-
ໄຂ້ຫວັດສັດປິກ ແຜ່ລະບາດຢ່າງໜັກ ໃນຍີ່ປຸ່ນ
ໂດຍ: ສີເປື້ອນມື
09 ທັນວາ 2020 (17.04 ນ.)
Read : 4,349
ອ້າງຕາມຂ່າວ ຮີໂຣຊີມາ ຂອງຍີ່ປຸ່ນ, ວັນທີ 8 ທັນວາ, ເຈົ້າໜ້າທີ່ ທາງການ ແຂວງ ຮີໂຣຊີມາ ທາງພາກຕາເວັນຕົກຂອງ ຍີ່ປຸ່ນ ໄດ້ກຳຈັດໄກ່ 134.000 ໂຕ ຫລັງກວດພົບ ເຊື້ອໄຂ້ຫວັດສັດປີກ ສາຍພັນ H5 ໃນຟາມແຫ່ງໜຶ່ງ ຂອງ ເມືອງ ມີຮາຣະ ເຮັດໃຫ້ໄກ່ຕາຍ ເປັນຈຳນວນ ຫລວງຫລາຍ ຈາກພະຍາດໄຂ້ຫວັດ ສັດປີກ ສາຍພັນນີ້. ເຈົ້າໜ້າທີ່ ແຂວງ ແລະ ກອງກຳລັງ ປ້ອງກັນຕົນເອງ ລວມມີ 860 ຄົນ ຕ້ອງລະດົມກຳລັງ ໄປຊ່ວຍກຳຈັດໄກ່ ທັງໝົດ ແລະ ຈະພິຈາລະນາ ຫາວິທີທາງ ດຳເນີນການ ກັບຊາກໄກ່ຕໍ່ໄປ ໂດຍອາດຈະໃຊ້ວິທີຝັງ. ຂະນະດຽວກັນ ທາງການ ທ້ອງຖິ່ນ ຍັງສັ່ງຫ້າມ ການຂົນສົ່ງໄກ່ ແລະ ໄຂ່ພາຍ ໃນລັດສະໝີ 3 ກິໂລແມັດ ໃກ້ບໍລິເວນຟາມ ທີ່ເກີດເຫດ ສ່ວນຊາວກະສິກອນ ທີ່ອາໄສຢູ່ ໃນລັດສະໝີ 10 ກິໂລແມັດ ຖືກສັ່ງຫ້າມ ການຂົນສົ່ງໄກ່ ແລະ ໄຂ່ ອອກຈາກພື້ນທີ່ດັ່ງກ່າວ. ປັດຈຸບັນ, ໃນເຂດນີ້ ມີຟາມ ສັດປີກທັງໝົດ 13 ແຫ່ງ, ເຈົ້າໜ້າທີ່ພວມ ສິດພົ່ນຢາ ຂ້າເຊື້ອ ຍານພາຫະນະ ທຸກຄັນ ທີ່ເດີນທາງ ເຂົ້າອອກຟາມ 7 ແຫ່ງ ພ້ອມທັງ ເຝົ້າລະວັງ ຕິດຕາມ ຢ່າງໃກ້ຊິດ.
ທີ່ມາ: ປະເທດລາວ Pathedlao