ເປີດແລ້ວ ຮ້ານປີ້ງແບ້ ແກ້ວຄູນເມືອງ ສາຂາ 2 ເຊິ່ງເປັນປີ້ງແບ້ທີ່ມີຊີ້ນນຸ້ມ, ຫອມ ແລະມາພ້ອມນໍ້າແຈ່ວສູດເດັດ ສະເພາະຮ້ານນີ້ຮ້ານດຽວເທົ່ານັ້ນ ໃນນະຄອນຫຼວງວຽງຈັນ ທີ່ທ່ານຈະໄດ້ຊີມລົດຊາດ ທີ່ ແກ້ວຄູນເມືອງ ສາຂາ 2.
ປີ້ງແບ້ ແມ່ນອາຫານທີ່ບົ່ງບອກເຖິງລົດສະນິຍົມຂອງຄົນທີ່ມີລະດັບ, ຮັກສຸຂະພາບ ແລະລົດຊາດອາຫານຊັ້ນເລີດ.
ປີ້ງແບ້
ຖືວ່າເປັນອາຫານທີ່ຜູ້ຄົນກຳລັງໃຫ້ຄວາມສົນໃຈ
ແລະເປັນອາຫານຍອດນິຍົມຂອງກຸ່ມຄົນຈໍານວນຫຼາຍ ໂດຍຮ້ານປີ້ງແບ້ ແກ້ວຄູນເມືອງ
ກໍເປັນອີກຮ້ານໜຶ່ງທີ່ມີເອກະລັກສະເພາະທີ່ບໍ່ຊໍ້າແບບໃຜ ໂດຍສະເພາະແມ່ນການໝັກຊີ້ນແບ້ໃຫ້ນຸ້ມ, ເມື່ອປີ້ງແລ້ວຫອມ ແລະກິນກັບນໍ້າແຈ່ວສູດເດັດຂອງຮ້ານ ຖືວ່າສຸດຍອດ.
ເພື່ອເປັນການຂະຫຍາຍສາຂາ ເພື່ອຮອງຮັບຈໍານວນລູກຄ້າທີ່ເພີ່ມຂຶ້ນ ທາງຮ້ານປີ້ງແບ້
ແກ້ວຄູນເມືອງ ຈຶ່ງໄດ້ມີການຈັດພິທີເປີດຮ້ານສາຂາ 2 ຂຶ້ນຢ່າງເປັນທາງການ ໃນວັນທີ 17
ຕຸລາ 2020 ທີ່ຜ່ານມາ ທີ່ບ້ານ ນາຄໍາ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
ເຊິ່ງຕິດກັບໂຮງແຮມ ແລະພັດຕາຄານດາວຄໍາ.
ທ່ານ ນາງ ສົດໃສ ຂຸນລິວົງ ເຈົ້າຂອງຮ້ານ ປີ້ງແບ້
ແກ້ວຄູນເມືອງ ສາຂາ 2 ໄດ້ໃຫ້ສໍາພາດວ່າ: ຮ້ານປີ້ງແບ້ ແກ້ວຄູນເມືອງ ສາຂາ 2
ເປັນທຸລະກິດເດີມຂອງຄອບຄົວ ທີ່ພໍ່ແມ່ ໄດ້ສ້າງຂຶ້ນມາເປັນເວລາ 50 ກວ່າປີ
ແລະເປັນຮ້ານປີ້ງແບ້ທໍາອິດໃນນະຄອນຫຼວງວຽງຈັນ. ຈາກປະສົບການທີ່ຢູ່ໃນຄອບຄົວ ແລະໄດ້ຮຽນຮູ້ວິທີການຕ່າງໆ
ໃນທຸກເລື່ອງທີ່ນໍາເອົາແບ້ມາປຸງແຕ່ງເປັນອາຫານ ໄດ້ຫຼາກຫຼາຍປະເພດ ເຊັ່ນ: ແລມໂບ້ແບ້,
ຜັດເຜັດແບ້, ອົ່ວເລືອດແບ້, ປີ້ງຫໍາແບ້, ກ້ອຍຫໍາແບ້, ຫໍາແບ້ແຊ່ນໍ້າປາ, ຜັດຊີ້ນແບ້ພິກໄທດໍາ,
ຈຸ່ມເພ້ຍ ແລະເມນູອື່ນໆ. ສໍາລັບເມນູທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດນັ້ນກໍຄື “ປີ້ງແບ້” ເຊິ່ງເປັນເມນູເດັດ
ດ້ວຍລົົດຊາດທີ່ມີສູດສະເພາະຂອງຮ້ານແກ້ວຄູນເມືອງເທົ່ານັ້ນ,
ມີວິທີການໝັກເຄື່ອງເທດທີ່ຄັດສັນມາເປັນພິເສດ
ແລະນໍ້າແຈ່ວສູດເດັດທີ່ປຸງແຕ່ງໃໝ່ທຸກວັນ.
ນອກນັ້ນ,
ທາງຮ້ານຍັງໄດ້ໃສ່ໃຈເລື່ອງຄຸນນະພາບຂອງວັດດຸດິບ
ເພື່ອເຮັດໃຫ້ລົດຊາດຂອງອາຫານອອກດີທີ່ສຸດ ແລະເຮັດໃຫ້ລູກຄ້າມີຄວາມເພິ່ງພໍໃຈໃນການຮັບປະທານຊີ້ນແບ້
ໄປພ້ອມກັບການບໍລິການທີ່ສົມບູນແບບ ແລະຕົບແຕ່ງຮ້ານຢ່າງສວຍງາມ ເພື່ອຕ້ອນຮັບລູກຄ້າໃນທຸກເພດທຸກໄວ.