ຂປລ. ວັນທີ 23 ກັນຍາ ຜ່ານມາ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້າເມືອງອຸທຸມພອນ
ແຂວງສະຫວັນນະເຂດ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ
ໄດ້ລົງຊູກຍູ້ຕິດຕາມການສ້າງຂະບວນການອອກແຮງງານລວມ ຂອງພໍ່ແມ່ປະຊາຊົນ
ເຂດບ້ານເຫລົ່າໃຫຍ່ ແລະ ບ້ານໂນນວິໄລ 350 ຄົນ ສ້ອມແປງເສັ້ນທາງ ເກືອບ 5
ກິໂລແມັດ ທີ່ໄດ້ຮັບຄວາມເສຍຫາຍ ຈາກ ຝົນຕົກໜັກຕິດຕໍ່ກັນຫລາຍວັນ
ໃນກາງເດືອນສິງຫາທີ່ຜ່ານມາ, ເຮັດໃຫ້ເສັ້ນທາງເປັນບວກເປັນຂຸມ, ຖືກກັດເຊາະ,
ຈຸດວາງທໍ່ລະບາຍນ້ຳຫລາຍແຫ່ງຖືກນ້ຳກັດເຊາະ ເຮັດໃຫ້ດິນເຈື່ອນ ຢູ່ສອງບ້ານດັ່ງກ່າວ ບາງຈຸດເປ່ເພເສຍຫາຍ ເກືອບຈະບໍ່ສາມາດທຽວໄດ້.
ທ່ານ ສົມສີ ໄຊຍະລາດ ກຳມະການພັກເມືອງ ຜູ້ຊີ້ນຳກຸ່ມບ້ານ ໄດ້ໃຫ້ຮູ້ວ່າ:
ຕໍ່ກັບສະພາບການດັ່ງກ່າວ ພາຍຫລັງທີ່ຝົນຢຸດຕົກ ທາງອຳນາດການປົກຄອງ
ກໍໄດ້ປຶກສາຫາລື ກັບພາກສ່ວນກ່ຽວຂ້ອງ ເພື່ອຫາວິທີທາງແກ້ໄຂສ້ອມແປງຄືນ
ແຕ່ຂາດງົບປະມານ. ດັ່ງນັ້ນຈຶ່ງໄດ້ປຸກລະດົມພໍ່ແມ່ ປະຊາຊົນທັງສອງບ້ານດັ່ງກ່າວ
ສ້າງຂະບວນການອອກແຮງງານລວມສ້ອມແປງເສັ້ນທາງ ໂດຍການໃຊ້ລົດໄຖ
ເປັນຮ່ອງລະບາຍນ້ຳລຽບສອງຂ້າງທາງ ແລ້ວໃຊ້ແຮງງານຄົນປັບລະດັບໜ້າທາງ
ດ້ວຍການໃຊ້ຈົກ, ຊວ້ານ ຂຸດດິນຖົມໃສ່ບ່ອນທີ່ເປັນບວກ-ຂຸມ.
ໂອກາດນີ້,
ທ່ານເຈົ້າເມືອງອຸທຸມພອນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການຈັດຕັ້ງ
ຕະຫລອດຮອດພໍ່ແມ່ປະຊາຊົນ ທີ່ໄດ້ປະກອບສ່ວນທາງດ້ານເຮື່ອແຮງ ແລະ ສະຕິປັນຍາ
ເຂົ້າໃນການບູລະນະສ້ອມແປງເສັ້ນທາງຄັ້ງນີ້,
ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງໄດ້ພ້ອມກັນເປັນເຈົ້າການ
ໃນການປົກປັກຮັກສາ ແລະ
ສ້ອມແປງເສັ້ນທາງໃນຂອບເຂດຂອງບ້ານໃຜລາວເພື່ອຄວາມສະດວກໃນການສັນຈອນໄປ-ມາ.