• ຈີນ ເລັ່ງຊ່ວຍເຫລືອຜູ້ສູງອາຍຸ ຫລາຍກວ່າ 250 ລ້ານຄົນ

ໂດຍ: ສີເປື້ອນມື 26 ພະຈິກ 2020 (16.38 ນ.) Read : 47,171

ຕາມ​ຂ່າວ​ຊີ​ອາ​ໄອ ຂອງ​ຈີນ​ເມື່ອ​ບໍ່​ດົນ​ມາ​ນີ້ສຳນັກງານ​ ຄະນະ​ລັດ ຖະມົນຕີ ຈີນ ໄດ້ພີ​ມ ​ແລະ ​ແຈກຢາຍ ​ແຜນ​ການປະຕິບັດ​ ​ຊ່ວຍ​ເຫລືອ ຜູ້​ສູງ​ອາຍຸ ​ເພື່ອແກ້​ໄຂ​ອຸປະສັກ ​ໃນ​ການ​ນຳໃຊ້​ ເຕັກ​ໂນ​ໂລ​ຊີ​ທ່ີທັນສະໄໝ .​ແຜນ​ການດັ່ງກ່າວ ແມ່ນເນັ້ນໃສ່ 7 ບັນຫາ ໃນການດຳລົງຊິວິດປະຈຳວັນຂອງ ຜູ້ສູງອາຍຸ ເຊັ່ນ: ການ​ອອກ ​ເດີນທາງການ​ພົບ​ແພດການ​​ຊື້​ສິນຄ້າການ​ຊົມ​ສະແດງ ງານສີ​ລະ​ປະ ວັດທະນະທຳ ​ແລະ ຄວາມ​ບັນ​ເທິງ ​ໂດຍ​ຈະ​ໃຊ້ ​ລະບົບ​ບໍລິການ ​ແບບ​ດັ້ງງ​ເດີມ ຄວບຄູ່ກັບ ລະບົບ ​ອັດ​ສະລິຍະ ສຳລັບ ຜູ້​ສູງ​ອາຍຸທ່ານ ຫວັງ ຖັນ​ຫລິງ ຜູ້ອຳນວຍການ ສຳນັກງານ​ສົ່ງ​ເສີມ ປະຊາກອນ ແຫ່ງ​ຄະນະ​ກຳ​ມະ​ການ ພັດທະນາ ​ແລະ ການ​ປະຕິ​ຮູບ ​ແຫ່ງ​ຊາດ ຈີນ ລະບຸ​ວ່າ ​ເນື່ອງ​ຈາກ​ ເຕັກ​ໂນ​ໂລ​ຊີ ສື່ສານ ໄດ້​ພັດທະນາ ​ຢ່າງ​ກ້າວໜ້າ​ ໃນຈີນ ​ເຮັດ​ໃຫ້ ມີ​ການ​ໃຊ້​ບໍລິການ ລະບົບ​ ອັດສະລິຍະ ຢ່າງ​ສະດວກ ​ສະບາຍ ​ແລະ ມີ​ປະສິດທິພາບ.
ເພາະວ່າ ຜູ້​ສູງ​ອາຍຸ ຈຳນວນ​ຫລວງຫລາຍ ​ຍັງມີຄວາມຫຍຸ້ງຍາກໃນການນຳໃຊ້ເຕັກໂນໂລຊີ ອັດສະລິຍະ ​ເນື່ອງ​ຈາກ ​ການໃຊ້​ໂທລະສັບ​ ສະມາດໂຟນ ບໍ່ວ່ອງໄວ  ເຮັດໃຫ້ ການນຳໃຊ້​ ລະບົບ ​ຊຳລະ​ເງິນ ຜ່ານ​ໂທລະ​ສັບ​ ບໍ່​ເປັນ . ຕໍ່ບັນຫາດັ່ງກ່າວຄະນະ​ກຳ ມະການ​ສູນກາງພັກ ​ແລະ ຄະນະ​ລັດຖະມົນຕີ ໄດ້​ໃຫ້​ຄວາມ​  ສຳຄັນ ​ເປັນ​ຢ່າງ​ຍິ່ງ ຈຶ່ງ​ປະກາດ ​ແຜນການ​ດັ່ງກ່າວ ​ເພື່ອ​ຊ່ວຍ​ໃຫ້ ​ຜູ້​ສູງ​ອາຍຸ ສາມາດປັບ​ຕົວ​ເຂົ້າ​ກັບ​ ໂທລະສັບ ​ເຕັກ​ໂນ​ໂລ​ຊີ ​ແລະ ອື່ນໆໃຫ້​ດີ​ຂື້ນ​.

ທີ່ມາ: ປະເທດລາວ Pathedlao
  • ຮູບພາບ

  • ແທັກທີ່ກ່ຽວຂ້ອງ