ໃນວັນທີ 06 ທັນວາ 2020, ທີ່ ນະຄອນຫຼວງວຽງຈັນ ເອັດສຊີຈີສານຕໍ່ໂຄງການ
“SCG Sharing the Dream” ໃນ ສປປ ລາວ ເປັນປີທີ 9 ເຊິ່ງຖືເປັນໜຶ່ງໃນໂຄງການກິດຈະກໍາເພື່ອສັງຄົມຂອງເອັດສຊີຈີ ທີ່ເນັ້ນສົ່ງເສີມການພັດທະນາສັກກະຍະພາບເຍົາວະຊົນຂອງປະເທດໃນອາຊຽນ
ເພື່ອສ້າງໂອກາດທາງການສຶກສາໃຫ້ນັກສຶກສາທີ່ເປັນຄົນເກັ່ງແລະດີ ມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນ
ແລະເປັນອະນາຄົດຂອງຊາດ.
ທ່ານ ພີລະມາດ ວະຈະນານະວັດ ຜູ້ອຳນວຍການ
ບໍລິສັດ ຄໍາມ່ວນ ຊີມັງ ຈໍາກັດ ກ່າວວ່າ: “ເອັດສຊີຈີໄດ້ມອບທຶນການສຶກສາໃຫ້ກັບນ້ອງນັກຮຽນ
ເຊິ່ງປີນີ້ເປັນປີທີ 9 ພວກເຮົາເບິ່ງເຫັນຄວາມສຳຄັນຂອງຄວາມໄຝ່ຝັນ ແລະ ຄວາມມຸ່ງໝັ້ນຂອງນ້ອງນັກຮຽນ ປີນີ້ທາງພວກເຮົາໄດ້ມອບທຶນການສຶກສາ
ລະດັບປະລິນຍາຕີ ໃຫ້ນ້ອງນັກສຶກສາຈຳນວນ 14 ຄົນ ເຊິ່ງຂ້າພະເຈົ້າເຊື່ອໝັ້ນວ່າ ໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນການມອບໂອກາດທີ່ດີໃຫ້ກັບນ້ອງໆທຸກຄົນທີ່ມີຄວາມມຸ່ງໝັ້ນຕັ້ງໃຈໃນການສຶກສາຮ່ຳຮຽນ
ສາມາດພັດທະນາຕົນເອງ ໃຫ້ເປັນບຸກຄະລາກອນທີ່ມີຄຸນນະພາບ ແລະເປັນປະໂຫຍດໃຫ້ແກ່ຕົນເອງ ເພື່ອຮັບໃຊ້ສັງຄົມ
ແລະ ປະເທດຊາດ.
ທ່ານ ພັນທະນະສອນ ສະຖຽນຮຸ່ງເຮືອງ
ຜູ້ອຳນວຍການ ບໍລິສັດ ເອັດສຊີຈີ ອິນເຕີເນຊັນແນລ ລາວ ຈຳກັດ ໄດ້ກ່າວວ່າ ຫຼາຍປີທີ່ຜ່ານມາພວກເຮົາໄດ້ມອບທຶນການສຶກສາ
ໃຫ້ແກ່ນ້ອງໆ ພວກເຮົາກໍໄດ້ເຫັນການພັດທະນາຂອງນ້ອງນັກຮຽນທຸກຄົົນ ເຊັ່ນ ການສຶກສາ,
ການຊ່ວຍເຫຼືອສັງຄົມ ແລະ ທີ່ສຳຄັນກວ່ານັ້ນຄື ນ້ອງໆກໍມີຄວາມກະຕັນຍູຮູ້ບຸນຄຸນຕໍ່ຄອບຄົວ
ແລະ ຄູອາຈານ, ພວກເຮົາຫວັງວ່າການມອບທຶນການສຶກສານີ້ ຈະເຮັດໃຫ້ນ້ອງໆໄດ້ນຳໃຊ້ຄວາມຮູ້ຄວາມສາມາດຂອງການສຶກສາຮໍ່າຮຽນເພື່ອມາໃຊ້ໃນການປະກອບອາຊີບຂອງຕົນເອງໃນອະນາຄົດຕໍ່ໄປ.
”ເອັດສຊີຈີ ເນັ້ນຊຸກຍູ້ໂຄງການຕ່າງໆ ທີ່ຊ່ວຍພັດທະນາບຸກຄະລາກອນຂອງປະເທດຜ່ານການສົ່ງເສີມດ້ານການສຶກສາ ເຊິ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG Sharing the Dream ໃນພູມມິພາກອາຊຽນເຊັ່ນ: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ, ກຳປູເຈຍ ແລະ ມຽນມາ ທົ່ວພູມມິພາກອາຊຽນ ເພື່ອຮ່ວມພັດທະນາປະເທດທີ່ເອັດສຊີຈີເຂົ້າໄປດຳເນີນທຸລະກິດ, ສຳລັບ ສປປ ລາວ ເອັດສຊີຈີ ດຳເນີນໂຄງການນີ້ດ້ວຍຄວາມຕັ້ງໃຈ
ແລະ ໃສ່ໃຈ ຢ່າງຕໍ່ເນື່ອງຕະຫລອດ 9 ປີ ແລະ ໃນປີນີ້ໄດ້ມອບທຶນການສຶກສາລະດັບປະລິນຍາຕີຈໍານວນ 14 ທຶນ ເຊິ່ງທຶນດັ່ງກ່າວຈະເນັ້ນສະໜັບສະໜຸນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາລະດັບປະລິນຍາຕີ
ແລະ ປະກອບອາຊີບ ເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຕໍ່ໄປ ໂດຍນອກຈາກການສະໜັບສະໜູນດ້ານການເງິນແລ້ວ
ຍັງມີກິດຈະກໍາເພື່ອພັດທະນາສັກກະຍາພາບ ແລະ ເສີມສ້າງຄຸນນະທໍາ
ຕະຫຼອດໂຄງການອີກດ້ວຍ