• ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຣັດເຊຍ ໄດ້ມີການພົບປະສອງຝ່າຍ

ໂດຍ: Admin Mahason 13 ພະຈິກ 2017 (12.04 ນ.) Read : 3,119

ນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ຣັດເຊັຍ ໄດ້ມີການພົບປະສອງຝ່າຍ, ພາຍໃນວາລະໂອກາດທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ແລະ ການສະເຫຼີມສະຫຼອງ 50 ປີ ແຫ່ງການສ້າງຕັ້ງປະຊາຄົມອາຊຽນ ວັນທີ 12 ພະຈິກ 2017 ນະຄອນຫຼວງມະນິລາ ປະເທດຟິລິບປິນ ພະນະທ່ານ ເດີມີຕຣີ ເມດເວດເດບ ນາຍົກລັດຖະມົນຕີແຫ່ງ ປະເທດຣັດເຊັຍ ໄດ້ກ່າວວ່າໃນຄະນະທີ່ພົບກັບພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ: 

ສປປລາວ ເປັນພັນທະມິດທີ່ສຳຄັນຂອງພວກເຮົາໃນອາຊີຕາເວັນອອກສຽງໃຕ້ ແລະ ພວກເຮົາມີແຜນທີ່ຈະສ້າງຄວາມເຂັ້ມແຂງ ແລະ ພັດທະນາພັນທະມິດຂອງພວກເຮົາ; ພວກເຮົາມີຜົນສຳເລັດໃນຫຼາຍດ້ານ ແຕ່ເຖິງຢ່າງໃດກໍ່ຕາມ ຍັງມີຫຼາຍດ້ານທີ່ຈະສືບຕໍ່ປະຕິບັດງານຮ່ວມກັນເພື່ອໃຫ້ບັນລຸຕາມແຜນທີ່ວາງໄວ້; ການປະຊຸມສຸດຍອດອາຊີຕາເວັນອອກ ແລະ ການປະຊຸມສຸດຍອດອາຊຽນ ໃນນະຄອນຫຼວງມະນິລານີ້ ຖືເປັນໂອກາດທີ່ດີໃນການສ້າງສາຍພົວພັນກັບບັນດາປະເທດເພື່ອນມິດ; ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ກ່າວຂອບໃຈຕໍ່ຣັດເຊັຍ ແລະ ເຫັນດີເຫັນພ້ອມຕໍ່ການປຶກສາຫາລືກັນໃນຄັ້ງນີ້ ທີ່ເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງລາວ ແລະ ຣັດເຊັຍ.

ທີ່ມາ:
  • ຮູບພາບ

  • ແທັກທີ່ກ່ຽວຂ້ອງ