ຮ້ານ ຕະກະ ຈິວເວີຣີ້ (TAKA Jewelry) ແມ່ນຮ້ານຂາຍເຄື່ອງປະດັບອີກຮ້ານໜຶ່ງທີ່ມີຊື່ສຽງໃນ ສປປ ລາວ
ໂດຍສະເພາະໃນກຸ່ມນັກທຸລະກິດ ແລະບຸກຄົນທົ່ວໄປ
ກໍສາມາດຈັບຈອງເປັນເຈົ້າຂອງໄດ້ໃນລາຄາທີ່ຄຸ້ມຄ່າທີ່ສຸດ. ດ້ວຍການອອກແບບທີ່ທັນສະໄໝ,
ສິນຄ້າມີຄຸນນະພາບ ແລະບໍລິການຫຼັງການຂາຍຢ່າງດີເລີດ ເຮັດໃຫ້ຮ້ານ ຕະກະ ຈິວເວີຣີ້
ເປັນທີ່ຮູ້ຈັກຂອງຄົນໃນປັດຈຸບັນ. ຄວາມໝາຍຂອງຊື່ຮ້ານ TAKA ໃນພາສາຈີນ
ແລະຍີ່ປຸ່ນ ມີຄວາມໝາຍວ່າ: ມີຄຸນຄ່າ, ແພງ, ມີລະດັບ ແລະຊົງຄຸນຄ່າ.
ທ່ານ ນາງ ຈັນແສງ ຊົ່ງ (ນ້ອຍ) ເຈົ້າຂອງຮ້ານເພັດ ກະຕະ ຈິວເວີຣີ້
(TAKA Jewelry) ໃຫ້ສໍາພາດວ່າ: ຮ້ານຂອງພວກເຮົາໄດ້ເປີດໃຫ້ບໍລິການມາ
5 ປີແລ້ວ, ແຮງບັນດາໃຈທີ່ເຮັດໃຫ້ຕົນເອງມາເປີດຮ້ານຂາຍເຄື່ອງປະດັບນີ້
ກໍຍ້ອນຕົນເອງເປັນຄົນມັກຮັກໃນການສວມໃສ່ເຄື່ອງປະດັບ ແລະເພື່ອຢາກຄົນລາວເຮົາສາມາດເຂົ້າເຖິງເພັດແທ້ໄດ້
ໃນລາຄາທີ່ເໝາະສົມ ໂດຍເນັ້ນໃຫ້ທາງພະນັກງານລັດຖະກອນ
ແລະຜູ້ທີ່ມີລາຍຮັບຄົງທີ່ສ້າງມາດຈັບຕ້ອງໄດ້.
ກ່ອນຫນ້ານີ້, ພວກເຮົາໄດ້ເປີດການຕະຫຼາດທາງອອນລາຍ ຫຼືເປີດຂາຍທາງອອນລາຍ
ແຕ່ສາມາດເຂົ້າມາຊື້ໄດ້ທີ່ໜ້າຮ້ານເທົ່ານັ້ນ ເນື່ອງຈາກຕົນເອງມີທຸລະກິດຫຼາຍຢ່າງ
ແລະເລື່ອງຂອງຄອບຄົວ ຈຶ່ງເຮັດໃຫ້ບໍ່ຄ່ອຍມີເວລາໃນການໂຄສະນາປະຊາສໍາພັນທາງອອນລາຍ.
ຫຼັງຈາກເລີ່ມດໍາເນີນທຸລະກິດໄດ້ປະມານ 2 ປີກວ່າ
ຈຶ່ງໄດ້ເລີ່ມມາເຮັດການຕະຫຼາດທາງອອນລາຍ ເຫັນວ່າໄດ້ຮັບກະແສຕອບຮັບຈາກສັງຄົມເປັນຢ່າງດີ
ແລະນີ້ຈຶ່ງເປັນເຫດຜົນທີ່ເຮັດໃຫ້ເຮົາຫັນມາສົນໃຈຕະຫຼາດທາງອອນລາຍຫຼາຍຂຶ້ນ.
ກຸ່ມລູກຄ້າເປົ້າໝາຍຂອງທາງຮ້ານແມ່ນພວກເຮົາເນັ້ນໃສ່ລູກຄ້າຜູ້ທີ່ມີລາຍຮັບປານກາງ
ຫາຜູ້ທີ່ມີລາຍຮັບສູງ ບໍ່ວ່າຈະເປັນພະນັກງານ, ທະຫານ, ຕໍາຫຼວດ
ຫຼືພໍ່ແມ່ປະຊາຊົນທົ່ວໄປກໍສາມາດຊື້ຜະລິດຕະພັນພາຍໃນຮ້ານເຮົາໄດ້
ເຊິ່ງຂ້າພະເຈົ້າເອງກໍເຄີຍຜ່ານຈຸດນັ້ນມາກ່ອນ ໂດຍສະເພາະຜູ້ທີ່ກໍາລັງແຕ່ງດອງໃໝ່
ແລະກໍາລັງຊອກຫາແຫວນໝັ້ນ ຫຼືແຫວນຄູ່ແຕ່ງດອງ ພວກເຮົາສາມາດຕອບໂຈດລູກຄ້າໄດ້ຕາມງົບປະມານ
ແລະຄວາມສາມາດຂອງລູກຄ້າເອງ. ເຖິງແມ່ນວ່າຈະຊື້ເພັດໃນງົບປະມານທີ່ຈໍາກັດກໍຕາມ
ແຕ່ຄຸນນະພາບທີ່ທ່ານຈະໄດ້ຮັບແມ່ນຄຸ້ມຄ່າ ແລະສົມລາຄາຢ່າງແນ່ນອນ.
ຜະລິດຕະພັນພາຍໃນຮ້ານ ຕະກະ ຈິວເວີຣີ້
ມີຫຼາຍປະເພດ ເຊັ່ນ: ແຫວນດ່ຽວ, ແຫວນຄູ່ແຕ່ງດອງ, ສາຍແຂນ, ສາຍຄໍ, ກີ້ສາຍຄໍ, ເຄື່ອງປະດັບສຸດອອກງານ,
ຄໍາອີຕາລີ ແລະທີ່ມີຫຼາຍທີ່ສຸດກໍຄື “ຕຸ້ມຫູ” ເນື່ອງຈາກວ່າ
ຂ້າພະເຈົ້າເປັນຄົນມັກຕຸ້ມຫູເປັນພິເສດ. ສິນຄ້າທຸກປະເພດທີ່ຈໍາໜ່າຍຢູ່ພາຍໃນຮ້ານແຕ່ລະຢ່າງມີໄດ້ມີການເອົາໃຈໃສ່ເປັນພິເສດ
ບໍ່ວ່າຈະເປັນການອອກແບບທີ່ຫຼູຫຼາມີລະດັບ, ທັນສະໄໝ, ການເຈບລະໄນ, ຄັດເລືອກເພັດນໍ້າງາມ
ທີ່ມີຄຸນນະພາບ ແລະໄດ້ມາດຕະຖານສາກົນ GIA ຈຶ່ງເຮັດໃຫ້ລູກຄ້າເຊື່ອໝັ້ນໃນສິນຄ້າ
ແລະການບໍລິການທີ່ເປັນກັນເອງຂອງພວກເຮົາ.
ການບໍລິການເນັ້ນໃຫ້ບໍລິການແບບກັນເອງກັບລູກຄ້າ
ເຮົາຈະສັງເກດເບິ່ງວ່າຮູບຮ່າງ ແລະສີຜິວແບບນີ້ ຄວນເລືອກຊື້
ຫຼືເລືອກໃສ່ເຄື່ອງປະດັບແນວໃດ ເພື່ອໃຫ້ເຂົ້າກັບບຸກຄະລິກຂອງລູກຄ້າ
ເຮັດໃຫ້ລູກຄ້າຮູ້ສຶກປະທັບໃຈ.
ຖ້າຫາກທ່ານໃດສົນໃຈສາມາດເຂົ້າໄປສໍາຜັດກັບສິນຄ້າຕົວຈິງໄດ້ ທີ່ ຮ້ານເພັດ ຕະກະ
ຈິວເວີຣີ້ (TAKA Jewelry) ຕັ້ງຢູ່ ສູນການຄ້າ ວຽງຈັນເຊັນເຕີ ຊັ້ນ 1 (ກົງກັນຂ້າມກັບຮ້ານແວ່ນຕາ
ໃຕ້ຟ້າ). ສໍາລັບໃຜຢູ່ຕ່າງແຂວງກໍສາມາດເຂົ້າເບິ່ງໃນເພຈໄດ້ທີ່ແຟນເພຈເຟສບຸກ:
TAKA Jewelry ຈະມີການອັບເດດສິນຄ້າທຸກໆມື້ ແລະເບີໂທລະສັບຕິດຕໍ່
+85620
54556699 ຫຼື +85620
98587373.
ພິເສດ! ສໍາລັບຜູ້ທີ່ມີແຜນຈະແຕ່ງດອງໄວໄວນີ້
ສາມາດເຂົ້າມາໃຫ້ເຮົາໃຫ້ຄໍາປຶກສາໄດ້ ທາງເຮົາຈະຈັດສິນຄ້າທີ່ຄຸ້ມຄ່າທີ່ສຸດໃຫ້ກັບທ່ານ
ຢາກໃຫ້ລອງເປີດໃຈແລ້ວຈະຮູ້ວ່າ ເພັດແທ້ ແຕ່ລາຄາບໍ່ແພງ ມີທີ່ຮ້ານ TAKA Jewelry.