ໂດຍ: ສີເປື້ອນມື
07 ກໍລະກົດ 2020 (12.01 ນ.)
Read : 7,250
ຂໍ້ມູນຈາກ ສາທາລະນະສຸກທົ່ວໂລກ, ວັນທີ 6ກໍລະກົດ, ທົ່ວໂລກ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 11.543.532 ຄົນ ມີຜູ້ຕິດເຊື້ອລາຍໃໝ່ ວັນດຽວ 200.000 ກວ່າຄົນ, ເສຍຊີວິດ 536.344 ຄົນ ເພີ່ມຂຶ້ນ 3.483 ຄົນ ແລະ ປິ່ນປົວດີແລ້ວ 6.526.707 ຄົນ. ໃນນີ້ ສ.ອາເມລິກາຕິດ ເຊື້ອຫລາຍທີ່ສຸດ ເກືອບ 3 ລ້ານຄົນ ຕາມມາດ້ວຍ ບຣາຊິນ 1,6 ລ້ານກວ່າຄົນ, ຣັດເຊຍ 681.251 ຄົນ, ອິນເດຍ ເກືອບ 680.000 ຄົນ, ເປຣູ 302.718 ຄົນ, ແອັດສະປາຍ 297.625 ຄົນ, ຊີເລ 295.532 ຄົນ, ອັງກິດ 285.416 ຄົນ, ແມັກຊິກ 252.166 ຄົນ ແລະ ອີຕາລິ ຕິດເຊື້ອໂຄວິດ-19 ຈຳນວນ 241.611 ຄົນ.
ທີ່ມາ: ປະເທດລາວ Pathedlao