ພະນັກງານຮັກສາຄວາມປອດໄພກໍມາເຕືອນແຕ່ແມ່ຂອງເດັກກໍສວນກັບໄປວ່າ “ດ້າມເດັກນ້ອຍກົດບັດຄິວຫຼິ້ນຊ່ຳນີ້ ທະນາຄານບໍ່ຂາດທຶນຍ້ອນດອກ” ພະນັກງານຮັກສາຄວາມປອດໄພກໍບໍ່ຈັກຊິຕອບ ຈົນປ້າຜູ້ນັ່ງຢູ່ຂ້າງໆອົດບໍ່ໄດ້ເລີຍດອດຂຶ້ນມາວ່າ “ທະນາຄານເຂົາບໍ່ຂາດທຶນດອກ ແຕ່ລູກເຈົ້າກົດບັດຄິວຫຼິ້ນແນວນີ້ລະບົບການເຮັດວຽກຂອງເຂົາມັນສັບສົນຄົນເລ” ຄຳເວົ້າຂອງປ້າເຮັດໃຫ້ຜູ້ຄົນແຖວນັ້ນຫັນມາແນມເບິ່ງກ່ອນເພິ່ນຈະກ່າວຖິ້ມທ້າຍວ່າ “ເທື່ອໜ້າຄັນສອນລູກບໍ່ເປັນ ກໍກິນຢາຄຸມຊະເດີ”.
ນີ້ເປັນພຽງເຫດການເລັກໆນ້ອຍໆທີ່ສະທ້ອນໃຫ້ເຫັນວ່າພໍ່ແມ່ຜູ້ປົກຄອງບາງຄົນ ບໍ່ມີຄວາມສາມາດພຽງພໍໃນການແນະນຳສັ່ງສອນລູກຫຼານ ນັບຕັ້ງແຕ່ເລື່ອງນ້ອຍໆດັ່ງກໍລະນີທີ່ກ່າວມາຂ້າງເທິງ. ຜູ້ຂຽນພົບເຫັນເຫດການລັກສະນະນີ້ເລື້ອຍໆໃນສະຖານທີ່ສາທາລະນະ ບໍ່ວ່າຈະເປັນເດັກນ້ອຍສ້າງຄວາມວົນແຊວເກີນເຫດ, ທຳລາຍສິ່ງຂອງສາທາລະນະເພພັງ, ຕົບຕີຜູ້ອື່ນໃຫ້ໄດ້ຮັບຄວາມບາດເຈັບ ຫຼືສ້າງຄວາມລຳຄານຕ່າງໆນາໆ ບໍ່ໂທດຄວາມໄຮ້ດຽງສາຂອງພວກເຂົາດອກ ແຕ່ມັນກໍເຫຼືອອົດທີ່ຜູ້ເປັນພໍ່ເປັນແມ່ກໍເຫັນເຫດການແຕ່ບໍ່ເຄີຍເອີ່ຍປາກບອກຫ້າມລູກຂອງຕົນເອງເລີຍ ເຊື່ອວ່າຫຼາຍຄົນຮັກລູກ, ບໍ່ຢາກຂັດໃຈລູກ ເພາະຢ້ານລູກບໍ່ພໍໃຈ ຫຼືອາລະວາດຮ້ອງໄຫ້ໜັກໜ່ວງກວ່າເກົ່າ
ແຕ່ນັ້ນມັນອາດເປັນພຽງຂໍແກ້ຕົວ ຍ້ອນຄວາມມັກງ່າຍ ຫຼື ໄຮ້ສັກກະຍະພາບໃນການສຶກສາອົບຮົມລູກເຕົ້າ; ປ່ອຍປະລະເລີຍໃຫ້ເດັກເອົາແຕ່ໃຈຈົນກາຍເປັນຄວາມຊິນເຄີຍຍາກທີ່ຈະແກ້ໄຂ ຜົນສະທ້ອນໃນໄລຍະສັ້ນໆອາດຈະພຽງແຕ່ສ້າງຄວາມລຳຄານໃຫ້ແກ່ຜູ້ອື່ນ ແຕ່ຜົນສະທ້ອນໃນໄລຍະຍາວຄືທ່ານໄດ້ສ້າງມະນຸດຜູ້ໜຶ່ງທີ່ມີຄວາມບົກພ່ອງທາງດ້ານຄຸນສົມບັດອອກສູ່ສັງຄົມ.
ເພາະເດັກກໍປຽບດັ່ງຜ້າຂາວ ບຸກຄົນທຳອິດທີ່ຈະແຕ່ງແຕ້ມສີສັນລົງໄປກໍຄືພໍ່ແມ່ ສະນັ້ນ, ຈຶ່ງເວົ້າໄດ້ວ່າ ສະຖາບັນຄອບຄົວມີບົດບາດສຳຄັນທີ່ສຸດໃນການສຶກສາອົບຮົມຄຸນສົມບັດ ແລະຫຼໍ່ຫຼອມນິໄສໃຈຄໍຂອງເດັກ ກ່ອນຈະເຂົ້າສູ່ຮົ້ວໂຮງຮຽນເພື່ອສຶກສາຮ່ຳຮຽນວິຊາການຕ່າງໆ
ບໍ່ດັ່ງນັ້ນກໍຄົງຈະບໍ່ມີສຸພາສິດທີ່ວ່າ ເບິ່ງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່ ໃຫ້ພວກເຮົາໄດ້ຍິນເປັນປະຈຳ.
ການຈະມີລູກ ບໍ່ແມ່ນພຽງແຕ່ທ່ານມີຄົນພໍທີ່ຈະຊື້ນົມຜົງ, ຊື້ຜ້າອ້ອມ ຫຼືຈ່າຍຄ່າໂຮງຮຽນແພງໆໃຫ້ພວກເຂົາ ແຕ່ທ່ານຕ້ອງມີຄວາມພ້ອມທີ່ຈະສວມບົດບາດເປັນຄູອົບຮົມບົ່ມສອນພວກເຂົາໃຫ້ດີທີ່ສຸດ. ຍ້ອນກັບຄືນເບິ່ງຕົວເອງອີກຄັ້ງວ່າມື້ນີ້ທ່ານສອນລູກດີພໍແລ້ວຫຼືຍັງ ກ່ອນທີ່ຈະສວາຍເກີນແກ້ແລ້ວນ້ຳຕາພໍ່ແມ່ຈະໄຫຼເຊັດຫົວເຂົ່າ.