກໍມີຄວາມເໝາະສົມແກ່ການຈັດການດັ່ງກ່າວ.
ກິດຈະກໍາໃນງານປະເພນີບຸນກິນຈຽງເຜົ່າມົ້ງ ມີການແຂ່ງຂັນກີລາບານເຕະ, ຕີໝາກຂ່າງ,
ຕີໝາກຄອນ, ເປຕັງ, ຍິງໜ້າເກັກ, ການສະແດງສິລະປະ-ວັນນະຄະດີ ແລະການປະກວດນາງສາວງາມເຜົ່າມົ້ງ
ນະຄອນຫຼວງວຽງຈັນ ປະຈໍາປີ 2019 ໃນຄໍ່າຄືນຂອງວັນທີ 12-13 ມັງກອນ 2019.
ສໍາລັບງານປະເພນີບຸນກິນຈຽງຊົນເຜົ່າມົ້ງຈະເລີ່ມຕັ້ງແຕ່ວັນທີ 09-13 ມັງກອນ 2019
ທີ່ສວນພຶກສາ ບ້ານດ່ານຊີ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ
ເປັນອີກສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມ ແລະບັນຍາກາດດີ
ເໝາະແກ່ການພັກຜ່ອນ.