1.ຖ້າຫາກທ່ານເປັນຄົນໜຶ່ງທີ່ມັກໃຊ້ບໍລິການຕັດເລັບ, ທາສີເລັບພາຍໃນຮ້ານເສີມສວຍ, ສິ່ງທຳອິດຄວນພິຈາລະນາຄວາມສະອາດຂອງຮ້ານ ລວມໄປເຖິງອຸປະກອນຕ່າງໆເຊັ່ນ: ເຄື່ອງມືຕັດເລັບ, ຊາມທີ່ໃຊ້ແຊ່ນິ້ວມື, ນິ້ວຕີນ.
2.ຖ້າຫາກມີຄວາມກັງວົນໃຈ ຫຼືສົງໄສກ່ຽວກັບການເຮັດຄວາມສະອາດອຸປະກອນຕ່າງໆວ່າສະອາດດີ ຫຼືບໍ ທ່ານກໍຄວນສອບຖາມທັນທີໂດຍທີ່ບໍ່ຈຳເປັນຕ້ອງອາຍ.
3.ໃນຂະນະທີ່ທາສີເລັບຄວນເລືອກນັ່ງໃກ້ກັບປະຕູ ຫຼືປ່ອງຢ້ຽມ ເພາະເປັນບ່ອນທີ່ມີລົມຜ່ານ ແລະອາກາດຖ່າຍເທສະດວກ.
4.ບໍ່ຄວນໄປຕັດເລັບ ຫຼືທາສີເລັບໃນຂະນະທີ່ຕີນ, ມືຂອງທ່ານມີບາດແຜ, ເພາະເຊື້ອພະຍາດຈະສາມາດຊຶມເຂົ້າຮ່າງກາຍໄດ້ງ່າຍ.
5.ຖ້າຫາກທ່ານຕ້ອງການທາສີເລັບເອງກໍຄວນເລືອກບ່ອນອາກາດຖ່າຍເທສະດວກ.
6.ເລືອກຜະລິດສີທາເລັບທີ່ບໍ່ມີສານເຄມີ.
7.ບໍ່ຄວນໃຊ້ບໍລິການຕັດເລັບ, ທາເລັບ ຫຼືເສີມຄວາມງາມອື່ນໆເມື່ອທ່ານຢູ່ໃນໄລຍະຖືພາໄຕມາດທີ່ສອງ.
ນອກຈາກນີ້, ບາງທ່ານຍັງມີຄວາມເຊື່ອວ່າ: ສານເຄມີທີ່ຢູ່ໃນສີທາເລັບຈະເຮັດໃຫ້ເກີດບັນຫາມີລູກຍາກ.