ເປີດສາກການແຂ່ງຂັນ ບານສົ່ງໃນຮົ່ມ (ຍິງ-ຊາຍ) ທົ່ວປະເທດ
ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2019 ຢ່າງເປັນທາງການ ຢູ່ທີ່ສະໂມສອນກີລາໃນຮົ່ມແຫ່ງຊາດ
ຫຼັກ 16 ໃນວັນທີ 20 ພະຈິກ 2019 ຜ່ານມາ. ໂດຍໃຫ້ການສະໜັບສະໜູນໂດຍ: ບໍລິສັດ ເບຍລາວ
ຈໍາກັດ ໂດຍຜ່ານຜະລິດພັນນໍ້າດື່ມກາຫົວເສືອ ລວມເປັນເງິນມູນຄ່າ 185 ລ້ານກີບ.
ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວໄດ້ແກ່: ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ
ກະຊວງສຶກສາທິການ ແລະ ກີລາ, ທ່ານ ຈັນສະໝອງ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ
ພ້ອມທັງບັນດານັກກີລາເຂົ້າຮ່ວມແຂ່ງຂັນ, ກໍາມະການເຕັກນິກ ແລະກອງເຊຍຢ່າງຫຼວງຫຼາຍ.
ການແຂ່ງຂັນຈະດໍາເນີນໄປຕັ້ງແຕ່ວັນທີ 20-26 ພະຈິກ 2019
ໂດຍມີທີມແຂ່ງຂັນເຂົ້າຮ່ວມທັງໝົດ 19 ທີມ; ໃນນັ້ນ, ມີປະເພດຊາຍ 10 ທີມ ແລະປະເພດຍິງ 9
ທີມ ເລີ່ມແຂ່ງຂັນຕັ້ງແຕ່ເວລາ 8:00-19:00 ໂມງ. ສ່ວນລາງວັນຊະນະເລີດຂອງ 2 ປະເພດ
ມີດັ່ງລຸ່ມນີ້:
#ຊະນະເລີດປະເພດທີມຊາຍ
ຈະໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມທັງເງິນສົດ 12 ລ້ານກີບ.
-
ຮອງຊະນະເລີດອັນດັບ 1: ຈະໄດ້ຮັບເງິນສົດ 8 ລ້ານກີບ.
-
ຮອງຊະນະເລີດອັນດັບ 2: ຈະໄດ້ຮັບເງິນສົດ 6 ລ້ານກີບ.
-
ຮອງຊະນະເລີດອັນດັບ 3: ຈະໄດ້ຮັບເງິນສົດ 3 ລ້ານກີບ.
#ຊະນະເລີດປະເພດທີມຍິງ
ຈະໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມທັງເງິນສົດ 12 ລ້ານກີບ.
-
ຮອງຊະນະເລີດອັນດັບ 1: ຈະໄດ້ຮັບເງິນສົດ 8 ລ້ານກີບ.
-
ຮອງຊະນະເລີດອັນດັບ 2: ຈະໄດ້ຮັບເງິນສົດ 6 ລ້ານກີບ.
-
ຮອງຊະນະເລີດອັນດັບ 3: ຈະໄດ້ຮັບເງິນສົດ 3 ລ້ານກີບ.