ເຟສບຸກ (Facebook) ປະກາດຂະຫຍາຍ ເມັສເຊັນເຈີ ຄິດສ (Messenger
Kids) ໄປສູ່ຫຼາຍກວ່າ 70 ປະເທດທົ່ວໂລກ ແລະ ເພີ່ມຄຸນສົມບັດໃໝ່ທີ່ພໍ່ແມ່ສາມາດມີສ່ວນຮ່ວມເພື່ອຊ່ວຍລູກໃນການເຊື່ມຕໍ່ກັບໝູ່ຂອງລູກ.
ເລີ່ມຕັ້ງແຕ່ມື້ນີ້ເປັນຕົ້ນໄປພໍ່ແມ່ໃນປະເທດລາວສາມາດດາວໂຫຼດແອັບຈາກ App Store ຂອງ Apple. ແອັບຈະສາມາດດາວໂຫຼດໄດ້ໃນ Play Store ຂອງ Google ພາຍໃນທ້າຍອາທິດນີ້.
ໃນຂະນະທີ່ຫຼາຍໆປະເທດກຳລັງຕໍ່ສູ້ກັບໂລກລະບາດ
COVID-19, ໂຮງຮຽນປິດແລະຜູ້ຄົນກຳລັງເວັ້ນໄລຍະຫ່າງລະຫວ່າງກັນ, ພໍ່ແມ່ກໍຫັນໄປໃຊ້ເຕັກໂນໂລຊີຫຼາຍກ່ວາທີ່ເຄີຍເພື່ອຊ່ວຍລູກຂອງພວກເຂົາເຊື່ອມຕໍ່ກັບໝູ່ເພື່ອນແລະຄອບຄົວໃນຮູບແບບທີ່ພໍ່ແມ່ຄວບຄຸມໄດ້.
ເມັສເຊັນເຈີ ຄິດສ ແມ່ນແອັບວີດີໂອສົນທະນາ ແລະ ແອັບສົ່ງຂໍ້ຄວາມ ຊ່ວຍໃຫ້ເດັກນ້ອຍເຊື່ອມຕໍ່ກັບໝູ່ແລະຄອບຄົວໃນຮູບແບບທີ່ມ່ວນຊື່ນແລະຄວບຄຸມໂດຍພໍ່ແມ່. ເປັນເວລາຫຼາຍປີພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບທີ່ປຶກສາຊາວໜຸ່ມຂອງເຟສບຸກ (Facebook’s Youth Advisors), ເຊິ່ງເປັນທີມງານທີ່ມີຄວາມຊ່ຽວຊານດ້ານຄວາມປອດໄພໃນໂລກອິນເຕີເນັດ, ການພັດທະນາເດັກແລະສື່ຕ່າງໆ ເພື່ອຊ່ວຍສ້າງແອັບ ເມັສເຊັນເຈີ ຄິດສ. ພວກເຮົາສືບຕໍ່ປຶກສາກັບຜູ້ສ້າງສັນຄວາມປອດໄພໃນໂລກອິນເຕີເນັດແລະນັກການສຶກສາເພື່ອໃຫ້ໝັ້ນໃຈໄດ້ວ່າພວກເຮົາກຳລັງນຳສະເໜີບໍລິການໃຫ້ຜູ້ປົກຄອງຄວບຄຸມການໃຊ້ງານໄດ້ຢ່າງດຸນດ່ຽງດ້ວຍຄຸນສົມບັດຕ່າງໆທີ່ຊ່ວຍໃຫ້ເດັກນ້ອຍຮຽນຮູ້ການເຊື່ອມຕໍ່ຢ່າງມີຄວາມຮັບຜິດຊອບ.
ສ້າງມາເພື່ອເດັກນ້ອຍ, ຄວບຄຸມໂດຍພໍ່ແມ່
ເມັສເຊັນເຈີ
ຄິດສ ເຕັມໄປດ້ວຍລູກຫຼີ້ນ (Features) ສໍາລັບເດັກນ້ອຍເພື່ອເຊື່ອມຕໍ່ກັບຄົນທີ່ພວກເຂົາເຈົ້າຮັກ.
ເມື່ອບັນຊີ (Account) ຂອງພວກເຂົາຖືກຕິດຕັ້ງໂດຍພໍ່ແມ່ແລ້ວ,
ເດັກນ້ອຍສາມາດເລີ່ມສົນທະນາດ່ຽວກັບໝູ່ ຫຼື ສົນທະນາກັບໝູ່ເປັນກຸ່ມໃນຮູບແບບວີດີໂອ.
ໜ້າຫຼັກຈະສະແດງໃຫ້ເຫັນວ່າເດັກນ້ອຍຕິດຕໍ່ກັບໃຜແດ່ ແລະ
ແມ່ນໃຜແດ່ທີ່ອອນລາຍໃນເວລານັ້ນ.
·
ສະຕິກເກີ້ໜ້າກາກທີ່ຫຼີ້ນໄດ້ຢ່າງມ່ວນຊື່ນ (Playful masks), ອິໂມຈິ (emojis) ແລະ ສຽງປະກອບ (sound effects) ເຮັດໃຫ້ການສົນທະນາມີຊີວິດຊີວາ.
·
ສຳລັບວີດີໂອສົນທະນາ,
ເດັກນ້ອຍສາມາດສົ່ງຮູບພາບ, ວີດີໂອ ຫຼື ຂໍ້ຄວາມ
ໄປຫາໝູ່ຂອງພວກເຂົາເຈົ້າທີ່ຜູ້ປົກຄອງອະນຸຍາດ ແລະ ພີ່ນ້ອງຜູ້ອື່ນໆ ທີ່ສາມາດຮັບຂໍ້ຄວາມຜ່ານແອັບ
ເມັສເຊັນເຈີ ໂຕປົກກະຕິ.
·
ຫ້ອງລວມເຄື່ອງຫຼີ້ນສຳລັບເດັກນ້ອຍແລະກຣາຟິກທີ່ຖືກຄັດສັນມາຢ່າງດີເຊັ່ນ:
ພາບເຄື່ອນໄຫວ (GIFs), ຂອບຮູບ, ສະຕິກເກີ້, ໜ້າກາກ ແລະ
ເຄື່ອງມືເເຕ້ມຮູບ ທີ່ເລືອກສັນມາຢ່າງດີເຮັດໃຫ້ເດັກນ້ອຍຕົກແຕ່ງເນື້ອໃນແລະໄດ້ສະແດງຄວາມເປັນໂຕຂອງໂຕເອງ
·
ເມັສເຊັນເຈີ ຄິດສ ເປີດໃຫ້ພໍ່ແມ່ສາມາດຄວບຄຸມໄດ້ຫຼາຍຂຶ້ນ.
ພໍ່ແມ່ບໍລິຫານລາຍຊື່ຜູ້ຕິດຕໍ່ ແລະ ສາມາດຕິດຕາມການນຳໃຊ້ແອັບຂອງເດັກນ້ອຍ. ພໍ່ແມ່ຄວບຄຸມບັນຊີຂອງເດັກນ້ອຍແລະລາຍຊື່ຜູ້ຕິດຕໍ່ຜ່ານແຜງຄວບຄຸມຫຼັກ
(Messenger Kids Parent Dashboard) ຈາກແອັບ ເຟສບຸກຫຼັກ ທັງໃນ iOS ແລະ Android.
- ຂັ້ນຕອນການເລີ່ມຕົ້ນໃຊ້ງານ
ທຸກບັນຊີຜູ້ໃຊ້ຂອງເດັກນ້ອຍໃນ ເມັສເຊັນເຈີ ຄິດສ ຈະຕ້ອງສ້າງຂຶ້ນໂດຍພໍ່ແມ່.
ການສ້າງບັນຊີຜູ້ໃຊ້ ເມັສເຊັນເຈີ ຄິດສ (Messenger
Kids) ແມ່ນຜ່ານ 4 ຂັ້ນຕອນດັ່ງນີ້
·
ດາວໂຫຼດ: ຂັ້ນຕອນທຳອິດພໍ່ແມ່ຕ້ອງດາວໂຫຼດແອັບ ເມັສເຊັນເຈີ ຄິດສ ໃນ iPad, iPod touch ຫຼື iPhone ຂອງເດັກນ້ອຍ. ສໍາລັບ ເມັສເຊັນເຈີ
ຄິດສ ໃນລະບົບ Android ກຳລັງຈະເປີດໃຫ້ດາວໂຫຼດຜ່ານ Play Store ຂອງ Google.
·
ອະນຸມັດການໃຊ້: ພໍ່ແມ່ຈະຕ້ອງອະນຸມັດການໃຊ້ແອັບໃຫ້ເດັກນ້ອຍໂດຍການຢືນຢັນອຸປະກອນການເຊື່ອມຕໍ່ຂອງເດັກນ້ອຍດ້ວຍການເຂົ້າສູ່ລະບົບຜ່ານບັນຊີຜູ້ໃຊ້
Facebook ແລະລະຫັດຂອງພໍ່ແມ່ເອງ
ຂັ້ນຕອນນີ້ຈະບໍ່ແມ່ນການສ້າງບັນຊີຜູ້ໃຊ້ Facebook ໃຫ້ແກ່ເດັກນ້ອຍ ຫຼື ເຮັດໃຫ້ເດັກນ້ອຍສາມາດເຂົ້າສູ່ບັນຊີຜູ້ໃຊ້ Facebook ຂອງພໍ່ແມ່ໄດ້.
·
ສ້າງບັນຊີ: ສ້າງບັນຊີຜູ້ໃຊ້ໃຫ້ກັບເດັກນ້ອຍດ້ວຍການໃສ່ຊື່ຂອງພວກເຂົາເຈົ້າແລະຈຳກັດຄຸນສົມບັດ
(Features) ເຊິ່ງພໍ່ແມ່ຈະເປັນຜູ້ກຳນົດລາຍຊື່ແລະລາຍລະອຽດອື່ນໆໃຫ້ແກ່ເດັກນ້ອຍ
ຫຼັງຈາກຂັ້ນຕອນນີ້ພໍ່ແມ່ສາມາດສົ່ງຄືນອຸປະກອນການເຊື່ອມຕໍ່ໃຫ້ແກ່ເດັກນ້ອຍແລະເລີ່ມຕົ້ນໃຊ້ງານແອັບເພື່ອຕິດຕໍ່ສົນທະນາກັບຄອບຄົວແລະໝູ່.
· ເພີ່ມໝູ່: ການເພີ່ມໝູ່ໃນລາຍຊື່ຜູ້ໃຊ້ທີ່ພໍ່ແມ່ເປັນຜູ້ຄວບຄຸມແມ່ນເປີດໄປໜ້າຄວບຄຸມຫຼັກ ເມັສເຊັນເຈີ ຄິດສ ຈາກແອັບ Facebook ຫຼັກຂອງພໍ່ແມ່ ຈາກນັ້ນກົດບ່ອນ “ເພີ່ມຕື່ມ” (More) ເຊິ່ງຢູ່ທາງລຸ່ມດ້ານຂວາຂອງ Facebook ຫຼັກ ແລະກົດ “Messenger Kids” ເພື່ອໄປສູ່ “ສຳຫຼວດ” (Explore).
- ຂໍ້ມູນເພີ່ມຕື່ມ ແລະ ອື່ນໆ
ບໍ່ມີໂຄສະນາໃດໆຢູ່ໃນ ເມັສເຊັນເຈີ ຄິດສ (Messenger Kids) ແລະ
ຂໍ້ມູນຂອງເດັກນ້ອຍຈະບໍ່ຖືກນໍາໃຊ້ໃນການໂຄສະນາຕ່າງໆ.
ເປັນແອັບທີ່ສາມາດດາວໂຫຼດມາໃຊ້ໄດ້ລ້າໆໂດຍບໍ່ມີຄ່າໃຊ້ຈ່າຍ ແລະ
ບໍ່ມີຄ່າໃຊ້ຈ່າຍເພີ່ມຕື່ມພາຍຫຼັງ. ເມັສເຊັນເຈີ ຄິດສ (Messenger Kids)
ຍັງໄດ້ຮັບການອອກແບບໃຫ້ຖືກຕ້ອງຕາມກົດໝາຍການຄຸ້ມຄອງຂໍ້ມູນອອນລາຍສ່ວນບຸກຄົນຂອງເດັກນ້ອຍ ແລະ ການຮັກສາຂໍ້ມູນຂອງເດັກນ້ອຍ (Children’s Online Privacy and Protection Act ຫຼື COPPA).
ພວກເຮົາຈະສືບຕໍ່ເຮັດວຽກກັບພໍ່ແມ່, ຜູ້ຮັກສາຄວາມປອດໄພ ແລະ ຜູ້ຊ່ຽວຊານດ້ານຄວາມໝັ້ນຄົງເພື່ອພັດທະນາ ເມັສເຊັນເຈີ ຄິດສ (Messenger Kids) ແລະມື້ນີ້ພວກເຮົາໄດ້ປະກາດທາງເລືອກໃໝ່ເພື່ອຊ່ວຍພໍ່ແມ່ເຊື່ອມຕໍ່ລູກໆກັບໝູ່ຂອງເຂົາເຈົ້າ. ສຳລັບລູກຫຼີ້ນໃໝ່ໆນີ້ຈະສາມາດໃຊ້ໄດ້ທົ່ວໂລກພາຍໃນໄວໆນີ້. ສາມາດອ່ານຂໍ້ມູນເພີ່ມຕື່ມໄດ້ທີ່ https://messengernews.fb.com/2020/04/22/expanding-messenger-kids-to-more-countries-and-adding-new-features.