ເປົ້າໝາຍຊີວິດຂອງໜຸ່ມສາວໄວລຸ້ນຕອນປາຍຄືຕ້ອງການ ມີຄອບຄົວສົມບູນແບບ ແລະປັດໄຈທີ່ເອື້ອອຳນວຍຄວາມສະດວກໃນການໃຊ້ຊີວິດເຊັ່ນ ເຮືອນ, ລົດຍົນ,... ທີ່ສໍາຄັນຄືມີໜ້າທີ່ວຽກງານທີ່ໝັ້ນຄົງ ເຊິ່ງອາດຈະເປັນຂໍ້ຫຼັກໆ ທີ່ນຳພາຄວາມສຳເລັດຂໍ້ອື່ນໆມາສູ່ຕົນ. ແຕ່ການຊອກວຽກເຮັດງານທໍາດີໆທີ່ມີຄວາມໝັ້ນຄົງກໍຍາກຊາຍິ່ງກວ່າງົມເຂັມໃນມະຫາສະໝຸດ ແລ້ວທ່ານເຄີຍໃຫ້ນິຍາມກັບຕົນເອງແລ້ວຫຼືຍັງວ່າວຽກທີ່ໝັ້ນຄົງແມ່ນວຽກແນວໃດ?
ວຽກທີ່ມີຄວາມໝັ້ນຄົງ ຄືການໄດ້ເປັນຜູ້ບໍລິຫານບໍລິສັດໃຫຍ່ໂຕຂອງຄອບຄົວ ຫຼືການໄດ້ເຂົ້າເຮັດວຽກໃນກະຊວງ
ຫຼືໜ່ວຍງານຂອງລັດຖະບານທີ່ມີສະຫວັດດີການຮອບດ້ານທັງບຳເນັດບຳນານຄົບຊຸດແມ່ນຫຼືບໍ່?
ສຳລັບຜູ້ຂຽນ
ວຽກທີ່ໝັ້ນຄົງຄືການປະກອບອາຊີບທີ່ສາມາດໃຫ້ຄ່າຕອບແທນຢ່າງຕໍ່ເນື່ອງ ຄ່າຕອບແທນທີ່ວ່ານີ້ບໍ່ແມ່ນສະເພາະເງິນ
ແຕ່ໝາຍເຖິງຄວາມຮູ້ໃນວິຊາຊີບນັ້ນໆ ຕົວຢ່າງ ນາງ ກ ໄປເປັນແມ່ຄົວຢູ່ຮ້ານອາຫານຝຣັ່ງ
5ປີຕໍ່ມາ ຮ້ານດັ່ງກ່າວໄດ້ປິດລົງຂະນະທີ່ ນາງ ກ ໄດ້ຄວາມຮູ້ການປຸງແຕ່ງອາຫານຝຣັ່ງ
ສາມາດໄປເປັນແມ່ຄົວຢູ່ໃນໂຮງແຮມອື່ນໆ
ຫຼືນໍາເອົາເງິນທ້ອນກ້ອນໜຶ່ງໄປເປີດຮ້ານເປັນຂອງຕົນເອງ
(ເຈົ້າຂອງກິດຈະການຫຼາຍຄົນຖືກກຳເນີດຈາກເຫດການລັກສະນະນີ້).
ປະການທີສອງ
ວຽກທີ່ໝັ້ນຄົງຄືຄວາມຊ່ຽວຊານຢ່າງເລິກເຊິ່ງໃນສາຍອາຊີບນັ້ນໆ ຕົວຢ່າງ ທ້າວ ຂ
ມັກຮັກໃນການຖ່າຍຮູບ ລາວເລີ່ມຕົ້ນຈາກການເລາະຖ່າຍຮູບຢູ່ສວນສາທາລະນະ
ຕໍ່ມາເລີ່ມຮັບຖ່າຍຮູບຕາມງານແຕ່ງດອງ ແລະອີເວັ້ນຕ່າງໆ
ລາວພັດທະນາຝີມືຕົນເອງເລື້ອຍໆຈົນການເປັນຜູ້ຊ່ຽວຊານໃນການຖ່າຍຮູບເປັນທີ່ຮູ້ຈັກຂອງສັງຄົມ,
ມີຄົນຈ້າງເປັນເປັນວິທະຍາກອນສອນການຖ່າຍຮູບ; ມີຄວາມສາມາດເປີດສະຕູດິໂອເປັນຂອງຕົນເອງ
ລວມເຖິງຈັດຫຼັກສູດສອນການຖ່າຍຮູບ
ເຖິງແມ່ນວ່າລາວຈະແກ່ຊະລາຈົນບໍ່ມີແຮງອອກໄປເລາະຖ່າຍຮູບແຕ່ລາວກໍຍັງມີລາຍໄດ້ຈາກການເປັນວິທະຍາກອນນັ້ນເອງ.
ປະການທີສາມ
ວຽກທີ່ໝັ້ນຄົງຄືການມີລາຍໄດ້ຫຼາຍຊ່ອງທາງ ຕົວຢ່າງ ນາງ ສ ຮຽນຈົບພາສາອັງກິດ
ປັດຈຸບັນເຮັດວຽກເປັນອາຈານສອນພາສາອັງກິດຢູ່ໂຮງຮຽນແຫ່ງໜຶ່ງ. ນອກຈາກນັ້ນ,
ນາງກໍຍັງຮັບແປເອກະສານຕ່າງໆເປັນລາຍໄດ້ສຳຮອງ ຫຼືຫຼັງເລີກການກັບເມືອເຮືອນກໍຊ່ວຍຜົວທອດເຂົ້າໜົມໄປສົ່ງຂາຍຕາມຮ້ານຄ້າ
ຖືເປັນລາຍໄດ້ຊ່ອງທາງທີສາມ.
ສຳລັບວຽກທີ່ບໍ່ໝັ້ນຄົງແບບເຫັນເປັນຮູບປະທຳຄື
ການເຮັດວຽກທີ່ໃຫ້ລາຍໄດ້ເທົ່າກັບລາຍຈ່າຍ(ບໍ່ເຫຼືອເງິນໄວ້ເກັບທ້ອນເພື່ອການໃຊ້ຈ່າຍສຸກເສີນ),
ວຽກທີ່ສ່ຽງຕໍ່ການເສຍສຸຂະພາບ ຫຼືເສຍຊີວິດ,
ວຽກທີ່ຜູ້ເຮັດວຽກຂີ້ຄ້ານພັດທະນາສັກກະຍະພາບການເຮັດວຽກຂອງຕົນເອງເປັນຕົ້ນ.
ສັດຈະທຳຂອງໂລກນີ້ຄືບໍ່ມີຄົງຢູ່ຢ່າງຈີລັງ
ສິ່ງທີ່ແນ່ທີ່ສຸດຄືຄວາມບໍ່ແນ່ນອນ. ຕັກກະຂໍ້ນີ້ສາມາດໃຊ້ໄດ້
ເຊັ່ນດຽວກັບການເຮັດວຽກຫັ້ນລະ! ບໍ່ມີວຽກໃດທີ່ໝັ້ນຄົງ ຖ້າຫາກຄົນເຮົາບໍ່ມີສະຕິຮັບມືຕໍ່ການປ່ຽນແປງ
ແລະຮູ້ຈັກປັບຕົວໃຫ້ເໝາະສົມເພື່ອການຢູ່ລອດ.
ຫວັງວ່າຈະເປັນຂໍ້ຄິດໜຶ່ງທີ່ຊ່ວຍໃຫ້ທ່ານຜູ້ອ່ານນຳໄປໝູນໃຊ້ໃນການດຳລົງຊີວິດ ແລະປະຕິບັດໜ້າທີ່ວຽກງານໃຫ້ມີຄວາມຜາສຸກ.