-
ວິທີຖະໜອມຜັກ-ໝາກໄມ້ໃຫ້ສົດໃໝ່ດົນຂຶ້ນ
ໂດຍ:
21 ກັນຍາ 2017 (00.00 ນ.)
Read : 1,450
1. ກ້ວຍ
ນຳເອົາແຜ່ນໃສແພັກອາຫານມາຄຽນບໍລິເວນກົກຂອງຫວີກ້ວຍໄວ້ ຈະຊ່ວຍໃຫ້ກ້ວຍນານຊ້ຳດົນກວ່າເກົ່າ.
2. ສະຕໍເບີລີ້
ນຳນ້ຳສົ້ມສາຍຊູ1ສ່ວນ ປະສົມນ້ຳ 10ສ່ວນແຊ່ສະຕໍເບຣີ້ໄວ້ແລ້ວເກັບໄວ້ໃນຕູ້ເຢັນ
3. ເຫັດ.
ເກັບເຫັດໄວ້ໃນຖົງເຈ້ຍ ກ່ອນນຳເຂົ້າໄປໄວ້ໃນຕູ້ເຢັນ ຈະຊ່ວຍໃຫ້ເຫັດສົດດົນເຖິງ 1 ອາທິດ ແຕ່ບໍ່ແນະນຳໃຫ້ຫໍ່ດ້ວຍໜັງສືພຶມ ເພາະສານເຄມີຈາກນ້ຳມຶກຈະຊຶມເຂົ້າໃນເຫັດ.
4. ຜັກສະຫຼັດ
ລ້າງໃຫ້ສະອາດໃສ່ໃນກ໋ອງພາສຕິກທົ່ວໄປແລ້ວນຳເອົາແພຊຸ່ມໆບາງໆປົກໄວ້ກ່ອນຈະອັດຝາກ໋ອງແລ້ວນຳເຂົ້າຕູ້ເຢັນ.
5. ບັອກໂຄຣີ
ຫໍ່ບັອກໂຄຣີດ້ວຍເຈ້ຍຟອຍສຳລັບອົຍອາຫານ ແລ້ວນຳເຂົ້າໄປໄວ້ໃນຕູ້ເຢັນ.
6. ໜໍ່ໄມ້ຝຣັ່ງ, ຜັກຫອມ
ເອົານ້ຳໃສ່ຂວດໄວ້ ແລ້ວແຊ່ຜັກເຫຼົ່ານັ້ນຄ້າຍໆຄືດອກໄມ້ໃນໂຖ, ສຳລັບຜັກຫອມບົ່ວບໍ່ຟ້າວຕັດຮາກ ຈະເກັບໄວ້ໄດ້ດົນຂຶ້ນ.
ທີ່ມາ: ທີ່ມາ: blossom