ກະຊວງສຶກສາທິການ ແລະກີລາ ( ສສກ )
ອອກກຳນົດມາດຕະຖານຂອງການຄັດເລືອກບັນຈຸຄູໃໝ່ໃຫ້ສອດຄ່ອງກັບສະພາບຄວາມຕ້ອງການຄູຕົວຈິງ
ໂດຍເລີ່ມແຕ່ປີ 2019 ເປັນຕົ້ນໄປ
ການບັນຈຸຄູໃໝ່ຕ້ອງຜ່ານການສອບເສັງຄັດເລືອກຕາມ ຊັ້ນ – ສາຍ ແລະ ລາຍວິຊາທີ່ຕ້ອງການ ໂດຍເປີດໂອກາດໃຫ້ນັກຮຽນ, ນັກສຶກສາຄູທີ່ຮຽນຈົບໃໝ່ ແລະ
ຄູອາສາສະໝັກທີ່ມີແລ້ວຕາມອັດຕາສ່ວນທີ່ເໝາະສົມ.
ອີງຕາມບົດລາຍງານກ່ຽວກັບການແກ້ໄຂບັນຫາຄູເຫຼືອ, ຄູບໍ່ພໍ ແລະຄູອາສາສະໝັກຂອງຂະແໜງການສຶກສາ
ແລະ ກີລາ ໃນໄລຍະຍາວລະບຸວ່າ: ຕັ້ງແຕ່ປີ 2019 ເປັນຕົ້ນໄປ
ການບັນຈຸຄູໃໝ່ຕ້ອງຜ່ານການຄັດເລືອກຕາມຊັ້ນ – ສາຍ ແລະ ລາຍວິຊາທີ່ຕ້ອງການ ໂດຍເປີດໂອກາດໃຫ້ນັກຮຽນ, ນັກສຶກສາຄູທີ່ຮຽນຈົບໃໝ່ ແລະຄູອາສາສະໝັກທີ່ມີແລ້ວຕາມອັດຕາສ່ວນທີ່ເໝາະສົມ
ໂດຍແມ່ນ ກະຊວງ ສສກ
ເປັນຜູ້ກຳນົດຕາມມາດຕະຖານຂອງການຄັດເລືອກບັນຈຸຄູໃໝ່ໃຫ້ສ່ອດຄ່ອງກັບສະພາບຄວາມຕ້ອງການຄູຕົວຈິງຂອງແຕ່ລະແຂວງ
ແລະເມືອງ, ຕ້ອງຄົ້ນຄວ້າຈັດສັນເຂດບໍລິການໆສຶກສາຂອງໂຮງຮຽນຄືນໃໝ່
ເພື່ອໃຫ້ສາມາດຮອງຮັບນັກຮຽນໃນເຂດດັ່ງກ່າວ ໃຫ້ສອດຄ່ອງກັບສະພາບຄວາມຕ້ອງການຄູຕົວຈິງ.
ການຂະຫຍາຍຫ້ອງຮຽນ, ຊັ້ນຮຽນ, ໂຮງຮຽນຕ້ອງໄປຄຽງຄູ່ກັບການສ້າງແຜນ ຄວາມຕ້ອງການຄູ
ໂດຍອີງໃສ່ແຜນຂອງການສຶກສາ, ຕາມຄູ່ມືການແນະນຳການສ້າງແຜນຄວາມຕ້ອງການຄູ
( ສະບັບປັບປຸງ ຄັ້ງທີ 2 ) ແລະ ຕ້ອງໄດ້ຮັບອະນຸຍາດຈາກ
ກະຊວງ ສສກ, ການສັບຊ້ອນຄູທີ່ເຫຼືອໄປບຳລຸງ
ຫຼື ຍົກລະດັບໃນວິຊາທີ່ໃກ້ຄຽງ
ຫຼັງຈາກສຳເລັດການບຳລຸງຍົກລະດັບແລ້ວຈຶ່ງພິຈາລະນາສັບຊ້ອນ
ເພື່ອສອນວິຊາທີ່ຂາດຄູພາຍໃນໂຮງຮຽນ ຫຼື ໄປສອນຢູ່ໂຮງຮຽນໃກ້ຄຽງ, ພາຍໃນກຸ່ມໂຮງຮຽນ, ພາຍໃນເມືອງ ຫຼື ຢູ່ເມືອງອື່ນໆທີ່ຂາດເຂີນຄູ.
ສ່ວນຄູອາສາສະໝັກມາໄດ້ຫຼາຍປີ
ແຕ່ບໍ່ໄດ້ຮັບການບັນຈຸ ແລະມີວິຊາສະເພາະບໍ່ສອດຄ່ອງກັບຄວາມຕ້ອງການ
ແມ່ນໃຫ້ລະດົມໄປຍົກລະດັບ ຫຼືບຳລຸງໄປຍົກລະດັບ ຫຼືບຳລຸງວິຊາອື່ນໆ ຫຼືສົ່ງໄປເປັນອາສາສະໝັກສອນຢູ່ໂຮງຮຽນບ່ອນທີ່ຕ້ອງການຄູທີ່ສອດຄ່ອງກັບວິຊາສະເພາະທີ່ຮຽນຈົບ, ສ້າງເງື່ອນໄຂ ແລະ
ສົ່ງເສີມຄູອາສາສະໝັກບໍ່ຖືກຊັ້ນ–ສາຍ ແລະລາຍວິຊາໄປຊ່ວຍສອນໂຮງຮຽນເອກະຊົນ
ຫຼືພາກສ່ວນອື່ນທີ່ມີຄວາມຕ້ອງການຄູ ແລະແຕ່ລະແຂວງໃຫ້ມີໂຄງການຄູສອນຕາມພັນທະສັນຍາໃນເຂດຫ່າງໄກສອກຫຼີກ
ແລະບ່ອນທີ່ຂາດເຂີນຄູ ໂດຍລະດົມເອົາຄູທີ່ເຫຼືອໄປສອນໃນເຂດດັ່ງກ່າວ ເຊິ່ງກຳນົດ 3 – 5 ປີ ໂດຍສັບປ່ຽນໝູນວຽນ
ພ້ອມທັງກຳນົດນະໂຍບາຍກ່ຽວກັບແຮງຈູງໃຈບາງດ້ານ ຄື: ການສະໜອງຫໍພັກຄູ, ການຍົກຍ້າຍລະດັບການສຶກສາ, ການຝຶກອົບຮົມ ແລະການສົ່ງເສີມ
ຄວາມກ້າວໜ້າຕາມລະບຽບການ ເມື່ອສິ້ນສຸດພັນທະສັນຍາແລ້ວ
ການຈັດຕັ້ງຈະໄດ້ຄົ້ນຄວ້າສັບຊ້ອນຜູ້ກ່ຽວຕາມຄວາມເໝາະສົມ. ນອກຈາກນັ້ນ, ແຕ່ລະແຂວງ ແລະເມືອງ
ຕ້ອງປັບປຸງຖານຂໍ້ມູນຕ່າງໆຂອງຕົນ ໃຫ້ມີຂໍ້ມູນເພື່ອແນໃສ່ຄວາມຕ້ອງການຄູ, ບັນຈຸຄູໃໝ່ ແລະສັບຊ້ອນຄູ, ທັງສາມາດເຊື່ອມໂຍງກັບກະຊວງ ສສກ
ໂດຍອີງຕາມມາດຕະຖານການຄຸ້ມຄອງຂໍ້ມູນຂອງຂະແໜງການສຶກສາທິການ ແລະກີລາ ຖ້າມີ
ຄວາມຈຳເປັນແທ້ ການຮັບຄູອາສາສະໝັກຕ້ອງໄດ້ຮັບຄຳເຫັນດີຈາກ ກະຊວງ ສສກ
ໂດຍມີການສະໜອງຂໍ້ມູນລະອຽດຕາມແບບຟອມທີ່ໄດ້ກຳນົດໄວ້ ແລະ
ປັບປຸງແຜນກໍ່ສ້າງຄູໄລຍະຍາວໃຫ້ແທດເໝາະກັບແຜນຄວາມຕ້ອງການຕົວຈິງ.
ສຳລັບການແກ້ໄຂບັນຫາຄູເຫຼືອ, ຄູບໍ່ພໍ ແລະຄູອາສາສະໝັກໃນໄລຍະສັ້ນ
ໂດຍມີວິທີການ ແລະ ມາດຕະການ ຄື: ໄລຍະສັ້ນທີ່ໄດ້ປະຕິບັດໃນໄລຍະຜ່ານມາແມ່ນໄດ້ບັນຈຸ–ສັບຊ້ອນຈຳນວນຕົວເລກລັດຖະກອນໃໝ່ ສົກປີ 2017–2018 ຈໍານວນ 1.850 ຕົວເລກທີ່ລັດຖະບານອະນຸມັດໃຫ້
ໂດຍເນັ້ນໃສ່ຄູອາສາສະໝັກທີ່ສອນມາໄດ້ຫຼາຍປີ, ວິຊາທີ່ມີຄວາມຈຳເປັນ ແລະຂາດເຂີນຄູແທ້ໃນເຂດຫ່າງໄກສອກຫຼີກ
ໂດຍຜ່ານການສອບເສັງ ແລະການປະເມີນປະຈຳປີ, ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າປັບປຸງນິຕິກຳກ່ຽວກັບການບັນຈຸ
– ສັບຊ້ອນ, ນຳໃຊ້ ແລະຈັດສັນຄູຂອງຂະແໜງການສຶກສາທິການ ແລະ ກີລາ
ສະບັບເລກທີ 5341/ສສກ ລົງວັນທີ 10 ກັນຍາ 2018 ແລະໄດ້ປັບປຸງນິຕິກຳກ່ຽວກັບການສ້າງແຜນຄວາມຕ້ອງການຄູປະຈຳປີ.
ສ່ວນຊັ້ນການສຶກສາກ່ອນໄວຮຽນ ແລະປະຖົມສຶກສາ
ແມ່ນເນັ້ນໃສ່ອັດຕາສ່ວນນັກຮຽນຕໍ່ຄູເປັນຫຼັກ ສຳລັບຊັ້ນມັດທະຍົມສຶກສາ
ແມ່ນອີງໃສ່ຈຳນວນນັກຮຽນຕໍ່ຫ້ອງ ແລະ ຈຳນວນຊົ່ວໂມງສອນຕໍ່ອາທິດ.
ຂໍ້ມູນ: ໜັງສືພິມ ເສດຖະກິດ-ການຄ້າ