CRI ລາຍງານວ່າ: ອົງການສະຖິຕິແຫ່ງຊາດຫວຽດນາມເປີດເຜີຍໃນວັນທີ 27 ທັນວານີ້ວ່າ, ໃນປີ 2017 ປະເທດຕົນໄດ້ຕ້ອນຮັບນັກທ່ອງທ່ຽວຈີນຫຼາຍກວ່າ 4 ລ້ານເທື່ອຄົນ, ທຽບໃສ່ໄລຍະດຽວກັນປີຜ່ານມາໄດ້ເພີ່ມຂຶ້ນ 48,6%.ສະຖິຕິນີ້ສະແດງໃຫ້ເຫັນວ່າ, ປີນີ້ຫວຽດນາມໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 12 ລ້ານ 9 ແສນເທື່ອຄົນ, ທຽບໃສ່ໄລຍະດຽວກັນປີຜ່ານມາເພີ່ມຂຶ້ນ 29,1%. ໃນນັ້ນຈຳນວນນັກທ່ອງທ່ຽວ ສ ເກົາຫຼີໄດ້ເພີ່ມຂຶ້ນຫຼາຍທີ່ສຸດ, ຄື 56,4%, ຖັດມາແມ່ນນັກທ່ອງທ່ຽວຈີນເພີ່ມຂຶ້ນ 48,6% ແລະອັນດັບສາມແມ່ນນັກທ່ອງທ່ຽວຣັດເຊຍໄດ້ເພີ່ມຂຶ້ນ 32,3%.
ອົງການທ່ອງທ່ຽວແຫ່ງຊາດຫວຽດນາມເຄີຍເປີດເຜີຍໃນຕົ້ນປີນີ້ວ່າ, ຫວຽດນາມພວມສຸມໃສ່ການໂຄສະນາສະຖານທີ່ທ່ອງທ່ຽວຕົ້ນຕໍຂອງຕົນຢູ່ປະເທດຈີນ, ແລະປັບປຸງບໍລິສັດທ່ອງທ່ຽວທີ່ບໍ່ໄດ້ມາດຕະຖານ, ແລະຫວັງວ່າປີນີ້ຫວຽດນາມຈະສາມາດຕ້ອນຮັບນັກທ່ອງທ່ຽວຈີນປະມານ 4 ລ້ານເທື່ອຄົນ.