ເລື່ອງບັນຫາຄອບຄົວເປັນເລື່ອງລະອຽດອ່ອນ, ມີແຕ່ຄົນໃນຄອບຄົວເອງເທົ່ານັ້ນຈະເປັນຜູ້ຕັດສິນໃຈໄດ້ເອງ ພວກເຮົາທີ່ເປັນຄົນນອກຄວາມຈະກ້າວກ່າຍຫຍັງຫຼາຍບໍ່ໄດ້. ແຕ່ເຮົາຈະມາລົມກັນໃນປະເດັນທີ່ວ່າ ເປັນຫຍັງແມ່ຍິງຫຼືຜູ້ຊາຍບາງຄົນຈຶ່ງອົດທົນຢູ່ກັບຄູ່ຮັກທີ່ທຳຮ້າຍຕົນເອງບໍ່ວ່າຈະເປັນທາງກາຍ ຫຼືທາງໃຈ ອາດຈະເປັນຍ້ອນຄວາມຮັກຫຼາຍເກີນໄປຈົນເຮັດໃຫ້ພວກເຂົາໂງ່ຫຼືບໍ່?
ໃນຕ່ອງໂສ້ຂອງສິ່ງທີ່ມີຊີວິດສັດໃຫຍ່ມັກກິນສັດນ້ອຍເປັນອາຫານ ແລະສັດນ້ອຍກໍຖືກຂົ່ມຂູ່ຈາກສັດໃຫຍ່ເປັນປະຈຳ ພວກມັນຈຶ່ງຫາວິທີເອົາຕົວລອດຕ່າງໆນາໆ ແຕກຕ່າງກັບມະນຸດທີ່ເປັນສັດຂັ້ນສູງໃນຕ່ອງໂສ້ອາຫານ ແຕ່ເຮົາກໍຖືກມະນຸດດ້ວຍກັນຂົ່ມເຫັງ ເຊັ່ນ ສະໄໝກ່ອນເຈົ້າທາດຂົ່ມເຫັງຂ້າທາດ ແຕ່ປັດຈຸບັນນີ້ສັງຄົມມີສິດສະເໝີພາບເທົ່າທຽມກັນ ແຕ່ມະນຸດເຮົາເອງກໍຍັງຖືກຂົ່ມເຫັງດ້ວຍຈິດຕະສາດ ໂດຍສະເພາະກໍແມ່ນຈິດຂອງຕົນເອງ.
ເອົາລະກັບມາສູ່ປະເດັນກ່ຽວກັບເປັນຫຍັງບາງຄົນຈຶ່ງຍອມໃຫ້ຄົນຮັກຂົ່ມເຫັງ ທັງທີ່ທຳມະຊາດຂອງມະນຸດຄືຮັກໂຕເອງບໍ່ຍອມໃຫ້ໃຜມາທຳຮ້າຍຢູ່ແລ້ວ ແຕ່ມະນຸດມີຄວາມສາມາດພິເສດຄືການ ຕົວະໂຕເອງວ່າສິ່ງທີ່ພວມປະສົບຢູ່ຄືສິ່ງທຳມະດາ, ເປັນສິ່ງທີ່ສາມາດຮັບມືໄດ້ ຫຼືຖ້າໜີອອກໄປອາດຈະພົບກັບສິ່ງທີ່ຮ້າຍແຮງກວ່າ ຍົກຕົວຢ່າງຄືແມ່ຍິງທີຍອມໃຫ້ຜົວຕີຫຼືທຳຮ້າຍຈິດໃຈ ພວກເຂົາມີຄວາມເຊື່ອວ່າສິ່ງທີ່ໄດ້ຮັບນັ້ນມັນຍັງເຈັບປວດນ້ອຍກວ່າ ການທີ່ຕ້ອງແຕກຫັກກັນ ແລ້ວຖືກສັງຄົມກ່າວປະນາມວ່າເປັນແມ່ຍິງບໍ່ດີຜົວຈຶ່ງປະ, ລູກໆຕ້ອງຖືກກ່າວຫາວ່າເປັນເດັກຄອບຄົວແຕກແຍກ ແລະຂາດຄວາມອົບອຸ່ນ ແລະອື່ນໆ ຍິ່ງສັງຄົມບ້ານເຮົາຍັງມີຄ່ານິຍົມດັ່ງເດີມ ເຊັ່ນ ແມ່ຮ້າງມັກຖືກສັງຄົມຕີລາຄາໃນແງ່ລົບເອົາໄວ້ກ່ອນ, ຍົກຕົວຢ່າງ ແມ່ຍິງຜູ້ໜຶ່ງເປັນລັດຖະກອນໄດ້ຕັດສິນໃຈປະຮ້າງກັບຜົວ ບໍ່ວ່າກໍລະນີໃດກໍຕາມຫາກລາວ ຈະບໍ່ໄດ້ຮັບຄັດເລືອກເປັນຕົວເດັ່ນຢ່າງຮອບດ້ານ ເນື່ອງຈາກລາວຖືກຕັດສິນວ່າບໍ່ມີຄວາມສາມາດໃນການສ້າງສະຖາບັນຄອບຄົວຕົວເອງ ຫຼືແມ້ກະທັ້ງແມ່ທີ່ມີລູກສາວແຕ່ລູກສາວປະຮ້າງກັບຜົວ ຜູ້ເປັນແມ່ຍັງໄດ້ຮັບຜົນກະທົບເຖິງໜ້າທີ່ວຽກງານ.
ອີກປະການໜຶ່ງ ແມ່ຍິງມັກຮູ້ສຶກວ່າຕົນເອງມີຄຸນຄ່າເມື່ອມີຄູ່ຄອງ ຫຼືຄົນຮັກ ທີ່ອາດຈະເຄີຍຮັກ, ທະນຸຖະໜອມ, ເຄີຍດູແລເອົາໃຈໃສ່ເຊິ່ງກັນ ແລະກັນ ຫາກມື້ໜຶ່ງຕ້ອງເລີກລາກັນໄປ ນາງຈະຮູ້ສືກວ່າຕົນເອງພົບກັບຄວາມສູນເສຍ ກາຍເປັນຄົນບໍ່ມີຄຸນຄ່າໃດໆທັງສິ້ນ (ນີ້ຄືທີ່ມາທີ່ເຮັດໃຫ້ບາງຄົນອົກຫັກແລ້ວຄິດຂ້າຕົວຕາຍ). ຄວາມຮູ້ສຶກຢ້ານເສຍຄຸນຄ່ານີ້ແຫຼະທີ່ເຮັດໃຫ້ເຮົາເຜີຂ້າຕົວເອງໃຫ້ຕາຍທັງເປັນໄປໃນແຕ່ລະມື້ຢ່າງບໍ່ຮູ້ສຶກຕົວ ເພາະຖ້າຫາກເຮົາມີຄວາມຮັກຕົນເອງຫຼາຍພຽງພໍເຮົາຈະມີຄວາມໝັ້ນໃຈຢ່າງແຮງກ້າທີ່ຈະພາຕົນເອງອອກມາຈາກຈຸດທີ່ຕົນເອງຖືກທຳຮ້າຍ.
ຈື່ໄວ້ສະເໝີວ່າ ຄົນທີ່ມີຄຸນຄ່າທີ່ແທ້ຈິງແມ່ນຄົນທີ່ຮູ້ຈັກຮັກຕົນເອງ ແລ້ວເພື່ອແຜ່ຄວາມຮັກ ແລະຄວາມດີງາມໄປສູ່ຜູ້ອື່ນ ຄຸນຄ່າໃນຕົວເຮົາບໍ່ໄດ້ຖືກທຳລາຍພຽງເພາະໃຜຜູ້ໜຶ່ງບໍ່ຮັກເຮົາ ຫຼື ເພາະນ້ຳລາຍເໝັນໆຂອງໃຜຜູ້ໜຶ່ງ.
ຂໍໃຫ້ທຸກໆຄົນຈົ່ງເຫັນຄຸນຄ່າຂອງຕົນເອງ!