1. ຊ່ວຍໃຫ້ສວມຖົງມືຢາງງ່າຍຂຶ້ນ
ຖົງມືຢາງທີ່ໃຊ້ລ້າງຖ້ວຍ ລ້າງລົດ ມັກຈະຝືດ ແລະສວມໃສ່ຍາກ ລອງຖອກແປ້ງເດັກລົງໄປ ຈະເຮັດໃຫ້ສວມໃສ່ງ່າຍ ແລະແປ້ງຈະດູດຊຶມຄວາມຊຸ່ມໄດ້ດີ.
2. ຈັດການຂີ້ຊາຍເປື້ອນຕີນ
ຫາກທ່ານໄປທ່ຽວທະເລ ຫຼືຫາດຊາຍແລ້ວຂີ້ຊາຍຕິດຕີນຕິດຂາປັດບໍ່ອອກ ພຽງແຕ່ເອົາແປ້ງເດັກມາທາເທົ່ານີ້ກໍຊ່ວຍໄດ້
3. ກຳຈັດເຫື່ອຕີນ
ຕີນໃຜທີ່ມັກເຫື່ອອອກງ່າຍ ແລະມີກິ່ນ ເວລາໃສ່ເກີບ ໂດຍສະເພາະເກີບຜ້າໄບໃຫ້ໂຮຍແປ້ງເດັກໄປໃນເກີບກ່ອນສວມໃສ່ ຈະຊ່ວຍປ້ອງກັນຄວາມຊຸ່ມ ແລະກິ່ນ.
4. ເພີ່ມຂົນຕາໃຫ້ດົກໜາ
ກ່ອນຈະປັດມາສຄາຣາໃຫ້ໃຊ້ສຳລີກ້ານແຕະແປ້ງເດັກມາທາຂົນຕາໃຫ້ທົ່ວ ກ່ອນຈະປັດມາສຄາຣາຫຼາຍໆຮອບ.
5. ສາຍຄໍພັນກັນ
ສາຍຄໍພັນກັນເປັນປົມ ແກະບໍ່ອອກໃຫ້ໂຮຍແປ້ງເດັກໃສ່ແລ້ວຄ່ອຍໆແກະອອກ.
6. ຊ່ວຍກຳຈັດມົດໃນເຮືອນ
ລອງໃຊ້ແປ້ງເດັກໂຮຍຕາມທາງຂອງມົດ ມົດຈະບໍ່ມັກກິ່ນແປ້ງແລ້ວຈະຄ່ອຍໆແຕກໜີໄປ.
7. ກຳຈັດຄວາມມັນເທິງໂຕະອາຫານ
ຫາກເຊັດໂຕະອາຫານແລ້ວຄາບມັນເຊັດອອກບໍ່ໝົດໃຫ້ໂຮຍແປ້ງເດັກລົງໄປແລ້ວລອງເຊັດອອີກຄັ້ງ ຈະໝົດບັນຫາເລື່ອງຄາບມັນຕິດໂຕະ.
8. ໄພ້ ຫຼືບັດຕິດກັນ
ບໍ່ວ່າຈະເປັນໄພ້, ບັດເອທີເອັມ ຫຼືບັດແຂງຕ່າງໆທີ່ວ່າທັບກັນດົນໆແລ້ວເກີດຄວາມຊຸ່ມຈົນເກາະຕິດກັນ ແລ້ວດຶງອອກຍາກ ໃຫ້ໂຮຍແປ້ງຫອມໄປທົ່ວທຸກແຜ່ນ ແລ້ວເຊັດອອກໃຫ້ໝົດ ຈະຊ່ວຍແກ້ໄຂບັນຫານີ້ໄດ້.
9. ກິ່ນອັບຈາກເຟີນີເຈີ້ໄມ້
ຫາກເຟີນີເຈີ້ໄມ້ມີກິ່ນອັບ ໃຫ້ໃຊ້ແປ້ງເດັກໂຮຍໃຫ້ທົ່ວ ແລ້ວເຊັດອອກ ກິ່ນອັບຈະໝົດໄປເຫຼືອແຕ່ກິ່ນຫອມຂອງແປ້ງເດັກ.