ທີມຊາດລາວ ອັນດັບໂລກຕົກລົງເຖິງ 3 ຂັ້ນ ຢູ່ອັນດັບທີ 184 ຂອງໂລກ
ຕາມການຈັດອັນດັບໂລກຄັ້ງຫຼ້າສຸດຂອງສະຫະພັນບານເຕະນາໆຊາດ (FIFA) ຫຼ້າສຸດປະຈໍາເດືອນ ພະຈິກ 2018
ຫຼັງຈາກທີ່ສ້າງຜົນງານໄດ້ຕົກຕໍ່າ ເອເອັຟເອັຟ ຊູຊູກິຄັບ 2018 ລົງສະໜາມ 4 ນັດ
ເສຍທັງຫມົດ ແລະເສຍປະຕູເຖິງ 12 ໜ່ວຍ.
FIFA ປະກາດຈັດອັນດັບໂລກປະຈໍາເດືອນ ພະຈິກ 2018 ຢ່າງເປັນທາງການ
ເມື່ອອາທິດທີ່ຜ່ານມາ ປະກົດວ່າ: ອັນດັບ 1 ຂອງໂລກຕົກເປັນຂອງປະເທດ ແບນຊິກ ມີ 1,727
ຄະແນນ ໂດຍບຽດເອົາຊະນະ ຝຣັ່ງ ໄປພຽງຄະແນນດຽວເທົ່ານັ້ນ, ສ່ວນອັນດັບ 3 ຕົກເປັນຂອງ
ບຣາຊິນ 1,676 ຄະແນນ, ອັນດັບ 4 ໂກຼອາຊີ 1,631 ຄະແນນ ແລະອັນດັບ 5 ໄດ້ແກ່: ອັງກິດ ມີ 1,631
ຄະແນນ.
ໃນຂະນະທີ່ ທີມຊາດລາວ ຕົກລົງອັນດັບທີ 184
ຂອງໂລກ ຈາກຜົນງານຫຼ້າສຸດເສຍ 4 ນັດລວດ ໃນ ຊູຊູກິ ຄັບ 2018 ໂດຍນັດທຳອິດເສຍໃຫ້
ຫວຽດນາມ 0–3, ນັດທີ 2 ເສຍ ໃຫ້ມາເລເຊຍ 1–3, ນັດທີ 3 ເສຍໃຫ້ມຽນມາ 1–3
ແລະນັດສຸດທ້າຍເສຍໃຫ້ ກໍາປູເຈຍ 1-3, ເຮັດໃຫ້ຄ່າປະສິດຢູ່ທີ່ 923 ຄະແນນ ຈັດຢູ່ອັນດັບ
184 ຂອງໂລກໃນປະຈຸບັນ.
ທັງນີ້, ທີມຊາດລາວຍັງຈັດຢູ່ ອັນດັບທີ 9
ຂອງສະຫະພັນບານເຕະອາຊຽນ ( ເອເອັຟເອັຟ) :ໜືອພຽງປະເທດ ບູຣໄນ ມີ 903 ຄະແນນຢູ່ອັນດັບທີ
10 ຂອງອາຊຽນ (195 ຂອງໂລກ) ແລະປະເທດ ຕີມໍເລັສເຕ ມີ 900 ຄະແນນ ຢູ່ອັນດັບທີ 11 (196
ຂອງໂລກ), ສ່ວນອັນດັບ 1 ຂອງ ອາຊຽນ ຕົກເປັນຂອງທີມຊາດ ຫວຽດນາມ ມີ 1,224 ຄະແນນ (100
ຂອງໂລກ), ອັນດັບ 2 ຕົກເປັນຂອງປະເທດ ຟີລິບປິນ ມີ 1,176 ຄະແນນ (116 ຂອງໂລກ) ແລະອັນດັບ
3 ໄທ ມີ 1,161 ຄະແນນ (121 ຂອງໂລກ).
ຂໍ້ມູນ: ໜສພ ເສດຖະກິດ-ການຄ້າ