• “Year Together” ຫວນຄືນຊ່ວງເວລາທີ່ຍິ່ງໃຫຍ່ທີ່ສຸດຂອງທ່ານເທິງ Facebook ແລະ Instagram

ໂດຍ: ສີເປື້ອນມື 16 ທັນວາ 2021 (14.12 ນ.) Read : 20,864

ປີ 2021 ນີ້ຖືວ່າເປັນຍຸກສະໄໝຂອງການປ່ຽນແປງສຳລັບຫຼາຍໆຄົນໃນທົ່ວໂລກ. ພວກເຮົາໄດ້ເຮັດວຽກຮ່ວມກັນ ໃນການຊອກຫາຊ່ອງທາງໃໝ່ໆເພື່ອເຮັດໃຫ້ຜູ້ຄົນໄດ້ເຊື່ອມຕໍ່ກັນ, ຄົ້ນພົບຊຸມຊົນໃໝ່ໆ ແລະສະເຫຼີມສະຫຼອງ ທຸກໆໄຊຊະນະ. ນີ້ແມ່ນວິທີທີ່ທ່ານສາມາດສະຫຼຸບ ແລະຫວນຄືນຊ່ວງເວລາທີ່ຍິ່ງໃຫຍ່ຂອງທ່ານເທິງແອັບ Facebook ແລະ Instagram.

Facebook Year Together

   ໂດຍຕັ້ງແຕ່ ວັນທີ 9 ຂອງເດືອນທັນວາ ເປັນຕົ້ນໄປ, ຜູ້ນຳໃຊ້ແອັບ Facebook ສາມາດເຫັນປະສົບການສ່ວນຕົວຂອງພວກເຂົາໄດ້ທາງ Newsfeed ແລະແບ່ງປັນກັບໝູ່ເພື່ອນ ແລະຊຸມຊົນຂອງພວກເຂົາໄດ້.

   “Year Together” ຈະແບ່ງປັນເຫດການສຳຄັນທີ່ສ້າງແຮງບັນດານໃຈໃຫ້ພວກເຮົາໄດ້ມາຢູ່ນຳກັນ ແລະຄົ້ນພົບຈຸດເລີ່ມຕົ້ນໃໝ່ໆ. ມັນແມ່ນປະສົບການສ່ວນຕົວຈາກແອັບ Facebook ທີ່ສະທ້ອນເຖິງ ຊ່ວງເວລາຕ່າງໆທີ່ມີຄວາມໝາຍສຳລັບທ່ານແລະເຮັດໃຫ້ມັນເປັນປີທີ່ດີຂຶ້ນໝູ່ເພື່ອນ, ຄວາມຮູ້ສຶກ, ສະຖານທີ່, ແລະ ຜູ້ຄົນ. Year Together ແມ່ນການເດີນທາງຂອງທ່ານເອງຜ່ານປີ 2021 ທີ່ທ່ານສາມາດແບ່ງປັນໄດ້, ສ້າງແຮງບັນດານໃຈໃຫ້ຕົວທ່ານເອງ ແລະໝູ່ເພື່ອນຂອງທ່ານ ເພື່ອໃຫ້ເຫັນວ່າທ່ານມາໄດ້ໄກປານໃດແລ້ວ.

   ທ່ານສາມາດສ້າງ Year Together ໄດ້ແນວໃດ: Year Together ຈະປະກົດຂຶ້ນໃນ Newsfeed ຂອງທ່ານໃນຮູບແບບຂອງຂໍ້ຄວາມຈາກ Facebook. ໃນເບື້ອງຕົ້ນ, ທ່ານຈະເຫັນຂໍ້ຄວາມ ທີ່ທ່ານສາມາດເລືອກກົດເຂົ້າໄປເບິ່ງຫຼືເລື່ອນຜ່ານໄດ້. ນອກຈາກນີ້, ທ່ານຍັງສາມາດເຫັນປະສົບການ ຕ່າງໆຂອງໝູ່ເພື່ອນຂອງທ່ານ ຖ້າຫາກພວກເຂົາແບ່ງປັນເທິງ News Feed ຜ່ານຄໍາສັ່ງທົດລອງມັນ”. ນອກຈາກນີ້, Year Together ຍັງສາມາດເປີດໃຊ້ງານໄດ້ເທິງ IOS, Android ແລະ ເທິງຄອມພິວເຕີຕັ້ງໂຕະອີກດ້ວຍ.

Instagram Playback

   Playback ເທິງ Instagram ແມ່ນຊ່ອງທາງທີ່ຊ່ວຍໃຫ້ຜູ້ຄົນສາມາດ ຈົດຈຳຊ່ວງເວລາຕ່າງໆຂອງພວກເຂົາໄດ້, ຈາກຊ່ວງເວລານ້ອຍໆທີ່ພວກເຂົາອາດຈະລືມໄປແລ້ວ, ຈົນເຖິງສິ່ງທີ່ຍິ່ງໃຫຍ່ກວ່າທີ່ພວກເຂົາຈະບໍ່ມີວັນລືມ. ຟິວເຈີ້ນີ້ຈະຊ່ວຍໃຫ້ຜູ້ຄົນສາມາດເບິ່ງຍ້ອນຄືນ ແລະສະເຫຼີມສະຫຼອງໄດ້ກ່ອນປີໃໝ່ທີ່ກຳລັງຈະມາເຖິງ.

   ນັບຕັ້ງແຕ່ຊ່ວງເວລາແຫ່ງຄວາມປະທັບໃຈຈົນເຖິງເລື່ອງລາວທົ່ວໆໄປໃນຊີວິດ, ຊ່ວງເວລາທີ່ທ່ານໄດ້ແບ່ງປັນຕະຫຼອດປີທີ່ຜ່ານມາເປັນສິ່ງທີ່ສະທ້ອນໃຫ້ເຫັນວ່າທ່ານໃຊ້ມັນແນວໃດແດ່, ໃຜທີ່ທ່ານແບ່ງປັນສິ່ງເຫຼົ່ານີ້ນຳ ລວມເຖິງທຸກສິ່ງທຸກຢ່າງທີ່ທ່ານໄດ້ຄົ້ນຫາ. Stories ຂອງທ່ານແມ່ນສະຖານທີ່ທີ່ທ່ານທົດລອງປະສົບການໃໝ່່ໆ ໃນຮູບຮ່າງແລະຂະໜາດຕ່າງໆ ທີ່ທ່ານເຫັນວ່າເໝາະສົມ. ແລະເນື່ອງຈາກໃກ້ຈະຮອດທ້າຍປີແລ້ວ, ມັນກໍເປັນຊ່ວງເວລາແຫ່ງການໄຕ່ຕອງ ແລະລະນຶກເຖິງການເດີນທາງຂອງທ່ານຕະຫຼອດປີທີ່ຜ່ານມາ.

   ທ່ານສາມາດສ້າງ Playback ຂອງທ່ານໄດ້ແນວໃດ: Story ຂອງ Playback ປີ 2021 ຈະປະກົດຂຶ້ນເທິງ Instagram Feed ຂອງທ່ານ. ທ່ານສາມາດກົດໄປທີ່ ສະຕິກເກີ ປີ 2021 ເພື່ອເບິ່ງ Playback ຂອງທ່ານ ຫຼື ອີກຊ່ອງທາງໜຶ່ງແມ່ນທ່ານສາມາດຄົ້ນຫາ @Creator ແລະ ກົດເຂົ້າໄປທີ່ Story ສົ່ງທ້າຍປີ ແລະກົດໄປທີ່ສະຕິກເກີ ປີ 2021 ເພື່ອເບິ່ງ Playback ຂອງທ່ານ.


ທີ່ມາ:
  • ຮູບພາບ

  • ແທັກທີ່ກ່ຽວຂ້ອງ