• ຫວຽດນາມ ອອກມາດຕະການເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ - 19

ໂດຍ: ສີເປື້ອນມື 29 ມັງກອນ 2021 (11.05 ນ.) Read : 41,256

ອີງຕາມ ເວັບໄຊ ຂອງວິທະຍຸກະຈາຍສຽງຫວຽດນາມ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຂອງຫວຽດນາມ ຢັ້ງຢືນວ່າ ລັດຖະບານ, ຄະນະຊີ້ນຳແຫ່ງຊາດ, ກະຊວງສາທາລະນະສຸກ ແລະ 2 ແຂວງຄື ແຂວງ ຫາຍເຢືອງ ແລະ ກວ໋າງນິງ, ຮີບຮ້ອນອອກມາດຕະການຕ່າງໆເພື່ອປ້ອງກັນ, ຕ້ານ, ຈຳກັດບໍລິເວນ ແລະ ສືບຕໍ່ຄົ້ນຫາປະຫວັດການສຳຜັດໄປ-ມາ ຂອງຜູ້ຕິດເຊື້ອ ໂຄວິດ 19 ແນໃສ່ຄວບຄຸມການແຜ່ລາມຂອງພະຍາດ ໂຄວິດ 19.
ກ່າວຄຳເຫັນທີ່ກອງປະຊຸມດ່ວນກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນການລະບາດຂອງພະຍາດໂຄວິດ - 19 ທີ່ດຳເນີນໃນຕອນເຊົ້າວັນທີ 28 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງໃຫ້ມີການອອກມາດຕະການຕ່າງໆ ໂດຍດ່ວນເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ - 19 ທີ່ຫາກໍພົບເຫັນຢູ່ແຂວງ ກວ໋າງນິງ ແລະ ຫາຍເຢືອງ.
ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ, ຄະນະຊີ້ນຳແຫ່ງຊາດ, ກະຊວງສາທາລະນະສຸກ ແລະ 2 ແຂວງ ຫາຍເຢືອງ ແລະ ກວ໋າງນິງ ພວມຮີບຮ້ອນນຳໃຊ້ມາດຕະການຕ່າງໆ ເພື່ອປ້ອງກັນ, ຕ້ານ, ຈຳກັດບໍລິເວນ ແລະ ສືບຕໍ່ຄົ້ນຫາປະຫວັດການສຳຜັດໄປ-ມາຂອງຜູ້ຕິດເຊື້ອພະຍາດ ໂຄວິດ 19 ເພື່ອແນໃສ່ຄວບຄຸມການແຜ່ລາມຂອງພະຍາດ. ທ່ານກ່າວຕື່ມວ່າ:
“ຈຳກັດບໍລິເວນ, ແຍກຕົວ, ຄົ້ນຫາປະຫວັດການສຳຜັດໃນວົງກວ້າງ, ປະຕິບັດບັນດາມາດຕະການແຍກຫ່າງໃນສັງຄົມຕາມຄຳສັ່ງເລກທີ 16 ສຳລັບເມືອງຈີລິງ ແລະ ປິດສະໜາມບິນ ເວິນດົນ. ຄະນະຊີ້ນຳແຫ່ງຊາດ ແລະ ກະຊວງສາທາລະນະສຸກຄົ້ນຄວ້າ, ສະເໜີວິທີການແກ່ຍາວເວລາປະຕິບັດການແຍກຕົວສຳລັບຜູ້ເຂົ້າເມືອງ ຫວຽດນາມ ແລະ ມີຄວາມລະມັດລະວັງກັບໄວຣັດກາຍພັນ. ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ ແຕ່ບໍ່ກໍ່ຄວາມປັ່ນປວນໃນຊີວິດການເປັນຢູ່ຂອງປະຊາຊົນ”.
ມາຮອດປັດຈຸບັນ, ໄດ້ລົງຈຳກັດບໍລິເວນ ແລະປະຕິບັດການກວດຫາເຊື້ອ ແລະ ຢັ້ງຢືນວ່າມີ 83 ຄົນ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS-CoV-2.

ທີ່ມາ: Lao National Radio
  • ຮູບພາບ

  • ແທັກທີ່ກ່ຽວຂ້ອງ