ວັນອັງຄານ ວັນທີ14/11/2017ເວລາ11:54ນາທີ ໄດ້ຮັບແຈ້ງເຂົ້າເບີສຸກເສີນ1628 ວ່າມີລົດຈຳໂບ້ໄຫຼລົງຄອງຊົນລະປະທານ ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.
ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບຜູ້ບາດເຈັບ4ຄົນເປັນເພດຊາຍ2ຄົນແລະເພດຍິງ2ຄົນ ອາການເບື້ອງຕົ້ນແມ່ນ:
- ເພດຊາຍຜູ້ທີ1:ຫົວແຕກ ມີບາດແຜເທິງໃບໜ້າ-ແຂນຂາ
- ເພດຊາຍຜູ້ທີ2:ກະທົບບ່າໄລ່ເບື້ອງຂວາ ແລະ ກ້ານຄໍ
- ເພດຍີງຜູ້ທີ1:ແມ່ນຖືພາໄດ້ 5 ເດືອນມີອາການເຈັບທ້ອງແຮງ
- ເພດຍີງຜູ້ທີ2:ກະທົບຂາ.ຫາຍໃຈບໍ່ສະດວກ.ມີບາດແຜທີ່ແຂນຂາ ແລະ ກະທົບຫົວ
ດັ່ງນັ້ນໜ່ວຍກູ້ໄພເຮົາຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍ103 ສ່ວນຜູ້ຖືພາກັບຜູ້ຊາຍຜູ້ທີ1ແມ່ນສົ່ງໂຮງໝໍ 5ເມສາ (ທັງໝົດປອດໄພດີ ແລະ ນຳສົ່ງໂຮງໝໍເປັນທີ່ຮຽບຮ້ອຍ)
ພົບຜູ້ບາດເຈັບຕາມທ້ອງຖະໜົນ ແລະ ຜູ້ປ່ວຍສຸກເສີນໂທແຈ້ງ1628ໄດ້ 24ຊົ່ວໂມງ ບໍລິການຟຣີ