• ມັດສະດ້າເປີດໂຕລົດຮຸ່ນໃໝ່ “All-New MAZDA BT-50” ພ້ອມທັງສະຫຼອງຄົບຮອບ 9 ປີ

ໂດຍ: ສີເປື້ອນມື 09 ມີນາ 2021 (14.09 ນ.) Read : 40,573

ໃນຕອນບ່າຍຂອງວັນທີ 04 ມີນາ 2021 ຜ່ານມາ ທີ່ ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ)ທາງບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດ ໄດ້ຈັດງານເປີດໂຕລົດຮຸ່ນໃໝ່ The Next Generation All-New MAZDA BT-50 ເໜືອທຸກມິຕິ ທີ່ເຄີຍມີມາຂອງລົດກະບະ ພາຍໃຕ້ຄອນເຊັບ Build for DRESS and JEANS ພ້ອມລຸຍໃນທຸກເສັ້ນທາງ ດ້ວຍຄວາມຕື່ນເຕັ້ນແຂງແຮງ, ຫຼູຫຼາ, ປອດໄພ, ມີຄວາມສະໜຸກສະໜານ ໃນການຂັບຂີ່ ພ້ອມທີ່ຈະເປັນລົດຄູ່ໃຈໃນທຸກເສັ້ນທາງ. ໃຫ້ກຽດເຂົ້າຮ່ວມງານໄດ້ແກ່: ທ່ານ ກົງສະດາ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດ, ທ່ານ ທິບພະເນດ ແກ້ວມະນີວົງ ປະທານ ແລະຜູ້ອໍານວຍການ ບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດ ແລະທ່ານ ວິລັດເທບ ແກ້ວມະນີວົງ ຫົວໜ້າຝ່າຍຂາຍ ແລະການຕະຫຼາດ ບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດ ພ້ອມດ້ວຍແຂກທີ່ຖືກເຊີນ ແລະສື່ມວນຊົນທຸກຂະແໜງການ.​

MAZDA ໄດ້ເຂົ້າໃຈຢ່າງຊັດເຈນ ເຖິງຄວາມຕ້ອງການຂອງຜູ້ຂັບຂີ່ ກ່ອນທີ່ຈະສ້າງລົດແຕ່ລະຮຸ່ນຂຶ້ນມາ ແລະມຸ່ງໝັ້ນທີ່ມອບຄວາມສະໜຸກສະໜານ, ຄວາມຕື່ນເຕັ້ນໃນການຂັບຂີ່,​ ສ້າງລົດທີ່ເປັນມິດຕໍ່ສິ່ງແວດລ້ອມ ທີ່ມາພ້ອມຄວາມປອດໄພສູງສຸດ ແລະພັດທະນາເຕັກໂນໂລຊີໃໝ່ໆ ໃຫ້ລູກຄ້າຜູ້ຊົມໃຊ້.

ນັ້ນແມ່ນແນວຄວາມຄິດການອອກແບບ KODO Design Soul of Motion ເຊິ່ງເປັນການອອກແບບທີ່ເປັນເອກະລັກຂອງ MAZDA ທີ່ເຮັດໃຫ້ລົດມີຄວາມໂດດເດັ່ນ ແລະສາມາດໃຊ້ງານໄດ້ທຸກໂອກາດ ຫຼື Build for Dress and Jeans.

All-New MAZDA BT-50 ມີໃຫ້ເລືອກທັງໝົດ 7 ສີ ໄດ້ແກ່: ສີແດງ (RED VOLCANO MICA),​ ສີເທົາ (ROCK GREY MICA), ສີດໍາ (TRUE BLACK MICA), ສີຟ້າເຂັ້ມ (GUN BLUE MICA), ສີເທົານໍ້ານົມ (CONTRETE GREY MICA), ສີປອນເງິນ (INGOT GREY MICA)ແລະສີຂາວ (ICE WHITE).

ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດ ຖະໜົນ 13 ເໜືອ ບ້ານ ໂພສີ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ເບີໂທລະສັບ 021 222 288.


ທີ່ມາ:
  • ຮູບພາບ

  • ແທັກທີ່ກ່ຽວຂ້ອງ