-
ພາຍຸໄຕ້ຝຸ່ນ ແດມຣີ ໄດ້ພັດຖະຫຼົ່ມເຂົ້າຊາຍຝັ່ງພາກກາງຂອງ ຫວຽດນາມ, ເຮັດໃຫ້ປະຊາຊົນຢ່າງໜ້ອຍ 27 ຄົນເສຍຊີວິດ.
ໂດຍ:
06 ພະຈິກ 2017 (12.23 ນ.)
Read : 2,589
ເຈົ້າໜ້າທີ່ໄພພິບັດກ່າວວ່າ ພາຍຸ ແດມຣີ ໄດ້ພັດເອົາຫຼັງຄາເຮືອນຫຼາຍກວ່າ1,000 ຫຼັງອອກໄປ, ຖອນຮາກຕົ້ນໄມ້ ແລະ ພັດເສົາໄຟຟ້າລົ້ມຢ່າງຫຼວງຫຼາຍ ແຂວງ ແຄ່ງ ຮົວ ໄດ້ສູນເສຍປະຊາຊົນ 14 ຄົນ ເມື່ອເຮືອນຫຼາຍຫຼັງໄດ້ພັງລົງ ຫຼືຖືກພັດໂດຍນໍ້າຖ້ວມ, ອີງຕາມອົງການໄພພິບັດແຂວງ.
ອົງການດັ່ງກ່າວໄດ້ເວົ້າວ່າ ເຮືອນຫຼາຍກວ່າ 300 ຫຼັງ ໄດ້ຖືກທຳລາຍຢ່າງຮາບຄາບ,ແລະ ອີກປະມານ 25,000 ຫຼັງໄດ້ສູນເສຍຫຼັງຄາ. ເຂົາເຈົ້າກ່າວວ່າ ເຮືອ 112 ລຳ ກໍໄດ້ຈົມນໍ້າ ໃນພາຍຸດັ່ງກ່າວ. ໄຟຟ້າໄດ້ດັບໃນຫຼາຍຂົງເຂດ ແລະ ຖ້ຽວບິນຫຼາຍສິບຖ້ຽວແມ່ນໄດ້ຖືກຍົກເລີກ.
ເພື່ອການປ້ອງກັນຕົນເອງ, ປະຊາຊົນຫຼາຍພັນຄົນໄດ້ອົບພະຍົບໄປພື້ນທີ່ໆສູງກວ່າກ່ອນພາຍຸໄຕ້ຝຸ່ນຈະພັດຂຶ້ນບົກ ພາຍຸ ແດມຣີ ແມ່ນພາຍຸທີ່ຮຸນແຮງທີ່ສຸດ ທີ່ໄດ້ພັດເຂົ້າໃນຂົງເຂດດັ່ງກ່າວໃນຢ່າງໜ້ອຍ16 ປີ ອີງຕາມອົງການ NASA.
ໃນຂະນະດຽວກັນ, ປະຊາຊົນຢ່າງໜ້ອຍ 3 ຄົນກໍໄດ້ເສຍຊີວິດ ແລະ ເກືອບ 2,000ຄົນໄດ້ຖືກຍົກຍ້າຍອອກຈາກພື້ນທີ່ ຫຼັງຈາກພາຍຸທີ່ຮຸນແຮງ ໄດ້ກະຕຸ້ນໃຫ້ເກີດນໍ້າຖ້ວມຮ້າຍແຮງທີ່ສຸດໃນຮອບຫຼາຍປີ ທີ່ເກາະ ປີນັງ ຂອງປະເທດ ມາເລເຊຍ.
ຖະໜົນຫຼາຍເສັ້ນໃນນະຄອນ ຈໍຈ໌ ທາວ ຂອງລັດ ປີນັງ, ເຊິ່ງແມ່ນເມືອງມໍລະດົກໂລກຂອງອົງການ UNESCO ແລະ ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມສຳລັບຄົນພາຍໃນ ແລະ ຕ່າງປະເທດນັ້ນ, ໄດ້ຈົມເລິກຢູ່ໃນນໍ້າທີ່ເປິເປື້ອນ.
ບັນດາເຈົ້າໜ້າທີ່ ກ່າວວ່າ ຝົນຕົກອາດຈະມີສ່ວນມາຈາກພາຍຸໄຕ້ຝຸ່ນ ແດມຣີ.
ທີ່ມາ: