-
ລະບົບການສຶກສາ ບັນຫາທີ່ຄວນສຸມໃສ່ເພື່ອສ້າງຄົນ
ໂດຍ: Admin Mahason
20 ກັນຍາ 2017 (00.00 ນ.)
Read : 947
ມີການແຈ້ງອອກມາຢ່າງເປັນທາງການຈາກກົມມັດທະຍົມສຶກສາ ກະຊວງສຶກສາທິການ ແລະ ກີລາ ກ່ຽວກັບການກຳນົດມື້ສອບເສັງຂອງນ້ອງນັກຮຽນຊັ້ນ ມ7 ທີ່ຈະຈັດຂຶ້ນຢູ່ໃນລະຫວ່າງວັນທີ 20-21 ມິຖຸນາ 2017 ທີ່ຈະມາຮອດນີ້.
ສິ່ງທີ່ເປັນບັນຫາໄປບໍ່ນ້ອຍກວ່າການເສັງໃຫ້ຜ່ານສະມໍລະພູມນີ້ ກໍຄືຫຼັງຈາກຈົບລະບົບສາມັນສຶກສາແລ້ວ ນ້ອງນັກຮຽນທັງຫຼາຍຈະເລືອກຮຽນຫຍັງ ແລະ ຈະເສັງເຂົ້າໄດ້ແນວໃດ?
ແນ່ນອນຄວາມຝັນຂອງນ້ອງນັກຮຽນຫຼາຍໆຄົນ ກໍຕ້ອງແນໃສ່ລະດັບມະຫາວິທະຍາໄລ ທີ່ຕ້ອງຄວ້າເອົາວຸດທິປະລິນຍາຕີມາຄອບຄອງໄວ້ກ່ອນ ແຕ່ເມື່ອຝັນເບື້ອງຕົ້ນກັບການເສັງເຂົ້າມະຫາວິທະຍາໄລລົ້ມເຫຼວເດ ການເລືອກຮຽນໃນສາຍວິຊາຊີບແບບແບບອາຊີວະສຶກສາ ທ່ານຄິດວ່າເປັນແນວໃດ? ໜ້າສົນໃຈ ແລະ ໃຫ້ອາຊີບໄດ້ດີບໍ່ໜ້ອຍໜ້າມະຫາວິທະຍາໄລ ຫຼື ບໍ່?
ໃນສ່ວນຕົວຜູ້ຂຽນຕ້ອງຂໍບອກເລີຍວ່າຈຳເປັນ ແລະ ສົມຄວນເປັນຢ່າງຍິ່ງ ດ້ວຍສະພາບຄວາມເປັນຈິງຂອງປະເທດເຮົາ ໃນແຕ່ລະປີຈະມີບັນດິດທັງຈົບເກົ່າ ແລະ ໃໝ່ຈຳນວນບໍ່ໜ້ອຍ ເຝົ້າຕັ້ງຕາລໍຄອຍເພື່ອສອບເສັງບັນຈຸເຂົ້າລັດຖະກອນທີ່ມີໂຄຕ້າພຽງປີລະບໍ່ເທົ່າໃດອັດຕາ ພໍປະສົບກັບຄວາມຜິດຫວັງຫຼາຍຄົນກໍເອົາໂຊກສະຕາເຂົ້າຝາກຕົວໃນບໍລິສັດເອກະຊົນ ຫຼື ທີ່ຊ້ຳຮ້າຍຫຼາຍຄົນຕ້ອງກົ້ມໜ້າກັບຊົນນະບົດປະກອບອາຊີບເຮັດໄຮ່ໄຖນາຕາມຍະຖາກຳ.
ເປັນຫຍັງຄືເປັນແນວນັ້ນ ຫຼື ວ່າລະບົບການສຶກສາທີ່ຜ່ານມາເຮົາປະສົບຄວາມລົ້ມເຫຼວ ໃນການສ້າງຄົນ ບໍ່ສອດຄ່ອງກັບການສ້າງງານໃນປະເທດບໍ? ຄຳຖາມນີ້ກໍອາດຈະມີສ່ວນ ຫາກຍ້ອນກັບໄປກ່ອນໜ້ານີ້ປະມານ 4-5 ປີ ພວກເຮົາມີການເປີດສອນລະດັບປະລິນຍາຕີກັນແບບຖ້ວມເມືອງ ທັງໃນພາກມະຫາວິທະຍາໄລຂອງລັດ ແລະ ວິທະຍາໄລເອກະຊົນ ແຕ່ກໍຍັງດີທີ່ພວກເຮົາໄຫວຕົວທັນ ແລະ ມີການສັ່ງໂຈະລະບົບແຈກໃບປະກາດປະລິນຍາຕີນີ້ໄປກັນແລ້ວ.
ເຊິ່ງສະຖານະພາບຄວາມເປັນຈິງຂອງບ້ານເຮົາ ທີ່ເປັນປະເທດນ້ອຍດ້ອຍພັດທະນາ ແລະ ກຳລັງພະຍາຍາມຊຸກດັນຕົວເອງໃຫ້ຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ຈາກສະພາບການດັ່ງກ່າວຈຶ່ງກາຍເປັນການກໍ່ຕົວ ແລະ ເບັ່ງບານຂຶ້ນຂອງບັນດາໂຮງຈັກໂຮງງານອຸດສາຫະກຳໜ້ອຍ-ໃຫຍ່ ທີ່ໄດ້ຮັບກັບຊຸກຍູ້ຈາກພາກລັດ ໄປຕາມແລວທາງເສດຖະກິດ ແລະ ພື້ນທີ່ເສດຖະກິດພິເສດທັງຫຼາຍ.
ແຕ່ສິ່ງທີ່ພວກເຮົາປະສົບກໍຄືຄົນພັດເຫຼືອບໍ່ພໍ ຫຼາຍຄົນຈົບວຸດທິການສຶກສາສູງໆ ແຕ່ຊ້ຳພັດບໍ່ມີຄວາມຮູ້ສົມຄູ່ກັບວຽກງານໃນລະບົບອຸດສາຫະກຳ ສີມືແຮງງານຂາດຄຸນນະພາບ, ດ້ອຍມາດຕະຖານ ຍ້ອນບໍ່ໄດ້ຜ່ານໃນໂຮງຮຽນວິຊາຊີບ ຈຶ່ງບໍ່ໜ້າແປກໃຈເລີຍທີ່ພວກເຮົາຈະຖືກຊາວຕ່າງຊາດຍາດວຽກແບບທີ່ເຫັນ.
ເຖິງເວລາແລ້ວ ຫຼື ບໍ່? ທີ່ຈະມາໃຫ້ຄວາມສຳຄັນກັບລະບົບການສຶກສາວິຊາຊີບໃຫ້ຫຼາຍຂຶ້ນ ໂດຍສ້າງຄົນໃນສາຍວິຊາຊີບ, ເຕັກນິກໃຫ້ສູງຂຶ້ນ ກາຍເປັນລະບົບຄູ່ຂະໜານໄປພ້ອມກັບການຂະຫຍາຍຕົວຂອງອຸດສາຫະກຳ ໂດຍມີພາກລັດເປັນຫົວຈັກໃນການສຸມງົບປະມານເຂົ້າໃສ່ຂົງເຂດນີ້ໃຫ້ຫຼາຍຂຶ້ນ.
ທີ່ມາ: