1.ອາຫານຫວານທີ່ມີປະລິມານນ້ຳຕານສູງ ແລະບໍ່ມີກາກໃຍເຊິ່ງມີຜົນຕໍ່ການຂັບຖ່າຍ, ນອກຈາກນີ້ ເຂົ້າໜົມຫວານຍັງເປັນສາເຫດທີ່ເຮັດໃຫ້ເດັກນ້ອຍເບື່ອອາຫານ, ໂຣກຕຸ້ຍ ແລະອື່ນໆ.
2.ນົມ ແລະຜະລິດຕະພັນຈາກນົມບໍ່ວ່າຈະເປັນເນຍ, ຊີສ... ເຖິງແມ່ນວ່າຈະໃຫ້ແຄລຊຽມ ແລະວິຕາມິນດີສູງ ແຕ່ຖ້າເດັກນ້ອຍທີ່ກິນໃນປະລິມານຫຼາຍກໍອາດຈະເຮັດໃຫ້ເກີດອາການທ້ອງອືດ, ຂັບຖ່າຍບໍ່ສະດວກ. ເນື່ອງຈາກຜະລິດຕະພັນເຫຼົ່ານີ້ມີໄຂມັນສູງ, ກາກໃຍໜ້ອຍຈຶ່ງຄວນບໍລິໂພກໃນປະລິມານທີ່ພໍດີ.
3.ກ້ວຍເຖິງວ່າຈະມີວິຕາມິນ ແລະສານອາຫານທີ່ເປັນປະໂຫຍດກັບຮ່າງກາຍຢ່າງຫຼວງຫຼາຍ, ແຕ່ສຳລັບເດັກນ້ອຍທີ່ລະບົບຍ່ອຍອາຫານຍັງເຮັດວຽກໄດ້ບໍ່ເຕັມທີ່ ການກິນກ້ວຍໃນປະລິມານຫຼາຍເກີນໄປກໍຈະເຮັດໃຫ້ຂັບຖ່າຍຍາກ.
4.ຊີ້ນເຖິງວ່າຈະເປັນແຫຼ່ງໂປຣຕີນທີ່ມີປະໂຫຍດຕໍ່ການຈະເລີນເຕີບໂຕຂອງເດັກນ້ອຍ ແຕ່ຖ້າກິນຫຼາຍເກີນໄປກໍເຮັດໃຫ້ຂັບຖ່າຍຍາກ, ນ້ຳໜັກເກີນມາດຕະຖານຈົນເປັນໂຣກຕຸ້ຍໄດ້. ດັ່ງນັ້ນ ຄວນໃຫ້ລູກໄດ້ກິນຊີ້ນຄູ່ກັບຜັກຈະດີທີ່ສຸດ.
5.ອາຫານປະເພດຈືນ ໃນຄວາມເປັນຈິງບໍ່ແມ່ນອາຫານສຳລັບເດັກນ້ອຍ, ເພາະຈະເຮັດໃຫ້ລະບົບຍ່ອຍອາຫານຂອງເດັກໃຊ້ເວລາຍ່ອຍດົນ, ໄຂມັນໄປຈັບຢູ່ກາກອາຫານເຮັດໃຫ້ແຂງຕົວຈຶ່ງຍາກຕໍ່ການຂັບຖ່າຍ, ຈົນກາຍເປັນອາການຖ່າຍຍາກຊໍາເຮື້ອ.
6.ອາຫານ ແລະເຄື່ອງດື່ມທີ່ມີຄາເຟອີນບໍ່ວ່າຈະເປັນຊັອກໂກແລັດ, ນ້ຳອັດລົມ... ລ້ວນແຕ່ມີແນວໂນ້ມເຮັດໃຫ້ລູກຂອງທ່ານຂັບຖ່າຍບໍ່ສະດວກ, ນອກຈາກນີ້ ສານຄາເຟອີນຍັງເຮັດໃຫ້ເດັກນ້ອຍມີບັນຫາກ່ຽວກັບລະບົບຫາຍໃຈ, ເກີດຄວາມກັງວົນ, ຕົກໃຈງ່າຍ ແລະຄວາມດັນເລືອດສູງ.