ໃນວັນທີ 19 ຕຸລາ 2018 ຜ່ານມາ ທາງວາລະສານ WOW Magazine Society ໄດ້ຈັດ Wow
Charity Gala Dinner 2018 ທີ່ຍິ່ງໃຫຍ່ທີ່ສຸດໃນລາວ ທີ່ຮ້ານອາຫານ ລາວເດີມ. ໃຫ້ກຽດເຂົ້າຮ່ວມງານໄດ້ແກ່:
ທ່ານ ສຸວັດ ເທດສາລີ ປະທານກໍາມະການບໍລິຫານ ວາລະສານ WOW Magazine Society, ທ່ານ ສົມສະນຸກ ມີໄຊ
ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ພູວົງ ພະມີສິດ ປະທານຮ້ານຄໍາພູວົງ, ບັນດາ
4 ນັກອອກແບບເສື້ອຜ້າຊື່ດັງ ເຊັ່ນ: ຄໍາເພົ້າ ສັ່ງໄດ້, ເມັນ
ໂຟນເດີ, ເອກ ໂພໄຊ ແລະTaem By Tina ພ້ອມທັງບັນດານາຍແບບ-ນາງແບບ
ຢ່າງຫຼວງຫຼາຍ.
ງານ Wow Charity Gala Dinner 2018 ເປັນຄັ້ງທໍາອິດທີ່ໄດ້ຮວບຮວມເອົາບັນດາບຸກຄົນສໍາຄັນລະດັບແຖວໜ້າຂອງທຸກວົງການຂອງລາວ
ເພື່ອລະດົມທຶນສ້າງໂຮງຮຽນ ໂດຍມຸ່ງຫວັງຍົກລະດັບການສຶກສາໃຫ້ແກ່ເດັກນ້ອຍຜູ້ທີ່ດ້ອຍໂອກາດ
ໃນຂົງເຂດຊົນນະບົດ ຢູ່ແຂວງ ໄຊຍະບູລີ ພາຍໃຕ້ໂຄງການ “wow ສື່ສານສ້າງໂຮງຮຽນເພື່ອນ້ອງ”
ເພື່ອເປັນສື່ກາງເຊື່ອມຕໍ່ບຸກຄົນທີ່ມີສັກກະຍະພາບ ແລະພະລັງໃນການຊ່ວຍເຫຼືອສັງຄົມ
ໃນການສ້າງໂຮງຮຽນໃຫ້ເດັກທີ່ທຸກຍາກ ແລະດ້ອຍໂອກາດທາງດ້ານການສຶກສາໃນລາວ. ນອກນັ້ນ,
ພາຍໃນງານ ຍັງມີບັນດານາຍແບບ-ນາງແບບ ຈາກພາຍໃນ ແລະຕ່າງປະເທດ ຮ່ວມສະແດງການເດີນແບບ
ເພື່ອປະມູນເສື້ອຜ້າ ແລະເຄື່ອງຂອງຕ່າງໆ.
ລາຍໄດ້ທັງໝົດຈາກການປະມູນ ແມ່ນຈະນໍາໄປສົມທົບທຶນສ້າງໂຮງຮຽນລະດັບຊັ້ນອະນຸບານ-ປະຖົມ
ເຊິ່ງມີຈໍານວນ 7 ຫ້ອງຮຽນ, ຫ້ອງມີຂະໜາດ 6x8 ແມັດ ແລະຫ້ອງນໍ້າ ຈໍານວນ 3 ຫ້ອງ ທີ່ບ້່ານ ປ່າໄລ່ ເມືອງ
ປາກລາຍ ແຂວງ ໄຊຍະບູລີ.