-
ເກົາຫລີ ອະນຸມັດທົດລອງຢາປ້ອງກັນ-ຢາປິ່ນປົວໂຄວິດ-19
ໂດຍ: ສີເປື້ອນມື
25 ພະຈິກ 2020 (17.15 ນ.)
Read : 4,814
ເວັບໄຊ ສຳນັກຂ່າວ ຢອນຮັບ (Yeonhap)ລາຍງານວ່າ:ກະຊວງຄວາມປອດໄພ ອາຫານ ແລະ ຢາ ສ.ເກົາຫລີ ອະນຸມັດ ໃຫ້ທົດລອງ ທາງຄລີນິກ ຢາປ້ອງກັນ ແລະ ຢາປິ່ນປົວໂຄວິດ-19 ເຊິ່ງເປັນວັກຊິນ ຂອງເອສເຄ ໂອໄຊເອີນສ( SK BioScience) ແລະ ກ່ອນໜ້ານີ້ ຫາກໍ່ອະນຸມັດ ໃຫ້ທົດລອງ ທາງຄລີນິກ ໄລຍະທີ່ 2 ຢາ DW2008 ຂອງດົງຮວາ ຟຣາມ(Donghwa Farm)ເພື່ອປິ່ນປົວໂຄວິດ-19 ໂດຍ ເອສເຄ ໂອໄຊເອີນສ ຈະມີການທົດລອງວັກຊິນ ກັບຜູ້ໃຫຍ່ ທີ່ມີສຸຂະພາບ ແຂງແຮງ ເພື່ອປະເມີນຄວາມປອດ ໄພ ແລະ ປະສິດທິພາບ ໃນສະຖານທີ່ ທົດລອງ 2 ແຫ່ງ.ຂະນະທີ່ ດົງຮວາຟາມ ຈະທົດລອງ ຢາທີ່ສະກັດ ຈາກພືດຊະນິດໜຶ່ງ ກັບຜູ້ຕິດເຊື້ອ ໂຄວິດ-19 ໄວຜູ້ໃຫຍ່ ທີ່ມີອາການໜັກ ເພື່ອປະເມີນ ຄວາມປອດໄພ ແລະ ປະສິດທິພາບ ຜົນການສຶກສາ ເບື້ອງຕົ້ນ ກັບສັດພົບວ່າ ຊ່ວຍໃຫ້ປອດ ເຮັດວຽກດີຂຶ້ນຫລາຍ ແລະ ມີປະສິດທິພາບ ຕໍ່ຕ້ານເຊື້ອພະຍາດ(ໄວ ຣັດ)ສູງກວ່າ ຢາປິ່ນປົວໂຄວິດ-19 ຈຳນວນ 2 ຊະນິດ ທີ່ໃຊ້ຢູ່ໃນປັດຈຸບັນຄື:ເຣມເດຊີເວຍ(Remdecivier) ແລະ ໂລປິນາເວຍ (Lopinavir)ປະສົມ ຣິໂທນາເວຍ(Ritonavir).
ທີ່ມາ: ປະເທດລາວ Pathedlao