ໃນວັນທີ 9 ພະຈິກ 2017 ນີ້ ທາງພະແນກ ສະກັດກັນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວໄດ້ຮັບແຫ່ງຂ່າວຈາກພົນລະເມືອງດີວ່າຈະມີການຄ້າ-ຂາຍ ຢາເສບຕິດ ຢູ່ທີ່ບ້ານພັກແຫ່ງຫນຶ່ງ ໃນເທດສະບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ດັ່ງນັ້ນ, ທາງເຈົ້າໜ້າທີ່ຂອງພວກເຮົາຈຶງໄດ້ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ-ຕິດຕາມແຫຼ່ງຂ່າວເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ລົງກວດຄົ້ນບ້ານພັກຫຼັງດັ່ງກ່າວ ແລະຈັບກຸມ ຜູ້ຖືກຫາໄດ້ ສອງຄົນຄື: ທ້າວ ເຍຍລີ ອາຍຸ 22 ປີ ອາຊີບນັກສຶກສາ ແລະ ທ້າວ ຄໍາຫຼ້າ ອາຍຸ 20 ປີ ອາຊີບ ເຮັດໄຮ ທັງສອງມີເຊື້ອຊາດລາວ ຊົນເຜົ່າມົ້ງ ປະຈຸບັນຢູ່ບ້ານ ຈອມຈຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວພ້ອມຂອງກາງຢາເສບຕິດ ( ປະເພດຢາບ້າ ) ຈໍານວນ 6 ມັດເທົ່າກັບ 12, 000 ເມັດ, ໂທລະສັບມືຖື 2 ໜ່ວຍ, ລົດຈັກ 2 ຄັນ.
ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນພວກກ່ຽວໄດ້ຮັບສາລະພາບວ່າ: ຢ່າບ້າຈໍານວນດັ່ງກ່າວແມ່ນຂອງພວກກ່ຽວແທ້ເຊິ່ງໄດ້ຊື້ນຳ ບຸກຄົນບໍ່ຮູ້ຊື່ໃນລາຄາ 150, 000 ບາດເງິນໄທໄດ້ຈ່າຍເງິນກ່ອນ 50,000 ບາດເງິນໄທ ແລະ ຍັງໄດ້ຕິດໜີ້ເງິນເປັນຈໍານວນ 100,000 ບາດເງິນໄທເຊິ່ງຈະນໍາໄປຂາຍໃນລາຄາມັດລະ 3,7000 ບາດໄທ ສ່ວນທີ່ເຫຼືອແມ່ນຈະຈ່າຍໃຫ້ ຫຼັງຈາກນໍາຢາບ້າໄປຂາຍສໍາເລັດແລ້ວ.