ໃນຕອນເຊົ້າວັນທີ 15 ກຸມພາ 2021 ນີ້ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີເປີດການນຳໃຊ້ເສັ້ນທາງເບຕົງອ້ອມດອນໂຂງຢ່າງເປັນທາງການ ພາຍຫລັງທີ່ໄດ້ລົງມືກໍ່ສ້າງໃນຕົ້ນປີ 2018 ເປັນຕົ້ນມາ ການກໍ່ສ້າງເສັ້ນທາງດັ່ງກ່າວຈຶ່ງໄດ້ສຳເລັດລົງໃນຕົ້ນປີ 2021 ນີ້; ເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 43,5 ກິໂລແມັດ, ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ມູນຄ່າ 12 ລ້ານກວ່າໂດລາສະຫະລັດ.
ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ. ວິໄລວົງ ບຸດດາຄຳ ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ, ມີບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ, ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວ ຂ້ອງຈາກສູນກາງ ແລະ ທ້ອງຖິ່ນກໍໄດ້ເຂົ້າຮ່ວມເປັນສັກຂີພະຍານ. ໂອກາດນີ້, ທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ ໄດ້ລາຍງານໂດຍສັງເຂບວ່າ: ບໍລິສັດຮ່ວມພັດທະນາສີທັນດອນ ໄດ້ສຳຫຼວດອອກແບບ ພ້ອມໃຫ້ທຶນຊ່ວຍເຫຼືອລ້າໃນການກໍ່ສ້າງເສັ້ນທາງເບຕົງມີຄວາມຍາວທັງໝົດ 43,5 ກິໂລແມັດ, ພ້ອມຂົວ 3 ແຫ່ງ(ໃນນີ້ກໍ່ສ້າງຂົວສຳເລັດ 1 ແຫ່ງ), ປັດຈຸບັນແມ່ນສາມາດນຳໃຊ້ໄດ້ໂດຍພື້ນຖານ ແລະ ໜ້າວຽກທີ່ຍັງຈະໄດ້ສືບຕໍ່ແມ່ນການກໍ່ສ້າງຂົວ 2 ແຫ່ງໃຫ້ສຳເລັດໃນປີ 2022. ພ້ອມດຽວກັນນີ້, ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ຍັງລາຍງານໃຫ້ຮູ້ຕື່ມອີກວ່າ: ເສັ້ນທາງເບຕົງອ້ອມດອນໂຂງແຫ່ງນີ້ ບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນຊາວເມືອງໂຂງເທົ່ານັ້ນ, ແຕ່ຍັງເປັນພັນທະຂອງບໍລິສັດເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ເຊິ່ງເປັນການສະແດງອອກເຖິງຄວາມຕັ້ງໃຈອັນເດັດດ່ຽວຂອງບໍລິສັດ ກໍຄືເພື່ອປະ ກອບສ່ວນເຂົ້າໃນການພັດທະນາຢູ່ແຂວງຈຳປາສັກ.
ໂຄງການນີ້, ແມ່ນເປັນພຽງການເລີ່ມຕົ້ົ້ນລົງມືຂອງໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ, ເຊິ່ງໃນແຕ່ລະໄລຍະການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກນັ້ນ ແມ່ນຈະສາມາດຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍສະເພາະແມ່ນຈະສ້າງໂອກາດອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວຂອງແຂວງຈຳປາສັກ ນຳອີກ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ທ່ານ ລາຕີ ສີສຸພັນນະວົງ ກ່າວ.