ກອງປະຊຸມລັດຖະບານໄດ້ມີການປຶກສາຫາລືກ່ຽວກັບການສ້າງຕັ້ງນະຄອນຂອງຫຼວງພະບາງ ເຊິ່ງໄດ້ມີກະແສທາງສັງຄົມວິພາກວິຈານຫຼາຍສົມຄວນ ເນື່ອງຈາກຄວາມບໍ່ເຂົ້າໃຈກັບຄວາມໝາຍດັ່ງກ່າວ ສ່ວນຫຼາຍຈະເຂົ້າໃຈວ່າ ເພິ່ນຈະສ້າງຕັ້ງເປັນນະຄອນຫຼວງຂອງປະເທດ.
ໃນຄວາມເປັນຈິງແລ້ວ ບໍ່ແມ່ນການສ້າງຕັ້ງເປັນນະຄອນຫຼວງ ແຕ່ເປັນການຍົກລະດັບຂອງ ຫຼວງພະບາງ ໃຫ້ເປັນນະຄອນ ເຊິ່ງໃນໄລຍະຜ່ານມາກໍມີຫຼາຍແຂວງທີ່ມີຄວາມພະຍາຍາມສ້າງໃຫ້ເປັນ ເຊັ່ນ: ການສ້າງຕັ້ງນະຄອນ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ ແລະນະຄອນປາກເຊ ແຂວງ ຈໍາປາສັກ ເປັນຕົ້ນ ເຊິ່ງໃນການສ້າງຕັ້ງເປັນນະຄອນນັ້ນກໍບໍ່ແມ່ນເລື່ອງງ່າຍທີ່ທຸກແຂວງຈະເຮັດໄດ້ຈົນໝົດ ເພາະຕ້ອງມີມາດຕະຖານສູງສົມຄວນ ເຊັ່ນ:
1 ຕ້ອງມີພົນລະເມືອງ 60,000 ຄົນຂຶ້ນໄປ.
2 ຄວາມໜາແໜ້ນຂອງປະຊາກອນ 25 ຄົນ ຕໍ່ ກິໂລຕາແມັດ.
3 ມາດຖານອາຊີບກະສິກອນ ບໍ່ເກີນ 25%.
4 ມາດຖານຫົນທາງປູຢາງ-ເບຕົງ ໃນເທດສະບານຕ້ອງກວມ 90%.
5 ມາດຖານຄອບຄົວທີ່ໄດ້ນໍາໃຊ້ໄຟຟ້າຢ່າງທົ່ວເຖິງ 100%.
6 ມາດຖານການນໍາໃຊ້ນໍ້າສະອາດ-ນໍ້າປະປາ
7 ດ້ານງົບປະມານກຸ້ມຕົນເອງ ໃນການໃຊ້ຈ່າຍປົກກະຕິ ໃນຊີວິດປະຈໍາວັນ.
8 ມາດຖານການເປັນບ້ານພັດທະນາທັງໝົດ.
ເຖິງຢ່າງໃດກໍຕາມ, ຜົນຂອງການປະຕິບັດຂອງ ຫຼວງພະບາງ ຈະສາມາດເຮັດໄດ້ຊໍ່າໃດນັ້ນກໍຕ້ອງອີງຕາມສະພາບຄວາມເປັນຈິງ ແລະຄວາມເປັນໄປໄດ້ ເພາະທຸກຢ່າງຕ້ອງໄດ້ຄວບຄຸມໃຫ້ເປັນລະບົບ. ປັດຈຸບັນຍັງຢູ່ໃນຂັ້ນຕອນຂອງການປຶກສາຫາລື ເພື່ອຂໍທິດທາງຊີ້ນໍາການປະຕິບັດ ເພື່ອໃຫ້ ຫຼວງພະບາງ ເປັນນະຄອນຢ່າງສົມບູນ. ສ່ວນເລື່ອງລາວຈະເປັນແນວໃດ ພວກເຮົາຈະຕ້ອງໄດ້ຕິດຕາມນໍາກັນຕໍ່ໄປ.