-
ຍີປຸ່ນຫາລືເພີ່ມງົບທະຫານຮັບມືເກົາຫລີເໜືອ
ໂດຍ:
19 ທັນວາ 2017 (07.00 ນ.)
Read : 2,417
ລັດຖະບານຍີປຸ່ນມີແຜນຈັດສັນງົບປະມານດ້ານການປ້ອງກັນປະເທດສຳຫລັບປີງົບປະມານໜ້າ 2018 ສູງເປັນປະຫວັດການ 5.51 ລ້ານລ້ານເຢນ (46.000 ລ້ານໂດລາ) ເພື່ອເສີມຂີດຂັ້ນ ລະບົບຕໍ່ຕ້ານຂີປະນາວຸດທ່າມກາງໄພຄຸກຄາມຈາກເກົາຫລີເໜືອ
ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງໂຕກຽວປະເທດຍີປຸ່ນ ໃນວັນທີ 16 ທັນວາ ວ່າ ງົບປະມານດ້ານການປ້ອງກັນປະເທດຂອງຍີປຸ່ນຈະສູງຂື້ນ 6 ປີຕິດຕໍ່ກັນ ແລະສູງກ່ວາ 5.12 ລ້ານລ້ານ ເຢນໃນປີງົບປະມານປະຈຸບັນ
ລາຍງານຂອງໜັງສືພິມນິເຄອິລາຍງານວ່າເງິນສ່ວນໃຫ່ຍໃນງົບປະມານທີ່ເພີ່ມຂື້ນ ຈະໃຊ້ສຳລັບປົກປ້ອງຍີປຸ່ນຈາກອາວຸດນິວເຄຣຍການການພັດທະນາອາວຸດຂອງເກົາຫລີເໜືອ ເງິນສ່ວນທີ່ເຫລືອຈະໃຊ້ສຳຫລັບການຕິດຕັ້ງລະບົບຈະຫລວດສະກັດກັ້ນຂີປະນາວຸດ ທີ່ມີຖານຢູ່ເທິງບົກ ແອຈິສ ອະຊໍ (Aegis Ashore)
ເມື່ອອາທິດຜ່ານມາ ທ່ານ ອິຕະສິໂນຣິ ໂອໂນະເດຣະ ລັດຖະມົນຕີກະຊວງປ້ອງກັນປະ ເທດຍີປຸ່ນ ກ່າວວ່າ ຍີປຸ່ນມີແຜນຈັດຊື້ຈະຫລວດຣ່ອນພິໄສໄກ ທີ່ມີໄລຍະການຍິງຢູ່ທີ່ 900 ກິໂລແມັດ ຈາກອາເມລິກາ
ທີ່ມາ: