“ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ” ແຕ່ກໍຍັງມີຫຼາຍຄົນອາດຈະມີຄວາມເຂົ້າໃຈຜິດກ່ຽວກັບເລື່ອງຄວາມງາມ, ເຊິ່ງອາດເຮັດໃຫ້ຜົນທີ່ໄດ້ຮັບອອກມາບໍ່ດີເທົ່າທີ່ຄວນ.
1. ໃຊ້ຄີມນວດຜົມຕັ້ງແຕ່ກົກຈົນເຖິງປາຍຜົມ: ຄວາມຈິງຄວນໃຊ້ສະເພາະສ່ວນປາຍຜົມເທົ່ານັ້ນຈຶ່ງເຮັດໃຫ້ຜົມມີນ້ຳໜັກ, ບໍ່ມັນງ່າຍ.
2. ລົງຮອງພື້ນທັນທີຫຼັງຈາກທາຄີມບຳລຸງຜິວ: ເມື່ອທາຄີມບຳລຸງຜິວແລ້ວຄວນຖ້າປະມານ 60 ວິນາທີເພື່ອໃຫ້ຄີມຊຶມເຂົ້າໃນຜິວ, ຖ້າຫາກທາຮອງພື້ນທັນທີຈະເຮັດໃຫ້ການແຕ່ງໜ້າຢູ່ບໍ່ໄດ້ດົນ.
3. ຖອນຂົນຄິ້ວໃກ້ໆແວ່ນ: ຈະເຮັດໃຫ້ຄິ້ວທັງສອງເບື້ອງມີຂະໜາດຕ່າງກັນ, ດັ່ງນັ້ນ ຄວນຖອຍຫ່າງອອກຈາກແວ່ນເພື່ອເບິ່ງຮູບຄິວຢູ່ສະເໝີເພື່ອໃຫ້ຮູບຊົງຄິ້ວເຂົ້າກັບຮູບໜ້າ.
4. ທາຄີມບຳລຸງອ້ອມຮອບດວງຕາເພື່ອຫຼຸດຕາບວມ: ເປັນສິ່ງທີ່ຜິດເພາະຈະເຮັດໃຫ້ຕາບວມຫຼາຍກວ່າເກົ່າ, ທາງທີ່ດີເມື່ອຕາບວມຄວນໃຊ້ນ້ຳກ້ອນແປະເບົາໆປະໄວ້ 10-15 ນາທີ.
5. ທາຢາແຕ້ມສິວຫຼາຍເກີນໄປ: ໂດຍທົ່ວໄປຄວນແຕ້ມສິວພຽງ 1-2 ຄັ້ງຕໍ່ມື້, ເພາະວ່າຢາແຕ່້ມສິວມີສານທີ່ຈະຄ່ອຍຊຶມລົງຜິວໂດຍໃຊ້ເວລາເປັນຊົ່ວໂມງ, ການທາຢາແຕ້ມສິວຫຼາຍເກີນໄປຈະເຮັດໃຫ້ສິວມີຈຳນວນເພີ່ມຂຶ້ນ ແລະເກີດອາການແພ້, ຜິວໜັງແຫ້ງ.