ຕາດຊ່ວງ ຫຼື ຕາດນໍ້າຊ່ວງ ເປັນຕາດແຫ່ງໜຶ່ງທີ່ຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດພູພະນັງ,
ສະຖານທີ່ພັກຜ່ອນກິນເຂົ້າປ່າທີ່ງຽບສະຫງົບ, ບັນຍາກາດດີ, ມີທໍາມະຊາດທີ່ສວຍສົດງົດງາມ
ແລະທີ່ສຳຄັນແມ່ນຢູ່ບໍ່ໄກຈາກຕົວເມືອງ ນະຄອນຫຼວງວຽງຈັນ!!
ການເດີນທາງໄປຕາດແຫ່ງດັ່ງກ່າວ ເຊິ່ງເຮົາຈະເລີ່ມເດີນທາງຈາກສາມແຍກສີເກີດ
ເຂດເມືອງ ນາຊາຍທອງ ຂຶ້ນໄປຕາມເສັ້ນທາງເລກທີ 13 ເໜືອ ແມ່ນຈະມີໄລຍະທາງ ປະມານ 56KM, ພໍເຮົາຮອດເຂດບ້ານ ນາງ່າ ເມືອງ ນາຊາຍທອງ (40KM ທຳອິດ) ໃຫ້ສັງເກດປ້າຍຮ່ອມເຂົ້າບ້ານ ຖໍ້າ
(ປ້າຍຢູ່ຂວາມື ແຕ່ຮ່ອມເຂົ້າຈະຢູ່ເບື້ອງຊ້າຍມື) ຈາກປາກຮ່ອມ ໄປຮອດຕາດແມ່ນມີໄລຍະທາງ
ປະມານ 16KM ໂດຍທີ່ທາງຈະເປັນທາງດິນແດງ
ຖ້າເປັນລົດເກງນ້ອຍຈະໄປລຳບາກໜ້ອຍໜຶ່ງໂດຍສະເພາະໃນຍາມຝົນນີ້ ແຕ່ຢາກແນະນໍາໃຫ້ເອົາລົດກະບະ
ຫຼືລົດສູງໄປຈະສະດວກສະບາຍກວ່າ.
ສະຖານທີ່ທ່ອງທ່ຽວແຫ່ງນີ້ແມ່ນມີນໍ້າຕົກຕາດໃຫ້ຮັບຊົມ
ແລະຖ່າຍຮູບໄດ້ຢ່າງສວຍງາມ,ບໍລິເວນນໍ້າຕົກຈະບໍ່ສາມາດຫຼິ້ນນໍ້າໄດ້
ແຕ່ຈະສາມາດຫຼິ້ນໄດ້ຢູ່ບໍລິເວນເທິງນໍ້າຕົກ, ຈະບໍ່ມີຮ້ານຂາຍອາຫານ ແລະເຄື່ອງດື່ມ
ຫຼືສິ່ງອໍານວຍຄວາມສະດວກຕ່າງໆ (ຂໍແນະນໍາວ່າ ເຮົາຕ້ອງໄດ້ກຽມອຸປະກອນແຕ່ງກິນ
ລວມເຖິງອາຫານການກິນໄປແຕ່ເຮືອນ ເພາະໃນສະຖານທີ່ນັ້ນບໍ່ມີໃຫ້)
ແຕ່ຖ້າຂີ່ລົດກາຍຂື້ນໄປອີກໜ້ອຍໜຶ່ງເພິ່ນຈະຈັດເປັນຕູບແຄມນໍ້າໃຫ້ ຈະອາລົມຄືກັນກັບຢູ່ຕາດມູນ
ແຕ່ຈະມັນງຽບສະຫງົບກວ່າ ເພາະຄົນໄປໜ້ອຍ ແລະມັນເຂົ້າໄປເລິກຫລາຍຄົນເລີຍເຂົ້າມາບໍ່ຮອດ.
ຢູ່ບ່ອນນີ້ ເພິ່ນຈະມີບໍລິການຂາຍເຄື່ອງດື່ມ, ອາຫານປະເພດປິ້ງ, ຈືນລູກຊີ້ນ ແລະຕຳປະເພດຕ່າງໆ.
ອີກຢ່າງໜຶ່ງທີ່ສຳຄັນພໍໆກັບເລື່ອງກິນຢູ່ກໍຄື ໃນເຂດດັ່ງກ່າວບໍ່ມີສັນຍານໂທລະສັບ,
ສັນຍານອິນເຕີເນັດ ແລະບໍ່ມີໄຟຟ້າ. ສະນັ້ນ, ສໍາລັບທ່ານໃດຈະອອກໄປທ່ອງທ່ຽວແນະນໍາໃຫ້ກະກຽມເຄື່ອງໃຫ້ພ້ອມ
ບໍ່ວ່າຈະເປັນອຸປະກອນແຕ່ງກິນ ເຊັ່ນ: ຖ້ວຍ, ບ່ວງ, ຈານ, ມີດ, ໝໍ້, ເຕົາໄຟ, ຖ່ານດັງໄຟ,
ສາດປູນັ່ງ ແລະອື່ນໆທີ່ຈໍາເປັນໃຊ້ ເພື່ອຄວາມສະດວກສະບາຍ
ພ້ອມທັງກະກຽມສະບຽງອາຫານໃຫ້ພ້ອມ ແລ້ວຢ່າລືມຮັກສາຄວາມສະອາດຊ່ວຍກັນແນ່ເດີ ທ່ອງທ່ຽວຢ່າງມີຄວາມຮັບຜິດຊອບ
ເພື່ອຮັກສາແຫຼ່ງທ່ອງທ່ຽວໃຫ້ຄົງຢູ່ຄູ່ຄົນຮຸ່ນຫຼັງຕະຫຼອດໄປ. ຢ່າລືມໄປທ່ອງທ່ຽວ
ເພື່ອສົ່ງເສີມໂຄງການ “ລາວທ່ຽວລາວ” ນໍາກັນເດີ.
- ພິກັບສຳລັບ
Google Maps : maps.app.goo.gl/nDtLwx8jmKmZiesb9
- ພິກັດສຳລັບ
Maps me : http://ge0.me/00sL6Ra-Fx/Unknown_Place
ຂໍ້ມູນຈາກ: Sommixay Boutchanthalath