ທໍ່ນ້ຳ, ທໍ່ລະບາຍນ້ຳ ຫຼືສ້ວມອັດຕັນເປັນບັນຫາໃຫຍ່ທີ່ໜ້າລຳຄານໃນເຮືອນຊານ, ອາຄານທົ່ວໄປ ສາເຫດສ່ວນໃຫຍ່ແມ່ນເກີດຈາກມີເສດຂີ້ເຫຍື້ອປະເພດຕ່າງໆໄປອັດຕັນທາງໄຫຼຂອງນ້ຳ ບໍພຽງແຕ່ເຮັດໃຫ້ເກີດນ້ຳຂັງ ຍັງສົ່ງກິ່ນລົບກວນອີກດ້ວຍ ເຊິ່ງພວກເຮົາຄວນຫາວິທີປ້ອງກັນກ່ອນເກີດເຫດການແລ້ວນຳໄປແກ້ໄຂ ເຊິ່ງກໍມີວິືທີງ່າຍໆດັ່ງນີ້:
1. ທໍ່ລະບາຍນ້ຳໃນຫ້ອງອາບນ້ຳຄວນມີຝາຕອງເສດເສັ້ນຜົມ ຫຼືຄາບໄຂມັນຈາກສະບູ ຫາກຝາດັ່ງກ່າວເງີງອອກ ຫຼືຫຼຸດຕ້ອງຮີບປ່ຽນ.
2. ສຳລັບທໍ່ລະບາຍນ້ຳໃນອ່າງລ້າງຖ້ວຍ ນອກຈາກຈະມີຝາຕອງຮອງໄວ້ແລ້ວ ຜູ້ຊົມໃຊ້ຕ້ອງໝັ່ນດູແລຮັກສາໂດຍການບໍ່ເທເສດອາຫານລົງໄປ ທີ່ສຳຄັນ ຫ້າມເທນ້ຳມັນພືດທີ່ໃຊ້ແລ້ວລົງທໍ່ເດັດຂາດເພາະຄາບນ້ຳມັນຈະເກາະໂຕກັນເປັນກ້ອນຈົນອັດຕັນທໍ່ໃນທີ່ສຸດ.
3. ທໍ່ນ້ຳບໍລິເວນອ້ອມເຮືອນຕ້ອງຫາວິທີປິດເພື່ອບໍ່ໃຫ້ເສດດິນ ເສດໄມ້ໄຫຼລົງທໍ່
4. ສຳລັບໂຖສ້ວມຫ້າມຖິ້ມຜ້າອະນາໄມ, ຜ້າປຽກ, ຖົງຢາອະນາໄມ ແລະຂີ້ເຫຍື້ອທີ່ບໍ່ຍ່ອຍລະຫຼາຍລົງຢ່າງເດັດຂາດ ບໍ່ສະເພາະແຕ່ຫ້ອງນ້ຳສ່ວນໂຕ ແຕ່ໃນຫ້ອງນ້ຳສະທາລະນະກໍຕ້ອງມີຈິດສຳນຶກຮ່ວມກັນປົກປັກຮັກສາເຊັ່ນດຽວກັນ.
ຫຼາກຫຼາຍວິທີທີ່ຈັດການກັບທໍ່ນ້ຳຕັນ
- ເບກກິ້ງໂຊດາ: ນໍາຜົງເບກກິ້ງໂຊດາເທລົງໃນທໍ່ ແລ້ວເທນ້ຳສົ້ມສາຍຊູລົງໄປ ປະໄວ້ໄລຍະໜຶ່ງໃຫ້ເທນ້ຳຮ້ອນລົງໄປຕື່ມອີກ ປະມານເຄິ່ງຊົ່ວໂມງທໍ່ກໍໃຊ້ວຽກໄດ້ຕາມປົກກະຕິ.
- ໂຊດາໄຟ ຫຼືນ້ຳຢາລ້າງຫ້ອງນ້ຳ: ເທລົງໄປໃນທໍ່ທີ່ມີການອຸດຕັນຂອງເສດອາຫານ ຫຼືຕະກອນຕ່າງໆ ໂຊດາໄຟ ຫຼືນ້ຳຢາລ້າງຫ້ອງນ້ຳຈະອອກລິດກັດສິ່ງປະຕິກູນເຫຼົ່ານັ້ນໃຫ້ຫຼຸດອອກມາ
- ນ້ຳຮ້ອນ: ໃນກໍລະນີທໍຕັນຈາກໄຂມັນສະສົມ ທ່ານສາມາດຖອກນ້ຳຮ້ອນລົງໄປຊຳລະລ້າງໄຂມັນໃນທໍ່ໃຫ້ລຸລ່ວງອອກໄດ້.
- ໄມ້ແຂວນເສື້ອ: ໃຊ້ໄມ້ແຂວນເສື້ອແບບເຫຼັກລວດມາມ້າງອອກເປັນເສັ້ນຍາວໆ ແລ້ວງໍທາງປາຍໃຫ້ມີລັກສະນະຄ້າຍຄືຂໍ ແລ້ວແຫຍ່ລົງໄປໃນທໍ່ເພື່ອເກາະເອົາເສດເສັ້ນຜົມ ຫຼືຂີ້ເຫຍື້ອອອກມາ.