• 365 ວັນ ກັບຂອງຂວັນອັນຫຍິ່ງໃຫຍ່ຈາກລັດຖະບານຊຸດທີ 8

ໂດຍ: Admin Mahason 20 ກັນຍາ 2017 (00.00 ນ.) Read : 3,270

ເປັນເວລາ 365 ວັນ ຫຼື ຄົບຮອບ 1 ປີ ເຕັມພໍດີ ກັບການເຂົ້າມາບໍລິຫານງານປະເທດຂອງລັດຖະບານຊຸດທີ 8 ພາຍໃຕ້ການນຳພາຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ຄົງຈະບໍ່ມີປະຊາຊົນຄົນລາວປະຕິເສດໄດ້ເຖິງຜົນງານອັນຫຍິ່ງໃຫຍ່ ແລະ ມີໄຊທັງຫຼາຍ ອັນກາຍເປັນຂອງຂວັນອັນລ້ຳຄ່າແກ່ປວງຊົນຊາວລາວ. ໃນວາລະ 1 ປີ ຈາກ 20 ເມສາ 2016 ມາເຖິງວັນທີ 20 ເມສາ 2017 ທີ່ຜ່ານມາ ລັດຖະບານກໍໄດ້ມີການເປີດກອງປະຊຸມສະໄມສາມັນປະຈຳເດືອນເມສາ ເພື່ອເປັນການສະຫຼຸບຖອດຖອນບົດຮຽນ ແລະ ວາງທິດທາງແຜນການໃນຕໍ່ໜ້າ 

ເຊິ່ງຄໍລ້ຳມະຫາຊົນຄວນຮູ້ກໍບໍ່ລືມທີ່ຈະຈັບເອົາຜົນກອງປະຊຸມບາງດ້ານທີ່ພົ້ນເດັ່ນມາຝາກທ່ານຜູ້ອ່ານ ເພື່ອຊ່ວຍເສີມສ້າງຄວາມໝັ້ນໃຈ ແລະ ໃຫ້ການສະໜັບສະໜູນ ຕໍ່ການບໍລິຫານວຽກງານຂອງລັດຖະບານ. ຕໍ່ກັບສະຖານະການພາຍນອກປະເທດທີ່ກຳລັງເຄັ່ງຮ້ອນຢູ່ນັ້ນ ລັດຖະບານກໍບໍ່ໄດ້ນິ່ງນອນໃຈ ໂດຍສະເພາະກໍແມ່ນບັນຫາແຫຼມເກົາຫຼີ, ຄວາມຂັດແຍງຢູ່ຊີລີ, ຕາເວັນອອກກາງ, ເອີລົບ ແລະ ອື່ນໆ ໂດຍໄດ້ມີການສັງເກດການ ແລະ ວິເຄາະວິໃຈຢ່າງລະອຽດຕໍ່ຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບ ເພື່ອກະກຽມທັດສະນະແລະ ມີມາດຕະການທີ່ເໝາະສົມເພື່ອຮັບມື. 

ໃນນັ້ນ ເຫດການພາຍໃນປະເທດກໍຍັງຈະສືບຕໍ່ເອົາໃຈໃສ່ວຽກງານຮັກສາຄວາມສະຫງົບ, ສະ ຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍເລັ່ງໃສ່ທາງດ້ານເສດຖະກິດມະຫາພາກ ເພື່ອຄຸ້ມຄອງ ແລະ ຮັກສາສະຖຽນລະພາບເງິນຕາຕ່າງປະເທດ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງຢູ່ໃນລະດັບທີ່ໄດ້ກໍານົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາສິນເຊື່ອຂອງບັນດາສະຖາບັນການເງິນທີ່ດໍາເນີນທຸລະກິດບໍ່ສອດຄ່ອງກັບກົດໝາຍ, ຕັ້ງໜ້າຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ. ສືບຕໍ່ປັບປຸງກົນໄກປະຕູດຽວໃຫ້ໂລ່ງລຽນ, ໂປງໃສ ແລະ ສາມາດຊຸກຍູ້ການລົງທຶນ ແລະ ການດໍາເນີນທຸລະກິດໃຫ້ຄ່ອງຕົວ ເພື່ອດຶງເມັດເງິນເຂົ້າສູ່ລະບົບ ແລະ ກະຕຸກຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວ. 

ທາງດ້ານການຢູ່ການກິນຂອງພະນັກງານ-ລັດຖະກອນທີ່ລັດຖະບານໄດ້ສະແດງຄວາມເປັນຫ່ວງເປັນໄຍ ໂດຍໄດ້ສະແດງເຖິງຄວາມຕັ້ງໃຈຈິງທີ່ຈະແກ້ໄຂບັນຫາເງິນເດືອນຕົກຄ້າງຊຳເຮື້ອນີ້ ກໍຍັງໄດ້ມີການເນັ້ນຍ້ຳເອົາໃຈໃສ່ການເບີກຈ່າຍເງິນເດືອນ ໂດຍສະເພາະແມ່ນບັນດາເມືອງທີ່ຢູ່ເຂດຫ່າງໄກສອກຫຼີກໃຫ້ເປັນປົກກະຕິ ແລະ ທັນການ. ທີ່ສຳຄັນກໍຄືເລື່ອງປາກທ້ອງຂອງປະຊາຊົນ ແມ່ນຈະໄດ້ຕິດຕາມການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ, ລົງກວດກາຢ່າງໃກ້ຊິດຕິດແທດຕົວຈິງ, ແຈ້ງລາຄາສິນຄ້າໃຫ້ປະຊາຊົນຮັບຊາບ ເພື່ອບໍ່ໃຫ້ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ. ຖ້າກໍລະນີມີການລະເມີດ ແມ່ນໃຫ້ມີວິທີການແກ້ໄຂທີ່ເໝາະສົມ, ຊຸກຍູ້ໃຫ້ມີການຈັດຕະຫຼາດນັດສົ່ງເສີມສິນຄ້າໂອດ໋ອບ ໃຫ້ມີຄວາມຫຼາກຫຼາຍ ແລະ ເຮັດເປັນປົກກະຕິຕໍ່ເນື່ອງ ລວມທັງການສົ່ງເສີມການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານແຫ່ງຊາດ ເພື່ອກ້າວໄປສູ່ຄວາມສາມາດກຸ້ມຕົນເອງ.

ທີ່ມາ:
  • ຮູບພາບ

  • ແທັກທີ່ກ່ຽວຂ້ອງ