-
ໃກ້ເປັນຈິງ!ລາວເຊັນຈົດໝາຍນຳສົ່ງຮ່າງຄຳຮ້ອງ ສະເໜີເອົາທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກແຫ່ງທີ 3
ໂດຍ: Admin Mahason
21 ກັນຍາ 2017 (00.00 ນ.)
Read : 4,378
ຕາມການລາຍງານຂ່າວຈາກເພຈເຟສບຸກຂອງ ປະເທດລາວ Pathedlao ໃຫ້ຮູ້ວ່າ: ເມື່ອວັນທີ 20 ກັນຍາ ຜ່ານມາ ລາວເຮົາເຊັນຈົດໝາຍນຳສົ່ງຮ່າງຄຳຮ້ອງ ສະເໜີເອົາທົ່ງໄຫຫີນ ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກແຫ່ງທີ 3 ຈົດໝາຍດັ່ງກ່າວຈະສົ່ງເຖິງສູນມໍລະດົກໂລກ ທີ່ປາຣີ, ປະເທດຝຣັ່ງ ໃນອີກ 2 ວັນຂ້າງໜ້າ (ຖ້ານັບແຕ່ວັນທີ 20 ມາຈະຍັງເຫຼືອພຽງມື້ດຽວເທົ່ານັ້ນ).
ຖືເປັນໄຊຊະນະເບື້ອງຕົ້ນຂອງທິມງານ“ມໍລະດົກລາວ ເພື່ອມໍລະດົກໂລກ“ ແລະ ເປັນໝາກຜົນຂອງຄວາມພະຍາຍາມເກືອບ 20 ປີ ຂອງກອງເລຂາຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ, ກົມມໍລະດົກ, ຄະນະຊ່ຽວຊານລາວ ແລະ UNESCO ພາກພື້ນອາຊີ-ປາຊີຟິກປະຈຳບາງກອກ ແລະ ແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ.
ທີ່ມາ: ທີ່ມາ: ສຳນັກຂ່າວສານປະເທດລາວ (KPL)